ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ

ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ - 468353682 1125831836219298 824177108298514625 n - ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ
ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ - kitchen vibe - ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ

ທ່ານ ນາງ ວັດທະນາ ດາລາລອຍ ຮັກສາການຜູ້ວ່າທະນາ ຄານແຫ່ງ ສປປ ລາວ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຫລາຍບຫຍຫາຢູ່ກອງປະຊຸຸມ ສະໄໝສາມັນເທື່ອທີ່ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 25 ພະຈິກ 2024 ເຊັ່ນ: ການຈັດຕັ້ງປະຕິບັດໃນປີ 2024 ໃນການແກ້ໄຂບັນຫາເງິນເຟີ້, ລາຄາສິນຄ້າ ມີຕົວຊີ້ວັດຈະແຈ້ງແລ້ວ ຫລື ບໍ່? ອັດຕາເງິນເຟີ້ຍັງຢູ່ໃນລະດັບສູງ, ອັດ ຕາແລກປ່ຽນເງິນກີບທຽບໂດລາຍັງອ່ອນຄ່າ, ລາຄາສິນຄ້າ ແລະ ຄັງແຮສຳຮອງຍັງບໍ່ບັນລຸ, ການປ່ອຍສິນເຊື່ອຂອງທະນາຄານ ໃຫ້ຜູ້ທີ່ມີຄວາມຈຳເປັນໃນການທຳການຜະລິດຍັງປະຕິບັດໄດ້ໜ້ອຍ.

ທ່ານ ນາງ ວັດທະນາ ດາລາລອຍ ໄດ້ຊີ້ແຈງວ່າ: ໃນປີ 2024 ທຫລ ໄດ້ສືບຕໍ່ດຳເນີນນະໂຍບາຍເງິນຕາແບບຮັດກຸມ ດ້ວຍການນຳໃຊ້ເຄື່ອງມື ນະໂຍບາຍເງິນຕາທັງທາງກົງ ແລະ ທາງອ້ອມ ເພື່ອຄວບຄຸມປະລິມານເງິນ ເຊັ່ນ: ອອກ ແລະ ຈຳໜ່າຍພັນທະບັດ ທຫລ; ຈັດຕັ້ງປະຕິບັດການນຳເງິນຝາກຂອງລັດຖະບານ ເຂົ້າມາລວມສູນຢູ່ ທຫລ; ຄຸ້ມຄອງອັດຕາແລກປ່ຽນໃຫ້ມີສະຖຽນລະ ພາບ ຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ໃຫ້ມີຄວາມຍືດຍຸ່ນຫລາຍຂຶ້ນ; ຊຸກຍູ້ທະນາຄານທຸລະກິດ (ທທກ) ຂະຫຍາຍໜ່ວຍແລກປ່ຽນເງິນຕາຕາມດ່ານສາກົນ; ພັດທະນາລະບົບຊຳລະ ແລະ ພັດທະນາເຄື່ອງມືແອັບພລິເຄຊັນ App Ezy Kip ເພື່ອອໍານວຍຄວາມສະດວກໃຫ້ແກ່ປະຊາຊົນ ແລະ ນັກທ່ອງທ່ຽວໃນການແລກປ່ຽນເງິນຕາ; ເປີດຕະຫລາດແລກປ່ຽນເງິນຕາຕ່າງປະເທດ ທີ່ລວມສູນ (LFX) ເພື່ອໃຫ້ສັງຄົມສາມາດແລກປ່ຽນ ເງິນຕາຕ່າງປະເທດ ດ້ວຍຫລາຍຮູບແບບ ທັງເປັນການຫລຸດຕົ້ນທຶນດ້ານມະຫາພາກ ໃນການນໍາໃຊ້ເງິນຕາ ຕ່າງ ປະເທດ ເພື່ອເຂົ້າໄປແຊກແຊງເງິນຕາ ໃຫ້ມີຄວາມສະຫງົບ ເວລາອັດຕາແລກປ່ຽນມີຄວາມຜັນຜວນແຮງ, ເປັນເຄື່ອງມືສໍາຄັນໃຫ້ແກ່ລັດຖະບານ ໃນການຄຸ້ມຄອງ ແລະ ຕິດຕາມຕະຫລາດເງິນຕາ ຕ່າງປະເທດ ທີ່ຢູ່ນອກລະບົບ ໂດຍສະເພາະ ຂໍ້ມູນດ້ານຄວາມຕ້ອງການ ແລະ ການສະໜອງເງິນຕາຕ່າງປະເທດ ທີ່ເປັນສິ່ງກົດດັນຕໍ່ອັດຕາແລກປ່ຽນໃຫ້ມີການຜັນຜວນ, ຫັນການ ແລກປ່ຽນເງິນຕາຕ່າງປະເທດ ເຂົ້າສູ່ລະບົບທັນສະໄໝ, ລວມສູນ ແລະ ສາມາດກວດສອບໄດ້ ແນໃສ່ລຶບລ້າງການແລກປ່ຽນເງິນຕານອກລະບົບ; ສຸມໃສ່ສ້າງ ແລະ ປັບປຸງນິຕິກຳ ເພື່ອຄຸ້ມຄອງເງິນຕາຕ່າງປະເທດ ແລະ ນຳລາຍຮັບທີ່ເປັນເງິນຕາຕ່າງປະເທດ ໃຫ້ເຂົ້າສູ່ລະບົບຫລາຍຂຶ້ນ. ນອກນີ້, ລັດຖະບານໄດ້ຮ່ວມທຶນກັບບໍລິສັດ ພີທີເອວ ໂຮນດິງ ສ້າງຕັ້ງທະນາຄານຄຳ ເພື່ອປະກອບສ່ວນພັດທະນາ ລະບົບສະຖາບັນການເງິນໃຫ້ມີຄວາມເຂັ້ມແຂງ, ຊຸກຍູ້ກິດຈະກຳທາງເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະໜອງການບໍລິການ ທີ່ມີຄວາມຫລາກຫລາຍ ແລະ ທັນສະ ໄໝໃຫ້ແກ່ສັງຄົມ ເຊັ່ນ: ຜະລິດຕະພັນຝາກປະຢັດຄ່ຳ, ການກູ້ຢືມຄໍາ ແລະ ອື່ນໆ ຊຶ່ງເປັນການເພີ່ມທາງເລືອກໃໝ່ໃຫ້ແກ່ລູກຄ້າ ໃນການໃຊ້ບໍລິການທາງດ້ານການເງິນ ທັງເປັນການຊ່ວຍ ບໍລິຫານຄວາມສ່ຽງຈາກການຜັນຜວນຂອງຄຳ, ສົ່ງ ເສີມການເຂົ້າເຖິງແຫລ່ງທຶນ ຂອງທຸກພາກສ່ວນເສດຖະກິດ ທີ່ມີຄວາມຕ້ອງການແຫລ່ງທຶນ ໃຫ້ສາມາດກູ້ຢືມໂດຍການຄໍ້າປະກັນດ້ວຍຄໍາ ເຊິ່ງເປັນການອຳນວຍຄວາມສະດວກ ໃຫ້ແກ່ການເຂົ້າເຖິງແຫລ່ງທຶນ ສໍາ ລັບຜູ້ທີ່ບໍ່ມີອະສັງ ຫາລິມະຊັບ ເປັນຫລັກຊັບຄໍ້າປະກັນ, ສ້າງຄວາມໜ້າເຊື່ອຖື ໃນລະບົບການເງິນ ເຮັດໃຫ້ສັງຄົມຫັນມາໃຊ້ບໍລິການຝາກຊັບສິນໃນຮູບແບບຄຳ. ນອກນີ້, ກໍປະກອບສ່ວນເປັນແຫລ່ງລາຍຮັບໃຫ້ແກ່ລັດຖະບານ ບົນພື້ນຖານການເກັບພັນທະຕ່າງໆ ຈາກທຸລະກຳກ່ຽວກັບຄຳ.

ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ - Visit Laos Visit SALANA BOUTIQUE HOTEL - ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ

ໃນໄລຍະຜ່ານມາ, ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການຜະລິດເປັນສິນຄ້າ ເພື່ອທົດແທນການນຳເຂົ້າ ສ້າງຄວາມເຂັ້ມ ແຂງ ໃຫ້ແກ່ພື້ນຖານການຜະລິດພາຍໃນ, ສ້າງຄວາມເຂັ້ມແຂງໃຫ້ແກ່ຫົວໜ່ວຍວິສາຫະກິດ, ການຜະລິດສະບຽງອາຫານ ແລະ ການຜະລິດເປັນສິນຄ້າ ໃຫ້ມີຄວາມຫລາກຫລາຍເພື່ອຊົມໃຊ້ພາຍໃນ, ທຫລ ໄດ້ເປັນເຈົ້າການຊຸກຍູ້ການຈັດຕັ້ງປະຕິບັດນະໂຍ ບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ (766/ທຫລ) ເລີ່ມຈັດ ຕັ້ງປະຕິບັດໃນເດືອນພະຈິກ 2023 ຮອດເດືອນຕຸລາ 2024 ໄດ້ອະນຸມັດ 44 ຫົວໜ່ວຍ ໃຫ້ເຂົ້າຮັບນະໂຍບາຍ, ລວມວົງເງິນກູ້ຢືມທັງໝົດ ຈາກແຫລ່ງທຶນຂອງ ທທກ 4,532.50 ຕື້ກີບ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ (765/ທຫລ) ໄດ້ອະນຸມັດໃຫ້ 419 ຫົວໜ່ວຍ ຢູ່ 18 ແຂວງທົ່ວປະເທດ ລວມວົງເງິນກູ້ຢືມທັງໝົດ 756.73 ຕື້ກີບ.

ຕໍ່ກັບການເຂົ້າເຖິງສິນເຊື່ອໃນແຕ່ລະຂະແໜງການ ທຫລ ໄດ້ເປັນເຈົ້າການຊຸກຍູ້ໃຫ້ ທທກ ປ່ອຍສິນເຊື່ອ ຊຶ່ງຮອດເດືອນຕຸລາ 2024 ຍອດເຫລືອສິນເຊື່ອຂອງລະບົບທະນາຄານ ຢູ່ໃນລະດັບ 203,029.80 ຕື້ກີບ, ຂະ ຫຍາຍຕົວ 18.81% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ກວມເອົາ 64.18% ຂອງ GDP. ໃນນັ້ນ, ສິນເຊື່ອຂອງທະນາຄານທຸລະກິດ ໃນຂະແໜງອຸດສາຫະກຳ ກວມເອົາ 33.29% (ເພີ່ມຂຶ້ນ 34.34% ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ), ຂະແໜງການຄ້າ ກວມເອົາ 19.48% (ເພີ່ມຂຶ້ນ 20.57%), ຂະແໜງການບໍລິການ ກວມເອົາ 14.21% (ໃນນີ້, ລວມທັງຫົວໜ່ວຍທຸລະກິດທ່ອງທ່ຽວເພີ່ມ ຂຶ້ນ 25.59%), ຂະແໜງກໍ່ສ້າງກວມເອົາ 10.77% (ຫລຸດລົງ 10.10%), ຂະແໜງກະສິກຳ-ປ່າໄມ້ ກວມເອົາ 5.82% (ເພີ່ມຂຶ້ນ 42.49%) ແລະ ຂະແໜງການອື່ນໆ ກວມເອົາ 16.43% ຂອງຍອດສິນເຊື່ອທັງໝົດ.

ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ - 3 - ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ
ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ - 5 - ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ
ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ - 4 - ທະນາຄານແຫ່ງ ສປປ ລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງສະມາຊິກພາແຫ່ງຊາດ