ສະພາແຫ່ງຊາດ ຮັບຮອງເອົາກົດໝາຍ 2 ສະບັບດ້ວຍຄວາມເປັນເອກະພາບ

ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດຊຸດທີ 8 ໃນວັນທີ 16 ພະຈິກນີ້ ໄດ້ເຫັນດີຮັບຮອງເອົາກົດໝາຍສະບັບປັບປຸງ 2 ສະບັບຄື: ກົດໝາຍວ່າດ້ວຍຜັງເມືອງ ແລະ ກົດໝາຍວ່າດ້ວຍການກວດກາລັດ, ດ້ວຍຄະແນນສຽງສ່ວນຫລາຍ.
ໃນຕອນເຊົ້າ, ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີກົດໝາຍວ່າດ້ວຍຜັງເມືອງຕໍ່ກອງປະຊຸມວ່າ: ກົດໝາຍສະບັບປັບປຸງນີ້, ປະກອບມີ: 9 ພາກ, 14 ໝວດ ແລະ 96 ມາດຕາ, ຊຶ່ງໄດ້ມີການປັບປຸງຄືນໃໝ່ 32 ມາດຕາ ແລະ ໄດ້ເພີ່ມຂຶ້ນຕື່ມ 64 ມາດຕາ, ພາຍຫລັງເຫັນວ່າ ສະບັບເກົ່າບໍ່ທັນຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການຄຸ້ມຄອງ ແລະ ພັດທະນາຕົວເມືອງໃຫ້ທວງທັນ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງຕົວເມືອງໃນປັດຈຸບັນ, ຊຶ່ງເຫັນໄດ້ຈາກການລະເມີດທີ່ເກີດຂຶ້ນເປັນຕົ້ນ ແມ່ນການປຸກສ້າງຊະຊາຍບໍ່ເປັນລະບຽບ, ການຖົມຮ່ອງລະບາຍນ້ຳ, ຖົມໜອງທຳມະຊາດທີ່ເປັນປອດຂອງຕົວເມືອງ, ຊຶ່ງເປັນສາເຫດຫລັກໃຫ້ມີນ້ຳອັ່ງ, ນ້ຳຂັງ ແລະ ເກີດນ້ຳຖ້ວມໃນຕົວເມືອງ, ຊຶ່ງສົ່ງຜົນກະທົບຕໍ່ກັບສະພາບແວດລ້ອມໃນຕົວເມືອງນັບມື້ນັບຮຸນແຮງຂຶ້ນເລື້ອຍໆ, ດັ່ງນັ້ນ ເມື່ອກົດໝາຍສະບັບໃໝ່ຖືກປະກາດໃຊ້ ຈະເປັນນິຕິກຳ ແລະ ເຄື່ອງມືທີ່ຮັດກຸມຄົບຖ້ວນກວ່າເກົ່າ ສຳລັບວຽກງານຄຸ້ມຄອງ ແລະ ພັດທະນາຕົວເມືອງ, ການນຳໃຊ້ທີ່ດິນໃນຕົວເມືອງ, ການພັດທະນາພື້ນຖານໂຄງລ່າງທາງດ້ານເສດຖະກິດ-ສັງຄົມ, ການຄຸ້ມຄອງການປຸກສ້າງ, ຄຸ້ມຄອງການຂົນສົ່ງໃນຕົວເມືອງ ແລະ ຄຸ້ມຄອງສິ່ງແວດລ້ອມ, ຊຶ່ງຈະເຮັດໃຫ້ຕົວເມືອງມີຄວາມເປັນລະບຽບຮຽບຮ້ອຍມີຄວາມສະອາດ ແລະ ສວຍງາມຂຶ້ນອີກດ້ວຍ.
ໃນຕອນບ່າຍຂອງວັນດຽວກັນ, ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ສະເໜີກົດໝາຍວ່າດ້ວຍການກວດກາລັດຕໍ່ທີ່ປະຊຸມວ່າ: ກົດໝາຍສະບັບປັບປຸງນີ້ ປະກອບມີ: 10 ພາກ, 6 ໝວດ ແລະ 80 ມາດຕາ, ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ, ຮັດກຸມຂຶ້ນຕື່ມ ແນໃສ່ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ການລະເມີດກົດໝາຍ ແລະ ລະບຽບການທີ່ເກີດຂຶ້ນ ແລະ ຈະເກີດຂຶ້ນໃນກົງຈັກການຈັດຕັ້ງ ກໍຄືໃນຖັນແຖວພະນັກງານ-ລັດຖະການ, ເຮັດໃຫ້ກົງຈັກການຈັດຕັ້ງ ແລະ ຖັນແຖວພະນັກງານ-ລັດຖະການທຸກຂັ້ນ, ທຸກລະດັບແຕ່ເທິງລົງລຸ່ມ ມີຄວາມໂປ່ງໃສເຂັ້ມແຂງ ໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກພົນລະເມືອງລາວທຸກຄົນ, ປາສະຈາກການບຸກມ້າງຈາກພາຍນອກ, ເຮັດໃຫ້ລັດຂອງພວກເຮົາກາຍເປັນລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ປະຕິບັດໜ້າທີ່ເພື່ອຮັບໃຊ້ປະຊຸາຊົນທຸກຊົນເຜົ່າ-ທຸກຊັ້ນຄົນ ດວ້ຍຄວາມບໍລິສຸດ-ໂປ່ງໃສ ແລະ ຍຸຕິທຳ. ຂະນະດຽວກັນ, ເມື່ອກົດໝາຍຖືກປະກາດໃຊ້ ຈະກາຍເປັນບ່ອນອີງ ແລະ ເປັນເຄື່ອງມືໃຫ້ແກ່ການເຄື່ອນໄຫວປະຕິບັດໜ້າທີ່ຂອງອົງການກວດກາລັດແຕ່ລະຂັ້ນສຳລັບວຽກງານຕິດຕາມ, ກວດກາການຄຸ້ມຄອງບໍລິຫານລັດ ລວມທັງວິສາຫະກິດ ແລະ ບຸກຄົນທີ່ໄດ້ຮັບການມອບໝາຍປະຕິບັດໜ້າທີ່ທາງລັດຖະການ, ຊ່ວຍເຮັດໃຫ້ວຽກງານກວດກາມີຄວາມຄ່ອງຕົວ ແລະ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ, ທັງຈະຊ່ວຍຍົກສູງຄວາມຮັບຜິດຊອບຂອງອົງການບໍລິຫານລັດ ແຕ່ລະຂັ້ນໃນການຈັດຕັ້ງປະຕິບັດຜົນຂອງການກວດການຳອີກ.