ກອງປະຊຸມການຮ່ວມມືລາວ-ຈີນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຄັ້ງທໍາອິດ

ສຳນັກງານຂ່າວສານປະເທດລາວ (KPL) ຮ່ວມກັບ ສຳນັກງານຂ່າວ ສານເສດຖະກິດຈີນ ຂອງສຳນັກງານໃຫຍ່ຊິນຮ່ວາ ແລະ ສະພາການຄ້າຊາວ ຈີນຕ່າງດ້າວປະຈຳລາວ, ໄດ້ຈັດງານຖະແຫຼງຂ່າວຂື້ນໃນວັນທີ 19 ພະຈິກນີ້, ທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ໄຂຄຳພິທູນ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຫວາງເວີນທຽນ ເອກອັກຄະລັດ ຖະທູດຈີນ ປະຈຳລາວ, ທ່ານ ສະຫວັນຄອນ ຣາຊມຸນຕຣີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີຄະນະອຳນວຍການຂ່າວສານປະເທດລາວ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມເປັນຈຳນວນຫລາຍ.
ຜ່ານການຕົກລົງເຫັນດີຂອງຄະນະໂຄສະນາອົບຮົມສູນກາງພັກ, ສຳນັກ ງານຂ່າວສານຊິນຮ່ວາສປ ຈີນ ແລະ ສຳນັກຂ່າວສານປະເທດລາວ, ໄດ້ຮ່ວມກັນ ຈັດເວທີກອງປະຊຸມການຮ່ວມມືລາວ-ຈີນ “ໜຶ່ງແລວທາງໜຶ່ງເສັ້ນທາງ” ຂຶ້ນເປັນຄັ້ງປະຖົມມະລຶກ, ເພື່ອເປັນສ່ວນປະກອບເຮັດໃຫ້ຜົນສຳເລັດຂອງການຢ້ຽມ ຢາມ ສປປ ລາວ ຂອງທ່ານ ສີ ຈິນຜິງ ເລຂາທິການໃຫຍ່ພັກຄອມມູນິດຈີນ, ປະທານປະເທດແຫ່ງ ສປ.ຈີນ ປະກົດຜົນເປັນຈິງປະກອບສ່ວນເຂົ້າໃນການຊຸກຍູ້ ແລະ ຮອງຮັບຍຸດທະສາດການແຫ່ງການສົ່ງເສີມປະເທດລາວຈາກ “ປະເທດທີ່ບໍ່ມີ ທາງອອກສູ່ທະເລ ກາຍເປັນປະເທດທີ່ມີທາງອອກສູ່ທະເລ” ຜ່ານຍຸດທະສາດ “ໜຶ່ງແລວທາງໜຶ່ງເສັ້ນທາງ” ດັ່ງກ່າວ.
ທ່ານ ຄວາງ ເລິເສີງ ຮອງປະທານສຳນັກຂ່າວເສດຖະກິດຈີນ ກ່າວວ່າ: ຫົວຂໍ້ຫຼັກຂອງເວທີກອງປະຊຸມຄັ້ງນີ້ແມ່ນ “ເບື້ອງຫຼັງ ແລະ ໂອກາດແຫ່ງການຮ່ວມມືຂອງສອງຊາດ ໃນການເປີດຍຸດທະສາດການ ຫັນປ່ຽນປະເທດລາວຈາກປະເທດທີ່ບໍ່ມີຊາຍຕິດກັບທະເລ ກາຍເປັນປະເທດ ທີ່ມີທາງອອກສູ່ທະເລ, ຮອງຮັບຍຸດທະສາດ “ໜຶ່ງແລວທາງໜຶ່ງເສັ້ນທາງ”, ເຊິ່ງຈະເຮັດໃຫ້ຂະແໜງການຜະລິດ ແລະ ກິດຈະການທີ່ມີລັກສະນະຕາງໜ້າ ຈຳນວນຫຼາຍໃນປັດຈຸບັນປະສົບຜົນສຳເລັດພ້ອມໄດ້ສ້າງໂອກາດແຫ່ງການຮ່ວມມືຫຼາຍດ້ານ, ສຶກ ສາວິເຄາະການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ແລະ ການຮ່ວມ ມືຮອບດ້ານຂອງສອງຊາດລາວ-ຈີນ ກ້າວສູ່ລວງເລິກ ແລະ ເຮັດໃຫ້ນະໂຍບາຍ “ໜຶ່ງແລວທາງໜຶ່ງເສັ້ນທາງ” ໄດ້ຮັບການພັດທະນາທີ່ດີ ແລະ ໄວກວ່າເກົ່າ.
ທ່ານຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ນະໂຍບາຍໜຶ່ງແລວທາງໜຶ່ງເສັ້ນທາງຈະຊ່ວຍແກ້ໄຂຄວາມຫຍຸ້ງຍາກຕ່າງໆຂອງການພັດທະນາເສດຖະກິດຂອງປະເທດ, ທັງດ້ານວັດທະນະທຳ-ສັງຄົມ ທີ່ພວມຫັນໄປຕາມຍຸກໂລກາພິວັດ, ນະໂຍບາຍຕົ້ນຕໍ ກໍເພື່ອຊຸກຍູ້ປັດໄຈດ້ານເສດຖະກິດ ໃຫ້ສາມາດເຄື່ອນໄຫວໄດ້ຢ່າງເສລີ ແລະ ເປັນລະບຽບ, ຊັບພະຍາກອນທຳມະຊາດ ໄດ້ຮັບການຈັດສັນຢ່າງມີປະສິດທິຜົນ, ເຮັດໃຫ້ຕະຫລາດເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ເຮັດໃຫ້ບັນດາປະເທດຢູ່ຕາມແລວທາງ ສາມາດປະ ສານສົມທົບກັນດ້ານເສດຖະກິດໃຫ້ກວ້າງຂວາງ ຢູ່ໃນລະດັບສູງ ແລະ ເລິກເຊິ່ງກວ່າເກົ່າ, ສ້າງຄວາມປອງດອງ, ຄວາມສົມດຸນ ແລະ ມີຜົນປະໂຫຍດ ຮ່ວມກັນ. ທ່ານກ່າວຕື່ມວ່າ: ການຮ່ວມມືທາງດ້ານເສດຖະກິດສອງຝ່າຍ ລາວ-ຈີນ ໃນໄລຍະສອງປີຜ່ານມາ, ບັນລຸໄດ້ 2,34 ຕື້ໂດລາສະຫະລັດ, ດ້ານການທ່ອງທ່ຽວ ມີທ່າອ່ຽງເພີ່ມຂຶ້ນ, ໂດຍສະເພາະປີ 2017 ເພີ່ມຂຶ້ນ 23,5% ສະເລ່ຍໃນປີກາຍນີ້ ນັກທ່ອງທ່ຽວຈີນເຂົ້າມາລາວ ປະມານ 5 ແສນເທື່ອຄົນ ແລະ ມີທ່າອ່ຽງເພີ່ມຂຶ້ນໃນທຸກໆປີ, ການລົງທຶນຂອງຝ່າຍຈີນຢູ່ລາວ ມາເຖິງປັດຈຸບັນມີ 769 ໂຄງການລວມມີມູນຄ່າຫລາຍກວ່າ 7 ຕື້ໂດລາສະຫະລັດ (ບໍ່ນັບໂຄງການທາງລົດໄຟ), ຖືກຈັດຢູ່ອັນດັບທີ 1 ຂອງຕ່າງປະເທດເຂົ້າມາລົງທຶນຢູ່ລາວ, ນອກນີ້ ຝ່າຍຈີນ ຍັງໄດ້ໃຫ້ການຮ່ວມມືດ້ານອື່ນໆອີກເປັນຈຳນວນຫລາຍ, ໂດຍສະເພາະ ລັດຖະບານຈີນໄດ້ໃຫ້ການຊ່ວຍເຫລືອໃນການປັບປຸງພື້ນຖານໂຄງລ່າງ, ເສັ້ນທາງ, ໂຮງໝໍ, ໂຮງຮຽນ ເປັນຕົ້ນ.
ຂະນະດຽວກັນ, ສຳນັກງານຂ່າວສານເສດຖະກິດຈີນ ຂອງສຳນັກງານ ໃຫຍ່ຊິນຮ່ວາ, ສຳນັກງານຂ່າວສານປະເທດລາວ, ສະພາການຄ້າຊາວຈີນ ຕ່າງດ້າວ ປະຈຳລາວ ໄດ້ຮ່ວມລົງນາມໃນບົດບັນທຶກຄວາມຊົງຈຳ (MOU) , ພ້ອມມີການເຊັນສັນຍາຮ່ວມມື ຂອງຜູ້ຕາງໜ້າ ແລະ ອື່ນໆ. ນອກຈາກນັ້ນ ສຳນັກຂ່າວເສດຖະກິດຈີນ ຍັງໄດ້ ເຊັນສັນຍາການຮ່ວມມືກັບທະນາຄານອຸດສາ ຫະກຳ ແລະ ການຄ້າຈີນ, ສາຂານະຄອງຫຼວງວຽງຈັນ, ບໍລິສັດດາວທຽມລາວ ເອເຊຍປາຊີຟິກ ແລະ ໜ່ວຍ ງານອື່ນໆອີກຫຼາຍສະບັບ.