ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ

ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ - 222 - ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ
ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ - kitchen vibe - ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ

       ລັດຖະສະພາຫວຽດນາມລົງມະຕິອະນຸມັດໂຄງການລົດໄຟຄວາມໄວສູງມູນຄ່າສູງເຖິງ 6.7 ໝື່ນລ້ານໂດລາ ເຊິ່ງຈະຊ່ວຍຫລຸດໄລຍະເວລາການເດີນທາງໂດຍລົດໄຟຈາກນະຄອນຫລວງຮ່າໂນ້ຍໄປນະຄອນໂຮ່ຈີມິງ ຈາກປັດຈຸບັນໃຊ້ເວລາ 35 ຊົ່ວໂມງ ເຫລືອພຽງ 5 ຊົ່ວໂມງເຄິ່ງເທົ່ານັ້ນ.

       ກະຊວງຄົມມະນາຄົມຫວຽດນາມເປີດເຜີຍວ່າ: ການກໍ່ສ້າງອາດເລີ່ມຕົ້ນໄດ້ໃນປີ 2027 ໂດຍໂຄງການນີ້ຜ່ານການສຶກສາວິໄຈເຖິງ 18 ປີ. ຂະນະທີ່ຄະນະກໍາມະການລັດຖະສະພາຕັ້ງເປົ້າວ່າ: ໂຄງການນີ້ຈະສໍາເລັດໃນປີ 2035 ເສັ້ນທາງຄວາມຍາວ 1,500 ກິໂລແມັດນີ້ຈະແລ່ນໄປຕາມແກນຫລັກຂອງປະເທດເກືອບທັງໝົດ ຜ່ານສະຖານີ 23 ແຫ່ງໃນ 20 ແຂວງ ແລະ ເມືອງ, ສ່ວນໄລຍະເວລາຄືນທຶນຈາກການລົງທຶນຂອງລັດຈະຢູ່ປະມານ 33.6 ປີ.

ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ
ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ - Visit Laos Visit SALANA BOUTIQUE HOTEL - ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ

      ເຖິງຢ່າງໃດກໍດີ, ຈາກຄວາມຍາວຂອງເສັ້ນທາງລົດໄຟຈາກເໜືອສູ່ໃຕ້ຂອງປະເທດ ສົ່ງຜົນເຮັດໃຫ້ໂຄງການນີ້ອາດຈໍາເປັນຕ້ອງຍ້າຍຜູ້ຢູ່ອາໄສປະມານ 120,000 ຄົນ ລວມທັງອາດກວມເຂົ້າໄປໃນພື້ນທີ່ປ່າຄຸ້ມຄອງ ແລະ ທົ່ງນາບາງສ່ວນ ສົ່ງຜົນເຮັດໃຫ້ກ່ອນລັດຖະສະພາຈະອະນຸມັດໂຄງການນີ້ມີການອະພິປາຍກັນຢ່າງເຜັດຮ້ອນກ່ຽວກັບຜົນກະທົບທາງລົບທີ່ອາດເກີດຂຶ້ນເຊັ່ນ: ມົນລະພິດຈາກການກໍ່ສ້າງ ແລະ ການທໍາລາຍຖິ່ນທີ່ຢູ່ອາໄສ. ພ້ອມທັງມີສະມາຊິກລັດຖະສະພາທີ່ອອກມາຮຽກຮ້ອງໃຫ້ຫວຽດນາມປະເມີນຜົນກະທົບທາງສັງຄົມ ແລະ ວັດທະນະທໍາຢ່າງຮອບຄອບ ໂດຍສະເພາະໃນພື້ນທີ່ທີ່ມີຄົນຊົນເຜົ່າ ແລະ ຜູ້ທີ່ອາໄສໃນຂະແໜງກະສິກໍາ.

      ນັກວິເຄາະກ່າວວ່າ: ໂຄງລ່າງພື້ນຖານທີ່ຂາດຄວາມພ້ອມຂອງຫວຽດນາມໃນປັດຈຸບັນເຮັດໃຫ້ການສົ່ງສິນຄ້າຈາກພາກເໜືອໄປສູ່ພາກໃຕ້ຂອງປະເທດອາດມີຕົ້ນທຶນສູງກວ່າສົ່ງໄປສິງກະໂປ ແລະ ພວກເຂົາຫວັງວ່າ: ໂຄງການລົດໄຟຄວາມໄວສູງອາດຊ່ວຍປີ້ນສະຖານະການດັ່ງກ່າວໃຫ້ດີຂຶ້ນໄດ້.

       ຖະແຫລງການຂອງລັດຖະສະພາລະບຸວ່າ: ນອກຈາກລົດໄຟຄວາມໄວສູງຈະມີບົດບາດໃນການເຊື່ອມໂຍງສູນກາງທາງເສດຖະກິດແລ້ວ, ເສັ້ນທາງລົດໄຟນີ້ຍັງສາມາດຕອບສະໜອງຄວາມຕ້ອງການດ້ານການປ້ອງກັນປະເທດ ແລະ ຄວາມໝັ້ນຄົງ ລວມທັງການຂົນສົ່ງສິນຄ້າເມື່ອຈໍາເປັນນໍາອີກ ໂດຍຫວຽດນາມຈະກູ້ຢືມເງິນບໍ່ເກີນ 30% ຂອງງົບປະມານທັງໝົດ ບໍ່ວ່າຈະໃນປະເທດ ຫລື ຜ່ານການຊ່ວຍເຫລືອຈາກຕ່າງປະເທດ.

     ກະຊວງຄົມມະນາຄົມເປີດເຜີຍວ່າ: ລົດໄຟຄວາມໄວສູງຈະແລ່ນຈາກນະຄອນໂຮ່ຈີມິງໄປນະຄອນຫລວງຮ່າໂນ້ຍໃນເວລາ 5 ຊົ່ວໂມງເຄິ່ງ ຈາກປັດຈຸບັນຕ້ອງໃຊ້ເວລາເດີນທາງດົນກວ່າ 1 ມື້. ນອກຈາກນີ້ ການເດີນທາງທີ່ມີລາຄາປະຢັດຍັງເຮັດໃຫ້ປະຊາຊົນຫລາຍລ້ານຄົນສາມາເດີນທາງຂ້າມລະຫວ່າງ 2 ເມືອງໃຫຍ່ທີ່ສຸດຂອງຫວຽດນາມໄດ້ໃນເວລາປະມານ 2 ຊົ່ວໂມງ.

      ຂະນະດຽວກັນ ຫວຽດນາມຍັງວາງແຜນຈະປັບປຸງທາງລົດໄຟທີ່ເຊື່ອມຕໍ່ກັບຈີນນໍາອີກ ໂດຍເສັ້ນທາງລົດໄຟໄລຍະທາງ 427 ກິໂລແມັດ ຈະແລ່ນຈາກລາວກາຍຜ່ານນະຄອນຫລວງຮ່າໂນ້ຍ ແລະ ເມືອງທ່າໄຮຟອງ ເຊິ່ງດຶງດູດບໍລິສັດເຕັກໂນໂລຊີຕ່າງປະເທດໄປເມືອງທ່ອງທ່ຽວຮາລ່ອງ ຄາດວ່າຈະເລີ່ມກໍ່ສ້າງໃນປີ 2030 ປະເມີນມູນຄ່າປະມານ 7.2 ພັນລ້ານໂດລາ.

ອ້າງອີງ:

ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ - 3 - ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ
ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ - 4 - ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ
ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ - 5 - ຫວຽດນາມອະນຸມັດໂຄງການລົດໄຟຄວາມໄວສູງ 6.7 ໝື່ນລ້ານໂດລາ ເດີນທາງເໜືອໄປໃຕ້ພຽງ 5 ຊົ່ວໂມງ