ອິດສະລາແອນ-ແຮັດໂບລາ ເລີ່ມຢຸດຍິງ ແຕ່ສົງຄາມຢູ່ກາຊາຍັງບໍ່ຢຸດ

ຂໍ້ຕົກລົງຢຸດຍິງລະຫວ່າງອິດສະລາແອນກັບກຸ່ມແຮັດໂບລາຢູ່ລີບັງ ມີຜົນແລ້ວເມື່ອເວລາ 04:00 ໂມງ ຕາມເວລາທ້ອງຖິ່ນ (09:00 ໂມງຕາມເວລາປະເທດລາວ).
ຂະນະທີ່ປະທານາທິບໍດີ ໂຈ ໄບເດນ ຜູ້ນໍາອາເມລິກາ ແລະ ປະທານາທິບໍດີ ເອັມມານູເອລ ມາຄຣົງ ຜູ້ນໍາຝຣັ່ງ ເຊິ່ງຮ່ວມຊຸກຍູ້ການຢຸດຍິງຄັ້ງນີ້ ສະແດງຄວາມຫວັງວ່າ: ຄູ່ກໍລະນີທຸກຝ່າຍຈະປະຕິບັດຕາມເງື່ອນໄຂທັງໝົດຂອງຂໍ້ຕົກລົງຢຸດຍິງຢ່າງເຂັ້ມງວດ ເພື່ອຢຸດສະຖານະການນອງເລືອດ ທີ່ເກີດຂຶ້ນຄຽງຄູ່ໄປກັບສົງຄາມຢູ່ເຂດກາຊາ ໂດຍນັບແຕ່ວັນທີ 7 ຕຸລາປີຜ່ານມາ ມີຜູ້ເສຍຊີວິດຢູ່ລີບັງຢ່າງໜ້ອຍ 3,823 ຄົນ ສ່ວນຫລາຍເປັນພົນລະເຮືອນ ແລະ ຢູ່ອິດສະລາແອນມີທະຫານເສຍຊີວິດຢ່າງໜ້ອຍ 82 ຄົນ ແລະ ພົນລະເຮືອນຢ່າງໜ້ອຍ 47 ຄົນ.
ເຖິງຢ່າງໃດກໍຕາມ, ພຽງບໍ່ເທົ່າໃດຊົ່ວໂມງກ່ອນການຢຸດຍິງມີຜົນ ກອງທັບອິດສະລາແອນໂຈມຕີເປົ້າໝາຍທົ່ວລີບັງ ແລະ ອອກປະກາດເຕືອນຊາວລີບັງ ໃຫ້ຫລີກລ່ຽງການເຂົ້າໃກ້ບໍລິເວນທີ່ຍັງມີທະຫານອິດສະລາແອນປະຈໍາການ ແລະ ພື້ນທີ່ທີ່ອິດສະລາແອນກໍາລັງຖອນທະຫານ ແລະ ສາງອາວຸດ ຕາມເງື່ອນໄຂຂອງການຢຸດຍິງ ທີ່ຕ້ອງດໍາເນີນພາຍໃນເວລາ 60 ວັນ ແລະ ໃນລະຫວ່າງນີ້ ທະຫານລີບັງຈະເຂົ້າມາປະຈໍາການຕາມຊາຍແດນທາງໃຕ້ຂອງປະເທດ ທີ່ຕິດກັບພາກເໜືອຂອງອິດສະລາແອນ.
ສ່ວນນາຍົກລັດຖະມົນຕີ ເບນຈາມິນ ເນທັນຢາຮູ ຜູ້ນໍາອິດສະລາແອນ ຂອບໃຈການສະໜັບສະໜູນຈາກພັນທະມິດ ເຊິ່ງຮ່ວມກັນຊຸກຍູ້ການຢຸດຍິງຄັ້ງນີ້ ທີ່ຈະຊ່ວຍໃຫ້ອິດສະລາແອນກັບໄປໃຫ້ຄວາມສໍາຕັນຕໍ່ກຸ່ມຮາມັດຢູ່ເຂດກາຊາ, ແຕ່ຍັງຢືນຢັນວ່າ: ກຸ່ມແຮັດໂບລາຈະຜະເຊີນການຕອບໂຕ້ຢ່າງສາສົມ ຖ້າຍັງຄຸກຄາມອິດສະລາແອນອີກ ແລະ ໄລຍະເວລາຂອງການຢຸດຍິງຈະຍາວນານຊໍ່າໃດຂຶ້ນກັບລີບັງ.