ສາລະວັນດິນແດນບໍລິເວນ

ແຂວງ ສາລະວັນ ເປັນ ແຂວງໜຶ່ງ ຕັ້ງຢູ່ພາກໃຕ້ຂອງ ປະເທດລາວ, ດິນແດນສ່ວນໜຶ່ງກວມເອົາພູພຽງບໍລິເວັນອັນອຸດົມຮັ່ງມີ, ທິດຕາເວັນອອກຕິດກັບ ປະເທດຫວຽດນາມ, ທິດຕາເວັນ ຕົກຕິດກັບປະເທດໄທ ແລະ ມີ ຕົ້ນຮັງ ຫລື ເອີ້ນຢ່າງໜຶ່ງວ່າຕົ້ນ ສາລະເກີດຂຶ້ນຫລາຍ, ຈິ່ງເປັນທີ່ມາຂອງຊື່ສາລະວັນໝາຍເຖິງດິນແດນແຫ່ງຕົ້ນຮັງ.
+ ຄາລາວານທ່ອງທ່ຽວ ແລະ ການກຸສົນເມືອງທ່າປາງທອງດຳເນີນໄປດ້ວຍບັນຍາກາດອົບອຸ່ນ
+ ແຂວງເຊກອງມີຫລາຍກິດຈະກຳທີ່ໜ້າທ່ຽວຊົມໃນປີທ່ອງທ່ຽວ
ປັດຈຸ ບັນແຂວງສາລະວັນປະກອບມີ 8 ເມືອງຄື: ເມືອງສາລະວັນ, ລະຄອນເພງ, ວາປີ, ເລົ່າງາມ, ຕຸ້ມລານ, ຕະໂອ້ຍ, ຄົງເຊໂດນ ແລະ ເມືອງສະມ້ວຍ, ມີປະຊາ ກອນອາໄສຢູ່ ປະມານ 3 ແສນຄົນ, ໃນ 14 ຊົນເຜົ່າດ້ວຍກັນທີ່ ມີ ຄວາມຫລາກຫລາຍທາງດ້ານ ຮີດຄອງປະເພນີ ແລະ ສີລະປະ ການຮ້ອງລຳທຳເພງ ດັ່ງລຳສາລະວັນ, ລຳຜູ້ໄທອັນລືຊື່ ແລະ ມີຊື່ສຽງໂດ່ງດັງໄປ ທົ່ວປະເທດ, ພ້ອມຍັງມີລຳວົງສາລະວັນ, ລຳຕາລີມອນ, ລຳກະເລີ້ຍ ແລະ ອື່ນໆອັນໄດ້ ສ້າງສິ່ງ ຈັບອົກຈັບ ໃຈ ໃຫ້ແກ່ຜູ້ມາທ່ອງທ່ຽວສາລະວັນ ເປັນຈຳນວນບໍ່ໜ້ອຍມາ ປັດຈຸບັນ ແຂວງສາລະວັນອັນ ໄດ້ຮັບການພັດທະນາຂຶ້ນໃໝ່ ຫລາຍດ້ານດັ່ງອະນຸສາວະລີ ອົງແກ້ວ ເປັນອານຸສອນສະຖານ ເພື່ອຈາລຶກ ເຖິງຄຸນງາມຄວາມດີຂອງວິລະບູລຸດຂອງຊາດ, ທີ່ ໄດ້ສ້າງວິລະກຳອັນລ້ຳເລີດ, ນຳພາປະຊາຊົນລາວລຸກຮື້ຂຶ້ນ ຕໍ່ສູ້ຕ້ານຈັກກະພັດຝຣັ່ງຢ່າງ ອົງອາດກ້າຫານ. ອົງແກ້ວເກີດ ທີ່ບ້ານຈະກຳ ເມືອງທ່າແຕງ ແຂວງເຊກອງ ແລະ ເສຍຊີວິດ ເມື່ອປີ 1910.
ຈາກນັ້ນກໍແມ່ນຫັດຖະ ກຳຕ່ຳແຜ່ນແພ ບ້ານຫ້ວຍຫູນ ເມືອງເລົ່າງາມ ອັນມີຊື່ສຽງມາ ແຕ່ດຶກດຳບັນ, ເຊິ່ງບ້ານດັ່ງກ່າວ ໄດ້ ຍົກຍ້າຍຖິ່ນຖານມາ ຈາກບ້ານປະລຸ ແຂວງຕາເວັນອອກ (ເຊກອງ) ໃນປັດຈຸບັນເມື່ອ ກາງ ປີ 1970, ປະຊາຊົນສ່ວນໃຫຍ່ ແມ່ນເຜົ່າກະຕູ່ ເຊິ່ງເປັນເຜົ່າທີ່ມີພາສາປາກເວົ້າ ແລະ ການນຸ່ງຖືທີ່ເປັນເອກະລັກສະເພາະ ແລະ ສິ່ງທີ່ແປກປະຫລາດ ຂອງເຜົ່ານີ້ແມ່ນທຸກໆຄອບຄົວ ຕ້ອງມີໂຮງ ສົບປະໄວ້ຢູ່ຫົວເຮືອນ ແລະ ອີກສິ່ງໜຶ່ງເປັນບ່ອນດຶງດູດນັກທ່ອງທ່ຽວນັ້ນ ແມ່ນຜະ ລິດຕະພັນຫັດຖະກຳແຜ່ນແພ ຂອງເຂົາເຈົ້າ ແມ່ນ ມີຄວາມປາ ນີດ ຫລາຍ ຫາບ່ອນອື່ນມາປຽບ ທຽບບໍໄດ້ ແຫ່ງຫົວຄິດປະດິດສ້າງ ແລະ ງົດງາມ ດັ່ງກ່າວ ຈິ່ງ ເຮັດໃຫ້ນັກທ່ອງທ່ຽວກໍອົດໃຈ ບໍ່ ໄດ້ຕ້ອງໄດ້ອຸດໜູນຊື້ຜະລິດຕະ ພັນທີ່ເຮັດ ດ້ວຍມືນີ້ເປັນຂອງ ຝາກຂອງຕ້ອນ ແລະ ໄວ້ເປັນສິ່ງ ທີ່ລະນຶກແຫ່ງດິນແດນພູພຽງ ບໍລິເວນອັນອຸດົມສົມບູນດັ່ງກ່າວ ໄວ້ຊົ່ວກາລະນານ.