ນາຍົກລັດຖະມົນຕີ ຕ້ອນຮັບ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ

ວັນທີ 19 ພະຈິກ 2024 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທ່ານ ພົນເອກ ຟານວັນ ຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ສສ ຫວຽດນາມ ພ້ອມຄະນະ ເນື່ອງໃນໂອກາດທີ່ເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 18 ແລະ ອາຊຽນ-ບວກ ຄັ້ງທີ 11 ທີ່ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນລະຫວ່າງວັນທີ 19-22 ພະຈິກ 2024.
ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ພົນເອກ ຟານວັນ ຢາງ ພ້ອມດ້ວຍຄະນະ ທີ່ເດີນທາງເຂົ້າມາຮ່ວມກອງປະຊຸມຄັ້ງນີ້, ທີ່ ສປປ ລາວ ຮັບກຽດເປັນເຈົ້າພາບ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມທະວີ ຮັດແໜ້ນສາຍພົວພັນຮ່ວມມື ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກສອງລັດ ແລະ ປະຊາຊົນສອງຊາດ ເວົ້າລວມ, ເວົ້າສະເພາະ ການຮ່ວມມືລະຫວ່າງສອງກະຊວງປ້ອງກັນປະເທດລາວ-ຫວຽດນາມ ໃຫ້ແໜ້ນແຟ້ນ ແລະ ພົ້ນເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ທ່ານ ພົນເອກ ຟານວັນ ຢາງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານນາຍົກລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ໃນຄັ້ງນີ້ ພ້ອມທັງຖືໂອກາດແຈ້ງໃຫ້ຊາບ ກ່ຽວກັບການເດີນທາງມາເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນຄັ້ງທີ 18 ແລະ ອາຊຽນ-ບວກ ຄັ້ງທີ 11 ໃນຄັ້ງນີ້ດ້ວຍ.