ຝຣັ່ງ ໄດ້ຮັບເລືອກຈັດແຂ່ງຂັນຣັກບີ້ໂລກ 2023
November 16, 2017 - 4:23 PM




ສຳລັບສາເຫດທີ່ຫຼາຍ ຝ່າຍຄິດວ່າ ແອຟຣິກາໃຕ້ ເໝາະສົມ ແລະ ຄວນໄດ້ຮັບ ເລືອກຫຼາຍການ ຝຣັ່ງ ເພາະ ຝຣັ່ງ ຫາກໍຈະໄດ້ຮັບຈັດຣັກບີ້ ໂລກໃນປີ 2007 ຜ່ານມາ ຈຶ່ງ ໜ້າຈະໃຫ້ໂອກາດຊາດອື່ນໆ ຈັດ.
ໃນການຊີງເຈົ້າພາບຄັ້ງນີ້ມີ 3 ຊາດຜ່ານເຂົ້າມາສູ່ຮອບ ສຸດທ້າຍໄດ້ແກ່ ໄອແລນ, ຝຣັ່ງ ແລະ ແອຟຣິກາໃຕ້ ໂດຍການ ໂຫວດຮອບທຳອິດ 39 ສຽງ ໄອແລນ ໄດ້ 8 ສຽງ ຫຼຸດອອກ ໄປກ່ອນ ຈຶ່ງເຫຼືອ ຝຣັ່ງ ທີ່ໄດ້ 18 ສຽງກັບ ແອຟຣິກາໃຕ້ ທີ່ໄດ້ 13 ສຽງ ຫຼຸດເຂົ້າໄປລຸ້ນ ກັນໃນຮອບສຸດທ້າຍ ແລະ ການລົງຄະແນນຮອບສຸດ ທ້າຍ ຝຣັ່ງ ໄດ້ 24 ສຽງ ແອ ຟຣິກາໃຕ້ ໄດ້ 15 ສຽງ ເຮັດ ໃຫ້ ຝຣັ່ງ ໄດ້ຮັບເລືອກໃຫ້ຈັດ ຣັກບີ້ໂລກ 2023.
ດ້ານການແຂ່ງຂັນຣັກບີ້ ຊີງແຊ໊ມໂລກຄັ້ງຕໍ່ໄປ ຈະຊີງ ໄຊກັນໃນປີ 2019 ໂດຍມີ ປະເທດຍິ່ຢຸ່ນ ເປັນເຈົ້າພາບຈັດ ການຊີງໄຊ ມີການຄັດເລືອກ 20 ຊາດ ເຂົ້າສູ່ຮອບສຸດທ້າຍ ເພື່ອຍາດແຊ໊ມໂລກກັນລະ ຫວ່າງວັນ 20 ກັນຍາ ຫາ 2 ພະຈິກ ໃນອີກ 2 ປີຂ້າງໜ້າ.