ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ສໍາເລັດຜົນຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII, ໄດ້ອັດລົງດ້ວຍຜົນສໍາເລັດຈົບງາມ ໃນວັນທີ 17 ພະຈິກນີ້, ພາຍຫຼັງໄດ້ດໍາເນີນມາເປັນເວລາ 24 ວັນ, ຕະຫຼອດໄລຍະເວລາດັ່ງກ່າວ ສະມາຊິກສະພາແຫ່ງຊາດໃນຖານະທີ່ເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນລາວບັນດາເຜົ່າ ໄດ້ສຸມສະຕິປັນຍາຂອງຕົນ ເຂົ້າໃນການຄົ້ນຄວ້າປະກອບຄໍາຄິດເຫັນ, ພິຈາລະນາບັນຫາສໍາຄັນຕ່າງໆຂອງຊາດ ດ້ວຍຄວາມຮັບຜິດຊອບສູງຄື: ໄດ້ຄົ້ນຄວ້າ ແລະ ຕີລາຄາ ຕໍ່ການຊີ້ນໍາ-ນໍາພາຂອງລັດຖະບານ, ບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ທີ່ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາໃນປີ 2017 ໄດ້ຮັບຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ປະເທດຊາດສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ການພັດທະນາເສດຖະກິດ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສະຖຽນລະພາບທາງດ້ານເງິນຕາມີຄວາມໝັ້ນທ່ຽງ, ບັນຍາກາດໃນການລົງທຶນພາຍໃນ ແລະ ຕ່າງປະເທດມີທ່າອ່ຽງດີຂຶ້ນ, ການຄຸ້ມຄອງ ແລະ ການບໍລິຫານລັດຕາມກົດໝາຍ ແມ່ນໄດ້ຮັບການປັບປຸງ, ຄາດໝາຍຈໍານວນໜຶ່ງທາງດ້ານວັດທະນະທໍາ-ສັງຄົມ ແລະ ສິ່ງແວດລ້ອມບັນລຸໄດ້ຕາມແຜນ, ການພັດທະນາຊົນນະບົດແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ປາກົດການຫຍໍ້ທໍ້ໃນສັງຄົມມນບາງດ້ານມີທ່າອ່ຽງຫຼຸດລົງ, ບົດບາດ ແລະ ອິດທິພົນຂອງປະເທດ ນັບມື້ໄດ້ຮັບການເຊີດຊູຂຶ້ນໃນເວທີພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ, ສະມາຊິກສະພາແຫ່ງຊາດ ຍັງໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄວາມເຫັນ ຢ່າງມີຄວາມຮັບຜິດຊອບຕໍ່ບັນດາຈຸດອ່ອນ, ຂໍ້ຄົງຄ້າງ ທີ່ເປັນສິ່ງກີດຂວາງໃນການຄຸ້ມຄອງ-ບໍລິຫານລັດ ທາງດ້ານວຽກງານການເງິນ-ເງິນຕາ, ເສດຖະກິດ-ສັງຄົມ ກໍຄືການຜະລິດທຸລະກິດ, ການແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ, ການຈັດສັນ ແລະ ການຄຸ້ມຄອງງົບປະມານຮັບໃຊ້ວຽກງານພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ກໍຄື ການຄຸ້ມຄອງ ແລະ ການແກ້ໄຂໜີ້ສິນສາທາລະນະ ຍັງເປັນສິ່ງທ້າທາຍ ແລະ ເປັນບັນຫາທີ່ສັງຄົມມີຄວາມເປັນຫ່ວງ ແລະ ສະເໜີໃຫ້ອົງການລັດທຸກຂັ້ນ ຈົ່ງເອົາໃຈໃສ່ແກ້ໄຂຢ່າງຕັ້ງໜ້າ ເພື່ອແນ່ໃສ່ເຮັດໃຫ້ ການພັດທະນາເສດຖກິດ-ສັງຄົມຂອງຊາດສືບຕໍ່ມີການຂະຫຍາຍຕົວ, ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການພັດທະນາປະເທດຊາດໃນຊຸມປີຕໍ່ໜ້າ. ບົນພື້ນຖານດັ່ງກ່າວ, ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາແຜນພັດທະນາເສດຖະກິດ-ສັງຄົມ, ແຜນເງິນຕາ, ແຜນງົບປະມານແຫ່ງລັດ ປີ 2018 ໂດຍມີການຈັດແບ່ງງົບປະມານ ລະຫວ່າງ ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ເພື່ອແນໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍຄັ້ງທີ X ຂອງພັກ ກ່ຽວກັບການແບ່ງຂັ້ນຄຸ້ມຄອງທາງດ້ານງົບປະມານ ລະຫວ່າງສູນກາງ ແລະ ທ້ອງຖິ່ນ ໃຫ້ເປັນຮູບປະທໍາ ແລະ ກໍານົຄວາມຮັບຜິດຊອບໃນການຄຸ້ມຄອງ, ການຈັດເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ ໃນແຕ່ລະຂັ້ນໃຫ້ຈະແຈ້ງຂຶ້ນ.
ກອງປຊຸມຍັງໄດ້ສະແດງຄວາມເຫັນເປັນເອກະພາບ ຕໍ່ບົດລາຍງາຍ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານປີ 2017 ແລະ ທິດທາງຄາດໝາຍປີ 2018 ຂອງສະພາແຫ່ງຊາດ ແລະ ຊົມເຊີບຄະນະປະຈໍາສະພາແຫ່ງຊາດ ໄດ້ຊີ້ນໍາ-ນໍາພາກົງຈັກການຈັດຕັ້ງຂອງຕົນ, ຈັດຕັ້ງຜັນຂະຫຍາຍທິດທາງວຽກງານປະຈໍາປີ 2017 ໄດ້ຮັບຜົນສໍາເລດໃນຫຼາຍດ້ານ, ພິເສດແມ່ນໄດ້ສ້າງກົນໄກ ການປະສານສົມທົບດ້ວຍການຈັດຕັ້ງກອງປະຊຸມຮ່ວມ ລະຫວ່າງ ຄະນະປະຈໍາສະພາແຫ່ງຊາດ ກັບຄະນະລັດຖະບານ ເພື່ອຮ່ວມມືກັນຊີ້ນໍາ ແລະ ຊຸກຍູ້ອົງການສາຍຕັ້ງຂອງຕົນ, ແກ້ໄຂບັນຫາຕ່າງໆ ທີ່ນອນໃນຄວາມຮັບຜິດຊອບຕາມພາລະບົດບາດຂອງໃຜລາວ ໃຫ້ມີການຫັນປ່ຽນດີຂຶ້ນ. ກອງປະຊຸມ ໄດ້ມອບໃຫ້ຄະນະປະຈໍາສະພາແຫ່ງຊາດ ເອົາໃຈໃສ່ຊີ້ນໍາບັນດາກໍາມາທິການ ຂອງສະພາແຫງຊາດ ປະສານສົມທົບກັບບັນດາກະຊວງ-ອົງການກ່ຽວຂ້ອງ ກະກຽມຄວາມພ້ອມຂອງບັນດາຮ່າງກົດໝາຍ, ຄົ້ນຄວ້າເນື້ອໃນທີ່ສໍາຄັນ ກໍຄືດໍາເນີນການຕິດຕາມກວດກາກ່ຽວກັບ ວຽກງານພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ ຕາມທິດ 3 ສ້າງ ເພື່ອນໍາເຂົ້າພິຈາລະນາໃນກອງປະຊຸມສະພາແຫ່ງຊາດເທື່ອຕໍ່ໄປ ແລະ ກອງປະຊຸມໄດ້ພິຈະລະນາ ແລະ ຮັບຮອງເອົາ ກົດໝາຍຈໍານວນ 15 ສະບັບ ແລະ ຕົກລົງເລື່ອນຮ່າງກົດໝາຍວ່າດ້ວຍໜີ້ສິນສາທາລະນະ ໄປພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອຕໍ່ໄປ ເພື່ອຮັບປະກັນເນື້ອໃນໃຫ້ມີຄຸນນະພາບ ແລະ ສາມາດຈັດຕັ້ງປະຕິບັດໃຫ້ມີຜົນສັກສິດ.