ລະວັງ ! ຈະຕົກເປັນເຫຍື່ອຍຸດທະສາດຫັນປ່ຽນໂດຍສັນຕິ
ໂດຍ: ທິດດີ
ໃນຍຸກແຫຼ່ງຂໍ້ມູນຂ່າວສານຄືປັດຈຸບັນໄດ້ເກີດມີແຫຼ່ງຂ່າວຢ່າງຫຼວງຫຼາຍປາກົດຕົວຂຶ້ນໃນໃນສື່ອອນລາຍເຮັດໃຫ້ສັງຄົມສາມາດເລືອກບໍລິໂພກໄດ້ຢ່າງກວ້າງຂວາງມີທັງຂ່າວແທ້ ແລະ ຂ່າວປອມ ມີການໂຄສະນາຢ່າງແພ່ຫຼາຍ ສະນັ້ນ, ຖ້າຫາກເຮົາບໍ່ມີສະຕິໃນການທີ່ຈະຮັບເອົາຂໍ້ມູນຂ່າວສານເຫຼົ່ານັ້ນຈະເຮັດໃຫ້ເຮົາສັບສົນ ບໍ່ຮູ້ວ່າອັນໃດແມ່ນຂ່າວແທ້, ຂ່າວປອມ ທ້າຍທີ່ສຸດອາດຕົກເປັນເຫຍື່ອຂອງຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິປໍລະປັກທີ່ຫວັງໂຄ່ນລົ້ມໂຈມຕີລະບອບພວກເຮົາ, ເພື່ອບໍ່ໃຫ້ຕົກເປັນເຫຍື່ອ ພວກເຮົາຕ້ອງກຳໃຫ້ໄດ້ວ່າ: ຍຸດທະສາດຫັນປ່ຽນໂດຍສັນຕິແມ່ນຫຍັງ?.
ຍຸດທະສາດຫັນປ່ຽນໂດຍສັນຕິ ແມ່ນການຕໍ່ສູ້ທີ່ດຳເນີນຢູ່ພາຍໃນປະເທດໃດໜຶ່ງທີ່ບໍ່ເດີນຕາມເສັ້ນ ທາງຂອງມະຫາອຳນາດຕາເວັນຕົກເຊິ່ງວິທີການຕົ້ນຕໍແມ່ນໃຊ້ຈິດຕະສາດ ຫຼື ຈິດຕະວິທະຍາ ເພື່ອຊວນເຊື່ອໃຫ້ປະລະທາດແທ້ ແລະ ອຸດົມການ, ແບ່ງແຍກຄວາມສາມັກຄີພາຍໃນເຊິ່ງສ່ວນຫຼາຍແມ່ນຜ່ານສື່ຕ່າງໆ ໂດຍສະເພາະແມ່ນ ສື່ອອນລາຍ.
ການດຳເນີນຍຸດທະສາດຫັນປ່ຽນໂດຍສັນຕິໃນທີ່ຜ່ານມາຢູ່ແຕ່ລະປະເທດສ່ວນຫຼາຍແມ່ນຜ່ານສອງບາດກ້າວເຊັ່ນ: ບາດກ້າວທຳອິດ ສ້າງການຫັນປ່ຽນ, ສ້າງວິກິດທາງການເມືອງ ເພື່ອປຸກລະດົມມະຫາຊົນຕໍ່ສູ້ປະທວງເອົາຫຼາຍພັກ, ຫຼາຍເຄົ້າ, ທວງໃຫ້ແກ້ໄຂຊີວິດການເປັນຢູ່ທີ່ເກີນຄວາມສາມາດຕົວຈິງຂອງອຳນາດການປົກຄອງກ້າວໄປສ້າງເສດຖະກິດຕາມທ່າອ່ຽງນິຍົມຂອງປະເທດມະຫາອຳນາດ,ບາດກ້າວທີສອງ: ໃນເມື່ອຫັນປ່ຽນບໍ່ໄດ້ຮັບຜົນ ຫຼື ບໍ່ບັນລຸລະດັບໃດໜຶ່ງເມື່ອມີໂອກາດອຳນວຍຈະປຸກລະດົມຂະບວນການລຸກຮືຂຶ້ນໂຄ່ນລົ້ມລະບອບການປົກຄອງ ຫຼື ດ້ວຍຮູບການລັດຖະປະຫານ.
ເຖິງວ່າສະຖານະການຂອງໂລກຈະປ່ຽນໄປແນວໃດກໍຕາມ ແຕ່ບັນດາອິດທິກຳລັງປໍລະປັກກໍຍັງຄົງສືບຕໍ່ ດຳເນີນຍຸດທະສາດຫັນປ່ຽນໂດຍສັນຕິ ບໍ່ມີຫຍັງປ່ຽນແປງ ກົງກັນຂ້າມຍິ່ງເພີ່ມທະວີໂດຍແນໃສ່ກໍ່ໃຫ້ ປັດໄຈ ແລະ ເງື່ອນໄຂຈາກພາຍໃນ ເພື່ອລໍຖ້າໂອກາດທີ່ສຸກງອມແລ້ວກໍຊຸກຍູ້ປຸກລະດົມລຸກຮືຂຶ້ນແຫ່ຂະບວນປະທ້ວງແລະໂຄ່ນລົ້ມຜູ້ນຳຫຼືລະບອບການເມືອງຂອງປະເທດນັ້ນ, ອັນນີ້ແມ່ນເປົ້າໝາຍສູງສຸດຂອງພວກເຂົາເຊິ່ງໄດ້ຮັບຜົນສຳເລັດມາແລ້ວຢູ່ບາງປະເທດໃນເຂດຕາເວັນອອກກາງ ແລະ ອາຟຣິກກາເໜືອ.
ໃນຍຸກແຫ່ງຂໍ້ມູນຂ່າວສານ ກາານປະກົດຕົວຂອງສື່ອອນລາຍ ຕ້ອງຍອມຮັບວ່າ ເປັນແຫຼ່ງກະຈາຍທີ່ສຳຄັນຂອງຍຸດທະສາດຫັນປ່ຽນໂດຍສັນຕິ, ສະນັ້ນ ກາານເສບສື່ໃນປັດຈຸບັນມັນຮຽກຮ້ອງໃຫ້ທຸກຄົນໃນສັງຄົມຕ້ອງ ມີສະຕິ ແລະ ພິຈາລະນາວ່າ ອັນໃດຄວນເຊື່ອ ອັນໃດຄວນປະຕິເສດ, ໄປຄຽງຄູ່ກັນນັ້ນກໍຕ້ອງມີການອະທິບາຍຕໍ່ທຸກບັນຫາທີ່ສັງຄົມຕັ້ງຂຶ້ນຜ່ານສື່ອອນລາຍ ທຸກບັນຫາມີທາງອອກ ເຮົາບໍ່ອະທິບາຍ ຜູ້ອື່ນກໍອະທິບາຍ ເຮົາບໍ່ເອົາຜູ້ອື່ນກໍເອົາ ທັງໝົດນີ້ເປັນການສະເໜີເພື່ອເປັນການແລກປ່ຽນຮ່ວມກັນນໍ.