ຕຳຫລວດຫລວງນ້ຳທາຈັບຂະບວນການຄ້າຢາເສບຕິດຂ້າມຊາດຂອງກາງຢາບ້າ 48 ພັນເມັດ

ເຈົ້າໜ້າທີ່ພະແນກສະກັດ ກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫລວງນ້ຳທາ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກໍາລັງເຈົ້າ ໜ້າ ທີ່ຂອງຕົນສາມາດຈັບຜູ້ຄ້າຢາ ເສບຕິດລາຍໃຫຍ່ຄື: ທ້າວ ອາທູ ອາຍຸ 18 ປີ ແລະ ທ້າວ ອາແຊະ ອາຍຸ 18 ປີ ຢູ່ບ້ານຈ່າພະເມືອງ ຊຽງລາບແຂວງທ່າຂີ້ເຫລັກປະ ເທດມຽນມາ, ພ້ອມຂອງກາງ ຢາບ້າ 48 ພັນເມັດ.
+ ປກສ ເມືອງສີສັດຕະນາກຈັບໄວລຸ້ນຄ້າຢາບ້າ ພ້ອມຂອງກາງຫລາຍກວ່າ 1.000 ເມັດ
+ ປກສ ແຂວງສະຫວັນນະເຂດຈັບຜູ້ຄ້າຢາເສບຕິດມາດໍາເນີນຄະດີ
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ພາຍ ຫລັງໄດ້ຮັບແຈ້ງຈາກພົນລະ ເມືອງດີວ່າຈະມີ ການລັກ ລອບ ຂົນສົ່ງຢາເສບຕິດຈໍານວນ ຫລາຍຈາກປະເທດໃກ້ຄຽງເຂົ້າ ມາແຂວງຫລວງນໍ້າທາ, ຈຶ່ງ ໄດ້ຈັດກໍາລັງລົງຕິດຕາມກວດ ກາຕາມຊາຍແດນ ແລະ ດ່ານ ເຂົ້າເມືອງຈຸດຕ່າງໆ ແລະ ພົບ ເຫັນເປົ້າໝາຍເປັນໄວ້ລຸນສອງ ຄົນຂີ່ເຮືອຫາງຢູ່ບໍລິເວນແຄມ ນ້ຳຂອງເຂດບ້ານຫ້ວຍກຸ່ມຫາ ບ້ານຈ່າຍີເມືອງລອງ, ຈຶ່ງໄດ້ ເຂົ້າ ກວດຄົ້ນ ແລະ ພົບເຫັນຢາເສບ ຕິດດັ່ງກ່າວຊຸກເຊື່ອງຢູ່ໃນເຮືອ, ຈຶ່ງໄດ້ຢຶດໄວ້ເປັນຫລັກຖານເພື່ອ ດໍາເນີນຄະດີ.
ຜ່ານການສືບສວນ- ສອບ ສວນຂອງເຈົ້າໜ້າທີ່ພວກເຂົາ ໄດ້ຮັບສາລະພາບວ່າ: ຢາເສບ ຕິດດັ່ງກ່າວເປັນຂອງພວກຕົນ ແທ້, ໂດຍຮັບມາຈາກຂະບວນ ການດຽວກັນຢູ່ປະເທດມຽນມາ ເພື່ອຈະໄປຂາຍໃຫ້ຜູ້ສັ່ງຊື້ຢູ່ເຂດບ້ານຊຽງກົກເມືອງລອງແຕ່ຖືກ ເຈົ້າໜ້າທີ່ຈັບຕົວກ່ອນ.