2 ທັນວາ ຄືໝາກຜົນແຫ່ງການຕໍ່ສູ້ປົດປ່ອຍຊາດ
ໂດຍ: ທິດກໍ່າ
ການປະກາດສ້າງຕັ້ງຊື່ໃໝ່ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນສັນຍະລັກ ທັງເປັນຂີດໝາຍໄລຍະປະຫວັດສາດ ແລະ ໝາກຜົນແຫ່ງການຕໍ່ສູ້ກູ້ຊາດອັນຍິ່ງໃຫຍ່ ເພື່ອປົດປ່ອຍປະເທດຊາດອອກຈາກການເປັນຫົວເມືອງຂຶ້ນຂອງສັກດິນາຕ່າງຊາດ ແລະ ຈັກກະພັດຜູ້ຮຸກຮານ. ຈາກເຫດການປະຫວັດສາດຄັ້ງນີ້ມັນກາຍເປັນການປ່ຽນແປງລະບອບການປົກຄອງໃນລະບອບສັກດິນາລ່າຫົວເມືອງຂຶ້ນ ແລະ ຈັກກະພັດຜູ້ຮຸກຮານ ກາຍມາເປັນລະບອບສັງຄົມນິຍົມຕາມເສັ້ນທາງເລືອກຂອງປວງຊົນລາວທັງຊາດຈົນຜອງເທົ່າທຸກວັນນີ້.
ເມື່ອຫວນຄືນປະຫວັດສາດກ່ອນໜ້ານີ້ຫລາຍຮ້ອຍປີ, ປະເທດລາວທີ່ມີຊື່ວ່າ ປະເທດລ້ານຊ້າງ ເຄີຍມີອານາເຂດກວ້າງໃຫຍ່ໄພສານ, ເປັນປະເທດທີ່ມີອາລະຍະທໍາລືຊາຜາກົດກ້ອງໂລກ ໂດຍມີຫລາຍກະສັດທີ່ນໍາພາສ້າງສາພັດທະນາ ທັງໄດ້ຕໍ່ສູ້ກັບສັດຕູທີ່ມາຮຸກຮານຈາກພາຍນອກ. ບັນດາກະສັດທີ່ເກັ່ງກ້າຮັກຊາດຢ່າງໂດດເດັ່ນໃນປະຫວັດສາດຂອງຊາດລາວກໍໄດ້ແກ່ ເຈົ້າຟ້າງຸ່ມ, ເຈົ້າໄຊເຊດຖາ, ເຈົ້າສຸລິຍະວົງສາ ແລະ ເຈົ້າອະນຸວົງ. ດັ່ງພື້ນແຜ່ນຕໍານານໄດ້ກ່າວເອົາໄວ້ວ່າ: ຟ້າງຸ່ມສ້າງໂຮມຊາດຊາວລາວ, ໄຊເຊດຖາປາບມານມາແຍ້ງ, ສຸລິຍະວົງສາສ້າງເມືອງລາວໃຫ້ເຮືອງຮຸ່ງ, ອະນຸວົງບໍ່ຍອມເປັນຂ້ອຍຂ້າພາກູ້ຊາດລາວ. ແຕ່ເຖິງປານນັ້ນມີບາງໄລຍະປະເທດລ້ານຊ້າງກໍຍັງຕົກຢູ່ໃນຊາຕາກໍາລໍາບາກ ຍ້ອນເປັນເມືອງຂຶ້ນຂອງຕ່າງຊາດເປັນເວລາຫລາຍຮ້ອຍປີຈົນມາເຖິງວິນາທີສຸດທ້າຍ ປະເທດຊາດກໍຍັງເຫລືອແຜ່ນດິນຢູ່ພຽງ 236,800 ຕາຕາລາງກິໂລແມັດ, ຊໍ້າບໍ່ໜໍາຍັງມາຕົກເປັນເມືອງຂຶ້ນຂອງຈັກກະພັດຝຣັ່ງ ແລະ ອາເມລິກາເປັນເວລາເກືອບ 1 ສະຕະວັດ.
ຢ່າງໃດກໍດີ, ພາຍຫລັງການຕໍ່ສູ້ກູ້ຊາດຢ່າງຍືດເຍື້ອຍາວນານຂອງຂະບວນການຜູ້ທີ່ຮັກຊາດ ນັບແຕ່ຂະບວນການຕໍ່ສູ້ຂອງພໍ່ກະດວດ, ອົງແກ້ວ, ອົງກົມມະດໍາ ຂະບວນການແນວລາວອິດສະຫລະໄດ້ກໍ່ໃຫ້ເກີດມີການປະຕິວັດພາຍໃຕ້ການນໍາພາຂອງພັກປະຊາາຊົນປະຕິວັດລາວ. ການປະຕິວັດລາວຍິ່ງຕໍ່ສູ້ກໍຍິ່ງເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ອຍໆ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລ້ວປະກາດສ້າງຕັ້ງປະເທດໃໝ່ທີ່ມີຊື່ວ່າ: ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.
ຕະຫລອດໄລຍະ 49 ປີແຫ່ງການສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະເທດຊາດໄດ້ຮັບການສ້າງສາພັດທະນາຢ່າງຮອບດ້ານ, ບ້ານເມືອງນັບມື້ມີຄວາມຈະເລີນຮຸ່ງເຮືອງ ແລະ ຂະຫຍາຍຕົວເດີນໜ້າໄປຢ່າງບໍ່ຢຸດຢັ້ງ. ນີ້ຄືຂີດໝາຍປະຫວັດສາດ ແລະ ໝາກຜົນແຫ່ງການຕໍ່ສູ້ປະຕິວັດປົດປ່ອຍຊາດຂອງຊາດລາວຄົນລາວ 2 ທັນວາ ໝັ້ນຍືນ !