ຕ້ອງແກ້ໃຫ້ໝົດ ປົດໃຫ້ຂາດ

ໂດຍ: ວິເສດ ສະແຫວງສຶກສາ
ໃນບົດນີ້, ຜູ້ຂຽນຂໍທົບທວນຫວນຄືນອີກເທື່ອໜຶ່ງກ່ຽວກັບບັນຫາສໍ້ລາດບັງຫລວງວ່າຢູ່ບ້ານເພິ່ນເມືອງທ່ານນັ້ນເຂົາມີວິທີແກ້ໄຂແນວໃດແດ່. ຂໍເລີ່ມຈາກກອງປະຊຸມສະພາແຫ່ງຊາດຫວຽດນາມ ເຊິ່ງດຳເນີນໃນໄລຍະໄລ່ເລ່ຍກັບກອງປະຊຸມສະພາແຫ່ງຊາດລາວພວກເຮົາໃນປັດຈຸບັນ, ໜຶ່ງໃນບັນຫາທີ່ມີການຖົກຖຽງກັນແຮງກໍແມ່ນຄຳຖາມທີ່ວ່າ “ການແຈ້ງຊັບສິນຂອງພະນັກງານລັດນັ້ນມີປະສິດທິຜົນສໍ່າໃດ ໃນຄວາມພະຍາຍາມລວມເພື່ອຕ້ານການສໍ້ລາດບັງຫລວງ ?” ແລ້ວກໍມີຄຳຕອບຈາກກຳມາທິການຍຸຕິທຳຂອງສະພາແຫ່ງຊາດຫວຽດນາມເອງວ່າ “ຍັງບໍ່ມີປະສິດທິຜົນ” ທີ່ວ່າບໍ່ມີປະສິດທິຜົນນັ້ນ ກໍເພາະວ່າຍັງຂາດການຕິດຕາມກວດກາຄັກແນ່ວ່າເນື້ອໃນຂອງການແຈ້ງຊັບສິນນັ້ນມີຄວາມຈິງ ຫລື ບໍ່ ຫລືວ່າ ແຈ້ງຂີ້ຕົວະ, ແຈ້ງແບບເຊື່ອງອຳ. ທ່ານປະທານກຳມາທິການຍຸຕິທຳໄດ້ມີຄຳເຫັນກ່ຽວກັບບັນຫານີ້ຕໍ່ກອງປະຊຸມສະພາວ່າ: ໃນປີ 2017 ນີ້, ພະນັກງານລັດທີ່ສຳເລັດການແຈ້ງຊັບສິນນັ້ນມີຈຳນວນຫລາຍທີ່ສຸດຄືມີເອກະສານແຈ້ງເຖິງ 1,1 ລ້ານຊຸດ ແຕ່ໃນນັ້ນມີພຽງ 77 ຊຸດໄດ້ຖືກຕິດຕາມກວດກາພິສູດຄວາມຈິງ ວ່າຊັບສິນທີ່ແຈ້ງນັ້ນຖືກຕ້ອງແທ້ບໍ່. ຜູ້ຂຽນເອງເຫັນພ້ອມກັບທັດສະນະຂອງກຳມາທິການຍຸຕິທຳສະພາແຫ່ງຊາດຫວຽດນາມ ເພາະວ່າຖ້າມີແຕ່ການແຈ້ງຊັບສິນລ້າໆ ແຕ່ຂາດການລົງໄປກວດກາຕົວຈິງ ແລ້ວເຫດໃດຈະຮູ້ວ່າຖືກຕ້ອງ ຫລື ບໍ່ ? ເພາະຕາມສັນດານຂອງຜູ້ຫົວໃສໃຈຄົດນັ້ນ ຈ້າງມັນກໍບໍ່ເວົ້າຄວາມຈິງດອກ. ຕໍ່ໄປແມ່ນກ່ຽວກັບແຜນຍຸດທະສາດຕ້ານໄພສໍ້ລາດບັງຫລວງຢູ່ປະເທດບູນກາຣີທີ່ຖືກຮັບຮອງເອົາເມື່ອສອງປີກ່ອນໜ້ານີ້. ເມື່ອສຶກສາເບິ່ງຄັກໆແລ້ວເຫັນວ່າ ແຜນຍຸດທະສາດດັ່ງກ່າວເຮັດລະອຽດລະອໍອີ່ຫລີ ບໍ່ແມ່ນເຮັດແບບນ້ຳຖ້ວມທົ່ງ ພາກັນ “ເຢິກ !” ເປັນບາດ ແລະ ກໍ “ຢຸດ” ມິດຊ້ອຍມ້ອຍພ້ອມກັນຄືຢູ່ບາງປະເທດ. ແຜນຍຸດທະສາດຕ້ານໄພສໍ້ລາດບັງຫລວງຂອງບູນກາຣີນັ້ນໄດ້ກຳນົດ 33 ມາດຕະການຕົວຈິງໃນ 6 ທິດ ແລະ ຂະແໜງການທີ່ພົວພັນກັບລະບົບອຳນາດ ແລະ ດ້ານເສດຖະກິດ. ໝາຍຄວາມວ່າບໍ່ເບິ່ງແຕ່ສະເພາະໃນຂະແໜງເສດຖະກິດອ້ອຍຕ້ອຍເທົ່ານັ້ນ. 6 ທິດ ແລະ ຂະແໜງທີ່ວ່ານັ້ນເລີ່ມຈາກຈຸດສຳຄັນທີ່ສຸດຄືການຕ້ານໄພສໍ້ລາດບັງຫລວງໃນລະດັບການນຳຂັ້ນລັດຖະບານ (ອົງການບໍລິຫານສູງສຸດ) ກ່ອນ ຫລື ຈະເອີ້ນວ່າ ເລີ່ມແຕ່ຂື່ແຕ່ແປກ່ອນ, ສ່ວນອີກ 5 ທິດ ແລະ ຂະແໜງການຕໍ່ໄປແມ່ນ: ຕ້ອງສ້າງຕັ້ງລະບົບທີ່ມີປະສິດທິພາບເພື່ອຕ້ານການສໍ້ລາດບັງຫລວງ, ຕ້ານການສໍ້ລາດບັງຫລວງໃນຂົງເຂດການເມືອງ, ປ້ອງກັນບໍ່ໃຫ້ມີການສໍ້ລາດບັງຫລວງໃນ 3 ຂະແໜງການຄື: ອົງການຍຸຕິທຳ, ກະຊວງພາຍໃນ ແລະ ບັນດາອົງການທີ່ປຶກສາ, ລຶບລ້າງພະຍາດສໍ້ລາດບັງຫລວງຂັ້ນມະຍິກມະຍ່ອຍໃນຊີວິດປະຈຳວັນ ແລະ ຕ້ອງສ້າງເງື່ອນໄຂ ແລະ ສະພາບແວດລ້ອມເພື່ອເປັນພູມຕ້ານທານສິ່ງຈູງໃຈໃຫ້ມີການສໍ້ລາດບັງຫລວງ. ເພື່ອບັນລຸແຜນຍຸດທະສາດໃນການກວາດລ້າງໄພສໍ້ລາດບັງຫລວງນັ້ນ, ບູນກາຣີຕ້ອງໄດ້ປະຕິຮູບກົງຈັກການຈັດຕັ້ງຂອງລັດ ເພື່ອເຮັດການປະສານງານກັນຄ່ອງຕົວ ແລະ ສ້າງຕັ້ງອົງການທີ່ມີອຳນາດສະເພາະພຽງໜຶ່ງດຽວ ເພື່ອເຮັດໜ້າທີ່ວິເຄາະ ແລະ ສອບສວນກ່ຽວກັບຊັບສິນ ແລະ ບັນຫາຂັດແຍ່ງດ້ານຜົນປະໂຫຍດຂອງບຸກຄົນທີ່ກຳຕຳແໜ່ງສູງໆໃນກົງຈັກອຳນາດລັດ ເພື່ອປ້ອງກັນບໍ່ໃຫ້ເປັນຄືຕົວຢ່າງທີ່ສັງຄົມລາວເຮົາມັກເວົ້າວ່າ: “ຕົກຕັ່ງແຕ່ຄາດລາດຂຶ້ນໄປນັ່ງຊາລົງ !”. ມື້ນີ້ເອົາພຽງສອງບົດຮຽນກໍຄົງເຫລືອກິນແລ້ວ.