ພັກລັດຖະບານຊິມບຳເວ ຮຽກຮ້ອງທ່ານ ມູກາເບ ລາອອກ

- 98806928 102efda4 9298 46ce a481 9929915798d6 - ພັກລັດຖະບານຊິມບຳເວ ຮຽກຮ້ອງທ່ານ ມູກາເບ ລາອອກ
- kitchen vibe - ພັກລັດຖະບານຊິມບຳເວ ຮຽກຮ້ອງທ່ານ ມູກາເບ ລາອອກ

ສຳນັກງານ​ລະດັບ​ພາກພື້ນຂອງ​ພັກ ຊາ​ນູ-ພີ​ເອຟ ​ເຊິ່ງ​ເປັນ​ພັກລັດຖະບານ​ຂອງ​ຊິ​ມບຳ​ເວ ຮຽກຮ້ອງ​ໃຫ້​ປະທານາທິບໍດີ ​ໂຣ​ເບີດ ມູກາ​ເບ ລາ​ອອກ​ຈາກ​ຕຳ​ແໜ່​ງ.

- 98807390 9c51d685 33d4 4b26 8e35 b893926a2d91 - ພັກລັດຖະບານຊິມບຳເວ ຮຽກຮ້ອງທ່ານ ມູກາເບ ລາອອກ

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ຮາຣາ​ເຣ ປະ​ເທດ​ຊິມບຳ​ເວ ​ໃນ​ວັນ​ທີ 18 ພະຈິກ​ວ່າ: ຄະນະ​ກຳມະການ​ພັກ​ສະຫະພາບ​ແຫ່ງ​ຊາດ​ຊິ​ມບຳ​ເວ​ແອ​ຟຣິກັນ ຫລື ຊາ​ນູ-ພີ​ເອຟ ​ເຊິ່ງ​ເປັນ​ພັກ​ລັດຖະບານ​ຂອງ​ຊິ​ມບຳ​ເວ ຢ່າງ​ໜ້ອຍ​ໃນ 8 ຈາກ​ທັງ​ໝົດ 10 ​ແຂວງ ອອກ​ຖະ​ແຫລ​ງການ​ຜ່ານ​ໜັງສືພິມ​ເຮຣັດ ​ເຊິ່ງ​ເປັນ​ສື່​ກະບອກ​ສຽງ​ຂອງ​ລັດຖະບານ ສະບັບ​ວັນ​ທີ 17 ພະຈິກ ຮຽກຮ້ອງ​ໃຫ້​ປະທານາທິບໍດີ ​ໂຣ​ເບີດ ມູກາ​ເບ ລາ​ອອກ​ຈາກຕຳ​ແໜ່​ງ ​ແລະ ຂໍ​ໃຫ້​ທ່ານ​ນາງ ​ເກຣ ມູກາ​ເບ ພັນ​ລະ​ຍາ​ຂອງ​ທ່ານ ມູກາ​ເບ ລາ​ອອກ​ຈາກ​ການ​ເປັນ​ສະມາຊິກ​ພັກ​ຊາ​ນູ-ພີ​ເອຟ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ມີ​ການ​ຄືນ​ຕຳ​ແໜ່​ງຮອງ​ປະທານາທິບໍດີ ​ແລະ ຄະນະ​ກຳມະການ​ບໍລິຫານ​ພັກ ​ໃຫ້​ແກ່​ທ່ານ ​ເອັມ​ເມີ​ສັນ ນັນ​ກາກ​ວາ ​ເຊິ່ງຖືກ​ທ່ານ ມູກາ​ເບ ​ໄລ່​ອອກ​ໃນ​ອາທິດ​ກ່ອນ.

ຂະນະ​ດຽວ​ກັນ, ມີ​ລາຍ​ງານ​ວ່າ​ພັກ​ຊາ​ນູ-ພີ​ເອຟ ກຽມ​ຈັດ​ກອງ​ປະຊຸມ​ໃຫຍ່​ວາລະ​ພິ​ເສດ ​ເພື່ອ​ສະ​ແດງ​ຈຸດ​ຢືນ​ສະໜັບສະໜູນ​ກອງທັບ​ທີ່ “ສະ​ແດງ​ບົດບາດ” ທາງ​ການ​ເມືອງ​ຢ່າງ​ເປີດ​ເຜີຍ​ເປັນ​ເທື່ອ​ທຳ​ອິດ​ໃນ​ຮອບ 30 ປີ ​ໂດຍ​ການ​ສົ່ງ​ກຳລັງ​ເຂົ້າຄວບ​ຄຸມ​ສະຖານ​ທີ່​ລັດຖະການ​ທຸກ​ແຫ່ງ ຕະຫລອດ​ຮອດ​ສະຖານີ​ໂທລະພາບ​ແຫ່ງ​ຊາດ. ອີກ​ທັງ​ກັກ​ບໍລິ​ເວນ​ທ່ານ ມູກາ​ເບ ​ແລະ ຄອບຄົວ ​ໂດຍ​ທຸກ​ຝ່າຍ​ເຊື່ອ​ວ່າ​ສາ​ເຫດ​ເກີດ​ຈາກ​ຄວາມ​ພະຍາຍາມ​ຄວບ​ລວມອຳນາດ​ຂອງ​ທ່ານ ມູກາ​ເບ ອາຍຸ 93 ປີ ທີ່​ປົດ​ຮອງ​ປະທານາທິບໍດີ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ກຽມ​ແຕ່ງຕັ້ງພັນ​ລະ​ຍາ​ຂອງ​ຕົນ​ເອງ ​ເຊິ່ງອາຍຸ​ນ້ອຍ​ກວ່າ​ເຖິງ 41 ປີ​ຂຶ້ນມາ​ແທນ ​ເພື່ອ​ປູ​ທາງ​ສູ່​ການ​ເປັນ​ປະທານາທິບໍດີ​ຕໍ່​ຈາກ​ທ່ານ.

- 4 - ພັກລັດຖະບານຊິມບຳເວ ຮຽກຮ້ອງທ່ານ ມູກາເບ ລາອອກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!