ເປີດອາຄານຮຽນຮູ້ຂອງບໍລິສັດບອດສ “ຜູ້ສ້າງອະນາຄົດ”

- Bosc building - ເປີດອາຄານຮຽນຮູ້ຂອງບໍລິສັດບອດສ “ຜູ້ສ້າງອະນາຄົດ”
- kitchen vibe - ເປີດອາຄານຮຽນຮູ້ຂອງບໍລິສັດບອດສ “ຜູ້ສ້າງອະນາຄົດ”

ໃນວັນທີ 15 ພະຈິກນີ້, ບໍລິສັດບອດສ ຜູ້ສະໜອງເຕັກໂນໂລຊີ ແລະ ການບໍລິຫານຊັ້ນນໍາຂອງໂລກ ຮ່ວມກັບ ພາກວິຊາວິສະວະກໍາສາດ ມະຫາວິທະຍາໄລແຫ່ງຊາດ (ມຊ), ໄດ້ຈັດງານເປີດຕົວອາຄານຮຽນຮູ້ ສ້າງແຮງບັນດານໃຈ ຂອງບໍລິສັດບອດສພາຍໃຕ້ໂຄງການ “ຜູ້ສ້າງອະນາຄົດ” ຂຶ້ນທີ່ຄະນະວິສະວະກໍາສາດ, ໂດຍທ່ານ ສົມສີ ຍໍພັນໄຊ ອະທິການບໍດີ ມຊ ແລະ ທ່ານ ແອນເດ ເດີຢົງ ຜູ້ອໍານວຍການໃຫຍ່ ບໍລິສັດບອດສ ລາວ, ກໍາປູເຈຍ ແລະ ມຽນມ້າ ຮ່ວມກັນກ່າວເປີດອາຄານດັ່ງກ່າວ.

ໂຄງການແນວຄິດລິເລີ່ມ “ຜູ້ສ້າງອະນາຄົດ” ຂອງບໍລິສັດບອດສ ເກີດຂຶ້ນຢ່າງສົມບູນຈາກຄວາມຄິດໃຫມ່ໆໄປສູ່ຄວາມຈິງ ເຊັ່ນ: ໂຄງການ ປ່ຽນຖ່າຍຖັງນໍ້າທີ່ບໍ່ໄດ້ໃຊ້ມາເປັນສະຖານທີ່ຮຽນຮູ້ທີ່ສ້າງສັນ, ສ້າງຄວາມຄິດທໍາມະຊາດໃຫ້ກາຍເປັນຈິງ ແລະ ໂຄງສ້າງຂອງອາຄານສະແດງເຖິງວິທີການຍືນຍົງ ໃນການສ້າງຊີວິດໃຫມ່ໃຫ້ແກ່ຖັງນໍ້າທີ່ບໍ່ໄດ້ໃຊ້, ມີຄວາມມຸ່ງໝາຍໃນການປູກຈິດວິນຍານນະວັດຕະກໍາປ່ຽນແປງໃຫມ່ ແລະ ການພັດທະນາທັກສະຕ່າງໆໃນໝູ່ນັກສຶກສາລາວ. ຊຶ່ງອາຄານດັ່ງກ່າວໄດ້ເລີ່ມສ້າງມາແຕ່ວັນທີ 20/7/2017, ໄດ້ຮັບການອອກແບບໂດຍນັກວິສະວະກອນຄື: ທ່ານ ອະນຸສອນ ສິສຸທໍາ, ທ່ານ ສຸພະໄຊ ໄຊຍະວົງ ແລະ ທ່ານ ນຸສິນ ນໍາມານິນິນ ຊຶ່ງເປັນຜູ້ທີ່ປ່ຽນພື້ນທີ່ຖັງນໍ້າທີ່ບໍ່ໄດ້ໃຊ້ໃຫ້ກາຍເປັນສະຖານທີ່ຮຽນຮູ້ທີ່ສ້າງສັນ ແລະ ຍືນຍົງ.

- Visit Laos Visit SALANA BOUTIQUE HOTEL - ເປີດອາຄານຮຽນຮູ້ຂອງບໍລິສັດບອດສ “ຜູ້ສ້າງອະນາຄົດ”

ໂຄງການ  “ຜູ້ສ້າງອະນາຄົດ” ແມ່ນໂຄງການລິເລີ່ມທໍາອິດ ແລະ ໄດ້ຮັບການນໍາສະເໜີໂດຍ ບໍລິສັດບອດສ ໃນປະເທດລາວເທົ່ານັ້ນ. ໂຄງການດັ່ງກ່າວມີຈຸດປະສົງແກ້ບັນຫາຢ່າງສ້າງສັນສໍາລັບໄວໜຸ່ມ ແລະ ເປັນໃຈກາງຄວາມມຸ່ງໝັ້ນຂອງບໍລິສັດບອດສໃນການປັບປຸງຄຸນນະພາບຊີວິດ, ສິ່ງແວດລ້ອມ ແລະ ສັງຄົມ.

- 3 - ເປີດອາຄານຮຽນຮູ້ຂອງບໍລິສັດບອດສ “ຜູ້ສ້າງອະນາຄົດ”
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!