ລັດຖະບານວາງວິໄສທັດ ຮັກສາເນື້ອທີ່ດິນກະສິກໍາ 4,5 ລ້ານເຮັກຕາ ຫລື 19%
ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ສະເໜີ ຮ່າງວິໄສທັດ ຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 / ເພື່ອຮັກສາເນື້ອທີ່ດິນກະສິກໍາ 4,5 ລ້ານເຮັກຕາ ຫລື 19% ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ IX ວັນທີ 25 ພະຈິກ 2024ນີ້ວ່າ:
ໃນໄລຍະຜ່ານມາ ຂະແໜງການກະສິກຳ ແລະ ປ່າໄມ້ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຕາມພາລະບົດບາດ ແລະ ໜ້າທີ່ ເພາະເປັນວຽກໜຶ່ງທີ່ປະກອບສ່ວນຢ່າງໃຫຍ່ຫລວງ ເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ລັດຖະບານ ໂດຍສະເພາະ ແມ່ນປະກອບສ່ວນ ໃນການຈັດຕັ້ງປະຕິບັດວຽກງານຈຸດສຸມຂອງຂະແໜງການກະສິກຳ ແລະ ປ່າໄມ້ ກໍຄື ແຜນງານ ຄໍ້າປະກັນສະບຽງອາຫານ ແລະ ຜະລິດເປັນສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ໃຫ້ສາມາດບັນລຸຜົນ ຕາມລະດັບຄາດໝາຍ.
ໃນປີ 2017 ຄະນະບໍລິຫານງານສູນກາງພັກ ໄດ້ອອກມະຕິ ສະບັບເລກທີ 026/ຄບສພ, ລົງວັນທີ 03 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານ ຄຸ້ມການຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່ ຊຶ່ງມະຕິດັ່ງກ່າວໄດ້ ເລັ່ງໃສ່ກຳນົດແຜນຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນແຕ່ລະປະເພດ ໃຫ້ສົມເຫດສົມຜົນ ໂດຍຮັກສາເນື້ອທີ່ປ່າໄມ້ກວມ 70% ຂອງເນື້ອທີ່ທົ່ວປະເທດ. ໃນປີ 2018, ສະພາແຫ່ງຊາດ ໄດ້ຮັບຮອງເອົາ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ສະບັບເລກທີ 098/ສພຊ ລົງວັນທີ 28 ມິຖຸ ນາ 2018 ຊຶ່ງແຜນແມ່ບົດດັ່ງກ່າວ ໄດ້ແບ່ງທີ່ດິນໃນ ສປປ ລາວ ອອກເປັນ 8 ປະເພດ. ໃນນັ້ນ, ທີ່ດິນກະສິກຳ ມີເນື້ອທີ່ ປະມານ 4,5 ລ້ານເຮັກຕາ ຫລື 19% ຂອງເນື້ອທີ່ດິນທົ່ວປະເທດ ຊຶ່ງຂະແໜງກະສິກຳ ໄດ້ກຳນົດທີ່ດິນ ດັ່ງກ່າວອອກເປັນ 4 ປະເພດການນໍາໃຊ້ດິນ ຄື:
- ເນື້ອທີ່ດິນນາ 2 ລ້ານເຮັກຕາ, ກວມເອົາ 44%;
- ເນື້ອທີ່ດິນປູກພືດລົ້ມລຸກ ຫລື ພືດອາຍຸສັ້ນ 1 ລ້ານເຮັກຕາ, ກວມ ເອົາ 22%;
- ເນື້ອທີ່ດິນປູກໄມ້ໃຫ້ໝາກ ຫລື ພືດອາຍຸຍາວ 0,8 ລ້ານເຮັກຕາ, ກວມເອົາ 18%
- ເນື້ອທີ່ດິນທົ່ງຫຍ້າລ້ຽງສັດ 0,7 ລ້ານເຮັກຕາ, ກວມເອົາ 16% ຂອງເນື້ອທີ່ດິນກະສິກຳໃນທົ່ວປະເທດ.
ພ້ອມກັນນັ້ນ, ພວກເຮົາໄດ້ສໍາເລັດ ການກຳນົດວາງແຜນນໍາໃຊ້ທີ່ດິນກະສິກຳແບບມີສ່ວນ ຮ່ວມຂັ້ນບ້ານ; ການສໍາຫລວດຂອບເຂດ ແລະ ປະເມີນຄຸນນະພາບດິນນາ ເຂດຊົນລະປະທານ; ໄດ້ປັກຫລັກໝາຍ ເຂດສະຫງວນ ສໍາລັບດິນຜະລິດກະສິກຳ; ໄດ້ສ້າງຊາວນາ ແລະ ຄອບຄົວຕົວແບບ ແລະ ສໍາເລັດສ້າງຂໍ້ຕົກລົງ ແລະ ນິຕິກຳຂອງກະຊວງໄດ້ຈຳນວນໜຶ່ງ.
ຄຽງຄູ່ກັບຜົນສໍາເລັດຂັ້ນຕົ້ນ ທີ່ກ່າວມາຂ້າງເທິງນັ້ນ, ຍັງມີຂໍ້ຄົງຄ້າງ ເຊັ່ນ: ການສໍາຫລວດ, ກຳນົດແບ່ງເຂດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກຳ ໃນຂອບເຂດທົ່ວປະເທດ ຍັງບໍ່ທັນລະອຽດເທົ່າທີ່ຄວນ, ບໍ່ທັນໄດ້ປັກຫລັກໝາຍ ແລະ ກຳນົດເຂດສະຫງວນດິນກະສິກຳໄວ້; ສະພາບການນໍາໃຊ້ທີ່ດິນກະສິກຳ ຂອງກະສິກອນ ບໍ່ທັນຖືກຕ້ອງຕາມເຕັກນິກວິຊາການ; ຍັງຂາດນິຕິກຳ ສະເພາະໃນການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ; ທີ່ດິນກະສິກຳຢູ່ຫລາຍທ້ອງຖິ່ນ ຖືກຫັນປ່ຽນ ໄປສູ່ເປົ້າໝາຍອື່ນຢ່າງຊະຊາຍ ດ້ວຍຮູບແບບຕ່າງໆ; ການເຜີຍແຜ່ຂໍ້ມູນ ຂ່າວສານກ່ຽວກັບດິນ ແລະ ທີ່ດິນກະສິກຳ ຍັງບໍ່ທົ່ວເຖິງ; ວິຊາການສະເພາະດ້ານ ຢູ່ຂັ້ນທ້ອງຖິ່ນຍັງມີຈຳກັດ, ບາງເມືອງຍັງບໍ່ທັນມີໜ່ວຍງານຄຸ້ມຄອງ ແລະ ພັດທະນາທີ່ດິນປະຈຳເມືອງ ແລະ ງົບປະມານ ສໍາລັບນໍາໃຊ້ເຂົ້າໃນວຽກງານດັ່ງກ່າວ ຍັງມີບໍ່ພຽງພໍ.
ທີ່ມາ: ຂ່າວສານປະເທດລາວ