ປກສ ເມືອງຈັນທະບູລີ ມອບລົດຄືນໃຫ້ເຈົ້າຂອງ
ເຈົ້າໜ້າທີ່ ປກສ ເມືອງ ຈັນທະບູລີ ໃຫ້ຮູ້ວ່າ: ຕົ້ນອາທິດ ນີ້, ທ່ານ ພັນໂທ ຄຳພັດ ສົມມາລັກ ຮອງຫົວໜ້າພະແນກຕຳຫລວດ ເມືອງ ຈັນທະບູລີ ນະຄອນຫລວງ ວຽງຈັນ ໄດ້ມອບລົດຈັກທີ່ຖືກ ຄົນ ຮ້າຍລັກໄປຄືນໃຫ້ເຈົ້າຂອງເດີມ, ຈຳນວນ 6 ຄັນ, ໂດຍເປັນປະ ເພດລົດຮອນດ້າເວບ, ຊຶ່ງຖືກ ກຸ່ມຄົນບໍ່ດີເຄື່ອນໄຫວລັກ ໃນລະ ຫວ່າງກາງປີ 2016 ຜ່ານມາ, ໂດຍເຈົ້າໜ້າທີ່ໄດ້ລະດົມກຳລັງ ກວາດລ້າງ, ຈັບກຸມ ຜູ້ຕ້ອງສົງໃສ ມາດຳເນີນຄະດີໄດ້ຫລາຍຄົນຄື: ທ້າວ ບຸນ ອາຍຸ 21 ປີ ຢູ່ບ້ານ ໜອງສະເມືອງ ນາຊາຍທອງ ນະຄອນຫລວງວຽງຈັນ ໃນຂໍ້ຫາ ລັກຊັບພົນລະເມືອງ, ແລະ ນາງ ໝີ ອາຍຸ 43 ປີ ຢູ່ບ້ານ ວັດນາກ ເມືອງ ສີສັດຕະນາກ ໃນຂໍ້ຫາ ຊື້-ຂາຍຊັບຜິດກົດໝາຍ.
+ ປກສ ແຂວງສາລະວັນມອບລົດຄືນເຈົ້າຂອງເດີມ
+ ປກສ ເມືອງສີສັດຕະນາກສາມາດຈັບຜູ້ຕ້ອງຫາປຸ້ນຈີ້-ຊີງຊັບຕົວອັນຕະລາຍມາດຳເນີນຄະດີ
ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຂະ ບວນການດັ່ງກ່າວເຮັດເປັນກຸ່ມແກ້ງ, ທັງຜູ້ທີ່ເຄື່ອນໄຫວລັກ ແລະ ຜູ້ທີ່ຕິດຕໍ່ຮັບຊື້, ໂດຍ ພວກເຂົ້າຈະເຄື່ອນໄຫວລັກ ເອົາລົດຈັກຕາມສະຖານທີ່ຊຸມ ຊົນ, ຕະຫລາດ ແລະ ສະຖາບັນ ການສຶກສາ, ຈາກນັ້ນ ກໍໄດ້ໄປ ສັບປ່ຽນເລກຈັກ, ເລກຖັງ ແລະ ມ້າງສິ້ນສ່ວນເພື່ອຂາຍໃນຕະ ຫລາດ, ປັດຈຸບັນຄະດີລັກຊັບ ຂອງ ແກ້ງດັ່ງກ່າວ,ເຈົ້າໜ້າ ທີ່ຍັງສືບຕໍ່ກວາດລ້າງເພື່ອເລັ່ງ ຕິດຕາມຕົວມາດຳເນີນຄະດີ.