ເທດສະການ​ດົນ​ຕີ 919 ຈະກາຍ​​ເປັນ​​ກິດຈະກຳໜຶ່ງເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

- music festival - ເທດສະການ​ດົນ​ຕີ 919 ຈະກາຍ​​ເປັນ​​ກິດຈະກຳໜຶ່ງເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ
- kitchen vibe - ເທດສະການ​ດົນ​ຕີ 919 ຈະກາຍ​​ເປັນ​​ກິດຈະກຳໜຶ່ງເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

​ເທດສະການ​ດົນ​ຕີ 919 (919 Music Festival) ​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 18 ພະຈິກ​ນີ້, ທີ່​ເດີ່ນ​ກິລາ​ເຈົ້າ​ອານຸວົງ ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ສ້າງ​ຄວາມ​​ເບີກບານມ່ວນ​ຊື່ນ​ໃຫ້​​ມວນ​ຊົນ​ຊາວ​ນະ​ຄອນ​ຫລວງ​ວຽງ​ຈັນ ​ແລະ ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ເຂົ້າ​ມາ​ທ່ຽວ​ລາວ​ຫລາຍ​ຂຶ້ນ, ​ເນື່ອງ​ຈາກ​ງານ​ດັ່ງກ່າວ​​ໄດ້​ເຊື້ອ​ເຊີນ​ເອົາສິລະ​ປິນນັກ​ຮ້ອງທີ່​ມີ​ຊື່​ສຽງ​ຈາກລາວ, ​ໄທ, ​ສ.ເກົາຫລີ​ ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

ທ່ານ ອານຸສັກ ສີວິ​ໄລ ອຳນວຍ​ການ​ບໍລິສັດ ​ເມດ​ອິດຣ້ຽວ ​ແລະ ທ່ານ ສິລິ​ວອນ ພາລະ​ວານ ອຳນວຍ​ການ​ຝ່າຍ​ການ​ຕະຫລາດກຸ່ມບໍລິສັດ Victory ​​ໃນ​ນາມ​ຜູ້​ຈັດ​ງານ​ເທດ​ສະການ​ດົນຕີ​ 919 ໄດ້​​ຖະ​ແຫລ​ງ​ຕໍ່​ສື່​ມວນ​ຊົນ​ໃນ​ວັນ​ທີ 15 ພະຈິກ​ນີ້​​ວ່າ: ​ເທດສະການ​ດົນຕີ​ຄັ້ງ​ນີ້ ຈະ​ເປັນ​ການ​ສ້າງ​ຂະ​ບວນການຕ້ອນຮັບ​ປີ​ທ່ອງ​ທ່ຽວ​ລາວ 2018, ຊຶ່ງ​ຈະ​ມີ​ນັກ​ທ່ອງ​ທ່ຽວ​ເດີນທາງ​ເຂົ້າ​ມາ​ຮ່ວມ​ງານ​ດັ່ງກ່າວ​ເປັນ​ຈຳນວນ​ບໍ່​ໜ້ອຍ ​ແລະ ​ໄດ້​ຈັດ​ສອງ​ກິ​ດຈະ​ກຳ​ຫລັກໆ​​ຄື: ກິລາ ​ແລະ ດົນຕີ ​ເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວຈາກ​ຕ່າງປະ​ເທດ​ເຂົ້າມາ​ທ່ຽວ​ລາວ​ໃຫ້​ຫລາຍ​ຂຶ້ນ.

- Visit Laos Visit SALANA BOUTIQUE HOTEL - ເທດສະການ​ດົນ​ຕີ 919 ຈະກາຍ​​ເປັນ​​ກິດຈະກຳໜຶ່ງເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ

​ເທດສະການ​ດົນຕີ 919 ຈະ​​​​ໄດ້​ເປີດ​ຂາຍ​ປີ້​ເຂົ້າ​ຊົມ​ແຕ່​ເດືອນ​ຜ່ານ​ມາ​ແລ້ວ​ແລະ ມາ​ຮອດ​ປັດຈຸບັນ ສາມາດ​ຂາຍ​ປີ້​​ໄດ້​ປະມານ 9 ພັນ​ກວ່າ​ບ່ອນ​ນັ່ງ ​ໃນ​ຈຳນວນ​​ປີ້ທັງ​ໝົດ 30 ພັນ​ປີ້ ດ້ວຍ​ລາຄາ 130.000 ກີບ ​ແລະ 300.000 ກີບ​ຕໍ່​ໜຶ່ງ​ບ່ອນ​ນັ່ງ, ​ໂດຍ​ຈະ​ເລີ່​ມ​ເປີດ​ປະຕູ​ປະມານ 12:00 ​ໂມງ​ໄປ​ຈົນ​ຮອດທ່ຽງ​ຄືນ, ສຳລັບ​ນັກ​ຮ້ອງ​ລາວ​ມີ: ສັກ ວົງ​ Cell, ​LOG, ນ້ຳ​ຝົນ Singing Contest, ​Black Eye; ສ່ວນ​​ໄທ ກໍ​ຈະ​ມີ: Potato, Labanoon, Big Ass, Cocktail ​ແລະ ສ.ເກົາຫລີ ກໍ​ຈະ​ມີ​ສິລະ​ປິນ​ໂດ່​ງດັງ​​ແຖວ​ໜ້າ​ ​ແລະ ດີ​ເຈ​ຊື່​ສຽງ​ຂອງ​ຕ່າງປະ​ເທດ​​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫລາຍ.

- 3 - ເທດສະການ​ດົນ​ຕີ 919 ຈະກາຍ​​ເປັນ​​ກິດຈະກຳໜຶ່ງເພື່ອ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!