ລາວ-ຈີນບັນລຸການຮ່ວມມືດ້ານການເງິນ ເພື່ອສົ່ງເສີມ SME
ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານພັດທະນາແຫ່ງຊາດ ຈີນ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ (SME) ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງ ພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ, ປະທານປະເທດແຫ່ງ ສປ ຈີນ ເຊິ່ງພິທີດັ່ງກ່າວ ໄດ້ມີຂຶ້ນໃນວັນທີ 13 ພະຈິກນີ້ ທີ່ ນະຄອນຫຼວງວຽງຈັນ.
ການລົງນາມໃນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນຄັ້ງນີ້, ຕາງໜ້າທະນາຄານ ແຫ່ງ ສປປ ລາວ ໂດຍແມ່ນ ທ່ານ ສົມພາວ ໄຟສິດ ຜູ້ວ່າ ການ ທະນາຄານແຫ່ງ ສປປ ລາວ ແລະ ຕາງໜ້າທະນາຄານພັດທະນາ ແຫ່ງຊາດ ຈີນ ໂດຍແມ່ນ ທ່ານ ຫູ ຫວຍປາງ ປະທານສະພາບໍລິຫານ ທະນາຄານພັດທະນາແຫ່ງຊາດ ຈີນ ເຊິ່ງການເຊັນບົດບັນທຶກຄວາມເຂົ້າໃຈການຮ່ວມມືກັນໃນເທື່ອນີ້ ກໍເພື່ອປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃຫ້ເຕີບໃຫຍ່ຂະຫຍາຍຕົວການເຂົ້າເຖິງແຫຼ່ງທຶນຂອງຫົວໜ່ວຍທຸລະກິດ ໂດຍຖືເອົາການລະດົມທຶນ ເພື່ອສະໜອງສິນເຊື່ອໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ໃນ ສປປ ລາວ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ.
ບົດບັນທຶກຄວາມເຂົ້າໃຈ ລະຫວ່າງທະນາຄານແຫ່ງ ສປປ ລາວ ແລະ ທະນາຄານພັດທະນາແຫ່ງຊາດຈີນ ກ່ຽວກັບການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ແມ່ນນອນໃນການລົງນາມບັນດາເອກະສານ 17 ສະບັບ ທີ່ໄດ້ເຊັນກັນໃນມື້ດັ່ງກ່າວ ເຊິ່ງໄດ້ເປັນຂີດໝາຍອັນສໍາຄັນແຫ່ງການພົວພັນ ແລະ ຮ່ວມມື ລາວ-ຈີນ ບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຕາມທິດບ້ານໃກ້ເຮືອນຄຽງ ທີ່ດີ, ເພື່ອນມິດ ທີ່ດີ, ສະຫາຍ ທີ່ດີ ແລະ ຄູ່ຮ່ວມມື ທີ່ດີ ແລະ ເປັນຄູ່ຮ່ວມຍຸດທະສາດ ຮອບດ້ານ ໝັ້ນຄົງ ຍາວນານ.