ນະຄອນຫລວງວຽງຈັນເມືອງເອກທີ່ປະທັບໃຈ

ໂດຍ: ສ. ນົກຮຽນບິນ
ນະຄອນຫລວງວຽງຈັນເຖິງຈະບໍ່ຕິດອັນດັບເປັນເມືອງໜ້າທ່ອງທ່ຽວຄືແຂວງຫລວງພະບາງກໍຕາມ, ແຕ່ກໍມີຫລາຍສະຖານທີ່ທ່ອງທ່ຽວທາງດ້ານວັດຖຸບູຮານ, ແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳ ແລະ ທາງທຳມະຊາດອັນເປັນທີ່ປະທັບໃຈຂອງຜູ້ຄົນທົ່ວທຸກມຸມໂລກ ຄືປີ 2016 ມີນັກທ່ອງທ່ຽວເຂົ້າມາເຖິງ 1,57 ລ້ານກວ່າຄົນ, ມີລາຍຮັບຈາກການທ່ອງທ່ຽວ 177,3 ລ້ານໂດລາສະຫະລັດ, ສະເພາະ 9 ເດືອນປີ 2017 ກໍມີນັກທ່ອງທ່ຽວເຂົ້າມາຫລາຍກວ່າ 9 ແສນຄົນແລ້ວ ແລະ ຄາດວ່າຈະບັນລຸເປົ້າໝາຍວາງໄວ້ຢ່າງແນ່ນອນ.
ນະຄອນຫລວງວຽງຈັນຕັ້ງຢູ່ໃຈກາງຂອງປະເທດ, ເປັນສູນກາງທາງດ້ານການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ, ມີເສັ້ນທາງເຂົ້າສູ່ຫລາຍສາຍ, ມີສະໜາມບິນໄດ້ມາດຕະຖານຮອງຮັບການເດີນທາງຂຶ້ນ-ລົງຂອງຍົນນາໆຊາດ ຈຶ່ງມີຄວາມໄດ້ປຽບກວ່າແຂວງອື່ນໆ. ດັ່ງທ່ານ ຄຳປະດິດ ເຂັມມານິດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ນະຄອນຫລວງມີອົງປະກອບຫລາຍດ້ານທີ່ເປັນທ່າແຮງຂອງການທ່ອງທ່ຽວ ແລະ ສາມາດດຶງດູດໃຈນັກທ່ອງທ່ຽວເຂົ້າມາທ່ຽວຊົມໃນແຕ່ລະປີເພີ່ມຂຶ້ນ ແລະ ສະເພາະປີທ່ອງທ່ຽວລາວ 2018 ນີ້ ນະຄອນຫລວງກໍໄດ້ມີການກະກຽມກິດຈະກຳຫລາຍດ້ານເພື່ອຮອງຮັບປີທ່ອງທ່ຽວດັ່ງກ່າວ ເຊິ່ງເບື້ອງຕົ້ນກໍໄດ້ສຸມໃສ່ປຸກລະດົມຊາວນະຄອນຫລວງວຽງຈັນຮ່ວມເປັນເຈົ້າພາບທີ່ດີນຳກັນ ເຮັດແນວໃດໃຫ້ກາຍເປັນເມືອງແຫ່ງຮອຍຍິ້ມ ແລະ ປະຕິບັດໄດ້ ສ.ສະອາດ, ສ.ສະຫງົບ, ສ່ວນກິດຈະກຳຕ່າງໆແມ່ນຈະເນັ້ນໃສ່ 3 ບຸນໃຫຍ່ ຄືບຸນປີໃໝ່ລາວ, ບຸນອອກພັນສາ ແລະ ຊ່ວງເຮືອປະເພນີທີ່ທ່າວັດຈັນ ແລະ ບຸນນະມັດສະການພະທາດຫລວງ ເພື່ອແນໃສ່ສົ່ງເສີມວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດເຮົາທີ່ມີມາແຕ່ດົນນານແລ້ວນັ້ນໃຫ້ແຂກບ້ານແຂກເມືອງໄດ້ເບິ່ງໄດ້ຊົມຢ່າງໜ້າປະທັບໃຈ. ພ້ອມນັ້ນ ກໍຈະໄດ້ຈັດງານສົ່ງເສີມການທ່ອງທ່ຽວ 6 ແຂວງພາກກາງ ໂດຍຈະນຳເອົາຜະລິດຕະພັນອັນໂດດເດັ່ນຂອງ 6 ແຂວງພາກກາງມາສະແດງ ແລະ ຮ່ວມຈັດກິດຈະກຳຕ່າງໆ ແລະ ໃນໄລຍະດຽວກັນ, ນະຄອນຫລວງວຽງຈັນກໍຈະເປັນເຈົ້າພາບຈັດກອງປະຊຸມ 5 ນະຄອນຂອງປະເທດລຸ່ມແມ່ນ້ຳຂອງ ກໍຈະເປັນທ່າແຮງສຳຄັນໜຶ່ງເພື່ອດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໃຫ້ຫລາຍຂຶ້ນ, ສ່ວນສະຖານທີ່ທ່ອງທ່ຽວແມ່ນເນັ້ນໃສ່ບູຮານສະຖານ, ຫໍພະແກ້ວ, ວັດສີສະເກດ, ວັດພະທາດຫລວງ ແລະ ຫໍຫລັກເມືອງ ພາຍຫລັງມີການຕົບແຕ່ງປະຕິສັງຂອນໃຫ້ມີຄວາມສວຍສົດງົດງາມ ແລະ ເອກອ້າງທະນົງໃຈ ດັ່ງຫໍພະແກ້ວ, ພະທາດຫລວງ ແລະ ອື່ນໆ. ພ້ອມດຽວກັນນັ້ນ ກໍເນັ້ນໃສ່ແຫລ່ງທ່ອງທ່ຽວທາງທຳມະຊາດນ້ຳຕົກຕາດຊອນ, ເຮືອນແພນ້ຳງື່ມ, ສວນພຶກສາຊາດ, ສວນພູຕາເວັນ ແລະ ເລັ່ງປັບປຸງປົວແປງຮ້ານອາຫານ, ເຮືອນພັກ, ໂຮງແຮມໃຫ້ໄດ້ມາດຕະຖານ.
ຕາມການເປີດເຜີຍຂອງທ່ານ ແກ້ວວິໄຈ ວົງແກ້ວພິລາ ວິຊາການຄຸ້ມຄອງຂະແໜງທ່ອງທ່ຽວ ໃຫ້ຮູ້ຕື່ມວ່າ: ສະພາບການທ່ອງທ່ຽວຂອງນະຄອນຫລວງວຽງຈັນໃນປັດຈຸບັນແມ່ນມີບັນຍາກາດດີຂຶ້ນ ເຊິ່ງສະແດງອອກໃຫ້ເຫັນສະເພາະ 9 ເດືອນຕົ້ນປີນີ້ມີນັກທ່ອງທ່ຽວເຂົ້າມາທ່ຽວຫລາຍກວ່າ 9 ແສນຄົນ ແລະ ຄາດວ່າໃນ 3 ເດືອນສຸດທ້າຍຂອງປີ ເປັນໄລຍະທີ່ນັກທ່ອງທ່ຽວຈະເຂົ້າມາຫລາຍ ແລະ ອາດເປັນຜົນບວກເຮັດໃຫ້ຕົວເລກການທ່ອງທ່ຽວບັນລຸເປົ້າແນ່ນອນ.