ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ I ທີ່ແຂວງຈໍາປາສັກ

ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ i ທີ່ແຂວງຈໍາປາສັກ - 468721762 1041656471321992 2193740381629885279 n - ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ I ທີ່ແຂວງຈໍາປາສັກ
ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ i ທີ່ແຂວງຈໍາປາສັກ - kitchen vibe - ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ I ທີ່ແຂວງຈໍາປາສັກ

ວັນທີ 29 ພະຈິກ 2024 ທີ່ສະໜາມກິລາເປຕັງໃນຮົ່ມ ແຂວງ ຈຳປາສັກ ໄດ້ຈັດການການແຂ່ງຂັນ ກິລາເປຕັງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ I ຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມມີ ທ່ານ ບົວສອນ ບຸບຜາວັນ ອະດີດນາຍົກລັດຖະມົນຕີ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງ ສຶກສາທິການ ແລະ ກິລາ, ປະທານຄະນະກຳມະການໂອແລັມປິກແຫ່ງຊາດລາວ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງ ຈຳປສັກ, ມີນັກກິລາ ຕົວແທນຈາກແຕ່ລະແຂວງ, ກະຊວງ ແລະ ອົງການຈັດຕັ້ງຕ່າງໆໃນຂອບເຂດທົ່ວປະເທດເຂົ້າຮ່ວມ.

ໃນພິທີ ທ່ານ ບົວທອງ ສຸວັນນະສານ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງ ຈຳປາສັກ ໄດ້ລາຍງານການກະກຽມວ່າ: ການແຂ່ງຂັນ ກິລາເປຕັງທົ່ວປະເທດ ຊີງຂັນລະດັບຊາດ ຄັ້ງທີ I ນີ້, ແຂວງ ຈໍາປາສັກ ໄດ້ເຊີນ ສະຫະພັນກິລາເປຕັງ 17 ແຂວງ ແລະ 1 ນະຄອນຫລວງ, ອົງການທຽບເທົ່າຂັ້ນສູນກາງ, ສະໂມສອນກິລາເປຕັງທົ່ວປະເທດ ແລະ ພາກສ່ວນຕ່າງໆ ເພື່ອເຂົ້າຮ່ວມການແຂ່ງຂັນ, ມາຮອດປັດຈຸບັນ ມີນັກກິລາ, ຄູຝຶກເຂົ້າຮ່ວມການແຂ່ງຂັນທັງໝົດ 164 ທີມ ດັ່ງນີ້: 1. ປະເພດດ່ຽວ ຍິງ 11 ທີມ; 2. ປະເພດດ່ຽວ ຊາຍ 31 ທີມ; 3. ປະເພດຄູ່ ຊາຍ 41 ທີມ; 4. ປະເພດຄູ່ ຍິງ 8 ທີມ; 5. ປະເພດທີມຊຸດ ຍິງ 4 ທິມ; 6. ປະເພດທິມຊຸດ ຊາຍ23 ທີມ; 7. ປະເພດຄູ່ປະສົມ ຊາຍ-ຍິງ 14 ທີມ; 8. ປະເພດທີມຄູ່ VIP 50 ປີ ຂຶ້ນໄປ 10 ທີມ; 9. ປະເພດທີມປະສົມ ຊາຍ 2 ຄົນ, ຍິງ 1 ຄົນ 22 ທີມ, ການແຂ່ງຂັນຕົວຈິງເລີ່ມມາແຕ່ວັນທີ 27 ພະຈິກ 2024 ແລະ ຈະສໍາເລັດການແຂ່ງຂັນ ແລະ ມອບລາງວັນໃນວັນທີ 30 ພະຈິກ 2024.

ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ i ທີ່ແຂວງຈໍາປາສັກ - Visit Laos Visit SALANA BOUTIQUE HOTEL - ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ I ທີ່ແຂວງຈໍາປາສັກ
ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ i ທີ່ແຂວງຈໍາປາສັກ - Visit Laos Visit SALANA BOUTIQUE HOTEL - ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ I ທີ່ແຂວງຈໍາປາສັກ
ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ i ທີ່ແຂວງຈໍາປາສັກ - 468755183 1041656434655329 5821435890053883962 n 1024x767 - ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ I ທີ່ແຂວງຈໍາປາສັກ

ຈາກນັ້ນ ທ່ານ ອາລຸນໄຊ ສູນນະລາດ ໄດ້ກ່າວເປີດການແຂ່ງຂັນຢ່າງເປັນທາງການ ຊຶ່ງການແຂ່ງຂັນໃນຄັ້ງນີ້ ແມ່ນເພື່ອເປັນການປຸກລະດົມ, ກະຕຸກຊຸກຍູ້ ທັງເປັນການສົ່ງເສີມການທ່ອງທ່ຽວ ແລະ ພັດທະນາວຽກງານ ກິລາ-ກາຍຍະກໍາ ແລະ ເປັນການຜູກແໜ້ນຄວາມສາມັກຄີ, ດຶງດູດການທ່ອງທ່ຽວຕິດພັນກັບການສ້າງຂະບວນການຕ້ອນຮັບ ວັນຊາດ ທີ 2 ທັນວາ ທີ່ໃກ້ຈະມາເຖິງ, ພ້ອມດຽວກັນນີ້ ກໍ່ເປັນການຫັນເອົາວຽກງານ ກິລາ-ກາຍຍະກຳລົງສູ່ທ້ອງຖິ່ນ ເພື່ອພັດທະນາຊັບພະຍາກອນມະນຸດໃຫ້ມີຄວາມເຂັ້ມແຂງ, ມີພະລະນາໄມສົມບູນ, ປຸກລະດົມຊຸກຍູ້ທົ່ວສັງຄົມ, ໂດຍສະເພາະແມ່ນເຍົາວະຊົນຊາວໜຸ່ມ ແລະ ທຸກຊັ້ນຄົນໃຫ້ຫັນມາຫລິ້ນກິລາຢ່າງກວ້າງຂວາງ ເພື່ອຫລີກຫ່າງຈາກສິ່ງເສບຕິດອື່ນໆ ທີ່ເປັນປະກົດການຫຍໍ້ທໍ້ໃຫ້ແກ່ສັງຄົມ.

ໂອກາດ ທີ່ມີຄວາມໝາຍ ທ່ານ ບົວສອນ ບຸບຜາວັນ ຍັງໄດ້ເປັນກຽດ ລັ່ນຄ້ອງ 9 ບາດ ເພື່ອເປັນສັນຍາລັກເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ I ທີ່ ແຂວງ ຈໍາປາສັກ ຢ່າງເປັນທາງການ.

ຂໍ້ມູນພາບ: ສະຖານີວິທະຍຸແຂວງຈຳປາສັກ Champasak Radio station 100,7 Mhz

ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ i ທີ່ແຂວງຈໍາປາສັກ - 5 - ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ I ທີ່ແຂວງຈໍາປາສັກ
ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ i ທີ່ແຂວງຈໍາປາສັກ - 4 - ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ I ທີ່ແຂວງຈໍາປາສັກ
ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ i ທີ່ແຂວງຈໍາປາສັກ - 3 - ເປີດການແຂ່ງຂັນກິລາເປຕັງທົ່ວປະເທດ ຊີງຂັນລະດັບ ຊາດ ຄັ້ງທີ I ທີ່ແຂວງຈໍາປາສັກ