21 ວິທີຊ່ວຍໃຫ້ລູກນ້ອຍນອນຫຼັບງ່າຍ ແລະ ນອນດົນຂຶ້ນ
November 19, 2017 - 1:53 PM

- ກ່ອມລູກນອນໂດຍບໍ່ສົບຕາກັບລູກ
- ອາບນໍ້າອຸ່ນໃຫ້ລູກ: ເພື່ອໃຫ້ຮ່າງກາຍຜ່ອນຄາຍ ແລະ ສະບາຍຕົວ ແລ້ວຈຶ່ງພາເຂົ້ານອນ ລູກຈະຫຼັບສະບາຍ ແລະ ຫຼັບໄດ້ດົນຂຶ້ນ
- ກ່ອມລູກນອນໃນອູ່ທີ່ສາມາດໄກວໄດ້ ຫຼື ບ່ອນນອນເດັກນ້ອຍແບບມີລະບົບສັ່ນຄ່ອຍໆ
- ໃຫ້ລູກນອນດູດນົມ
- ບ່ອນນອນລູກຄວນປອດໂປ່ງ: ບໍ່ຄວນມີໝອນນ້ອຍ, ກະຕູນຫຼາຍເກີນໄປ ເພາະຈະເຮັດໃຫ້ລູກຫາຍໃຈບໍ່ສະດວກ
- ກິ່ນຫອມໆຊ່ວຍໄດ້: ກິ່ນຫອມຂອງລາເວນເດີ, ກິ່ນນໍ້າຫອມລະເຫີຍ ຫຼື ກິ່ນຂອງນໍ້າຢາປັບຜ້ານຸ່ມກໍສາມາດເຮັດໃຫ້ລູກຫຼັບໄດ້ງ່າຍ ແລະ ສະບາຍ
- ເມື່ອລູກສະບາຍທ້ອງກໍຫຼັບດົນ: ຫຼັງຈາກລູກກິນນົມແລ້ວ ບໍ່ວ່າຈະດູດນົມແມ່ ຫຼື ຈາກປ໋ອງນົມ ແລ້ວຫຼັບ ແມ່ຄວນອຸ້ມຂຶ້ນບ່າໄຫລ່ເພື່ອໃຫ້ລູກເອື້ອມກ່ອນ ຈຶ່ງຄ່ອນເອົານອນບ່ອນ
- ສໍາຜັດຮັກຈາກແມ່ ຫຼື ພໍ່: ເອົາລູນນອນບ່ອນ ແລະ ໃຊ້ມືລູບຄ່ອຍໆທີ່ໜ້າເອິກ ຫຼື ຫຼັງ ກໍເຮັດໃຫ້ລູກນອນຫຼັບງ່າຍຂຶ້ນ
- ຝຶກລູກໃຫ້ນອນຫຼັບເປັນເວລາ: ເມື່ອລູກຊິນເຄີຍແລ້ວ ພໍເຖິງເວລາລູກກໍຈະນອນຫຼັບເອງ ແລະ ເປັນຄົນນອນງ່າຍ
- ເຄື່ອງນຸ່ງກໍເປັນສິ່ງສໍາຄັນ: ນຸ່ງເຄື່ອງໃຫ້ລູກຄວນໃຫ້ເໝາະສົມກັບສະພາບອາກາດ
- ອຸນຫະພູມຫ້ອງເໝາະສົມ
- ແສງສະຫວ່າງເໝາະສົມ: ບໍ່ຄວນແຈ້ງເກີນ ຫຼື ມືດເກີນໄປ
- ນວດສໍາຜັດກ່ອນນອນ: ການນວດຜ່ອນຄາຍກ້າມເຊື້ອໃຫ້ລູກກ່ອນນອນ ກໍເຮັດໃຫ້ລູກຫຼັບດົນເຖິງຕອນເຊົ້າໄດ້
- ປ່ຽນຜ້າອ້ອມໃຫ້ລູກຕະຫຼອດ ຫຼື ເລືອກຜ້າອ້ອມທີ່ມີການຊຶມຊັບໄດ້ດີ ຈະຊ່ວຍໃຫ້ລູກຮູ້ສຶກສະບາຍ
- ຫາວິທີຄາຍຄຽດ: ຖ້າລູກຮູ້ສຶກຄຽດບໍ່ຍອມນອນ ຈຸກນົມ ສາມາດເຮັດໃຫ້ລູກຜ່ອນຄາຍ ແລະ ຫຼັບໄປເອງ
- ສ້າງຄວາມຄຸ້ນເຄີຍ: ສໍາລັບລູກເກີດໃຫມ່ໃນຊ່ວງອາທິດທໍາອິດບາງຄົນອາດຍັງບໍ່ເຄີຍຊິນກັບໂລກໃບໃຫມ່ ແມ່ສາມາດໃຊ້ຜ້າຫໍ່ຕົວລູກເວລານອນໄດ້ ຈະຊ່ວຍເຮັດໃຫ້ລູກຮູ້ສຶກອົບອຸ່ນຄືກັບຢູ່ໃນອ້ອມກອດຂອງແມ່ ເຮັດໃຫ້ນອນໄດ້ດົນຂຶ້ນ
- ອ່ານໜັງສືໃຫ້ລູກຟັງ: ກ່ອນເຂົ້ານອນໃຫ້ແມ່ອ່ານໜັງສືໃຫ້ລູກຟັງຕັ້ງແຕ່ຕອນຍັງນ້ອຍ ລູກຈະເປັນຄົນຮັກການອ່ານ ແລະ ຮູ້ຈັກເວລາວ່າໃກ້ເຖິງເວລາຕ້ອງນອນແລ້ວ
- ພາລູກເຂົ້ານອນເມື່ອຮອດເວລານອນ: ພໍ່ແມ່ຄວນສັງເກດອາການຢາກນອນຂອງລູກ
- ໃຫ້ລູກຟັງສຽງເພງທີ່ຄຸ້ນເຄີຍ: ອາດຈະເປັນສຽງກ່ອມຂອງແມ່ ຫຼື ເພງທີ່ລູກເຄີຍຟັງຕັ້ງແຕ່ຢູ່ໃນທ້ອງແມ່
- ບັນຍາກາດໃນການນອນທີ່ດີ: ເລືອກໃຫ້ລູກນອນໃນຫ້ອງທີ່ມິດ ຫຼື ບໍ່ວຸ້ນວາຍຈົນເກີນໄປ
- ບາງເທື່ອແມ່ອາດບໍ່ຕ້ອງເຮັດຫຍັງເລີຍ: ລູກຢາກນອນແຮງ ກໍຈະຫຼັບໄປເອງ ແຕ່ຢ່າປ່ອຍໃຫ້ລູກຈົນເຖິງຂັ້ນເກີດອາການຄຽດ ເພາະລູກຍັງນ້ອຍຍັງຈັດການຄວບຄຸມອາລົມບໍ່ຄ່ອຍໄດ້