ຮາມັດ-ຟາຕາ ຈັບມືຕັ້ງຄະນະກໍາມະການ ຮ່ວມບໍລິຫານເຂດກາຊາຫລັງສົງຄາມ
ກຸ່ມຮາມັດ ແລະ ພັກຟາຕາຂອງປາແລັສຕິນບັນລຸຂໍ້ຕົກລົງຮ່ວມກັນຕັ້ງຄະນະກໍາມະການບໍລິຫານເຂດກາຊາຫລັງສົງຄາມ.
ພັກຟາຕາ ເຊິ່ງເປັນພັກລັດຖະບານຂອງປາແລັສຕິນ ແລະ ກຸ່ມຮາມັດ ທີ່ປົກຄອງເຂດກາຊາ ອອກຖະແຫລງການຮ່ວມກັນໃນການຕັ້ງຄະນະກໍາມະການບໍລິຫານເຂດກາຊາເມື່ອສົງຄາມສິ້ນສຸດ.
ພາຍໃຕ້ຮ່າງແຜນການ ເຊິ່ງຕ້ອງໄດ້ຮັບການອະນຸມັດຈາກປະທານາທິບໍດີ ມາມູດ ອັບບາສ ຜູ້ນໍາປາແລັສຕິນ, ຄະນະດັ່ງກ່າວຈະປະກອບດ້ວຍສະມາຊິກ 10-15 ຄົນ ຕ້ອງມີຈຸດຢືນທາງການເມືອງ, ບໍ່ຝັກໃຝ່ຝ່າຍໃດ, ມີຄວາມຊ່ຽວຊານ ແລະ ຄວາມຮູ້ຢ່າງເລິກຊຶ້ງໃນທາງການເມືອງ, ເສດຖະກິດ, ການສຶກສາ, ສາທາລະນະສຸກ, ການຊ່ວຍເຫລືອທາງມະນຸດສະທໍາ ແລະ ການຟື້ນຟູ.
ທັງນີ້, ຄະນະກໍາມາທິການບໍລິຫານຈະຕັ້ງສໍານັກງານບໍລິຫານ ບໍລິເວນຈຸດຜ່ານແດນຣາຟາ ເຊິ່ງມີຊາຍແດນຕິດກັບອີຢິບ ແລະ ເປັນຈຸດຜ່ານແດນແຫ່ງດຽວທີ່ບໍ່ມີຊາຍແດນເຊື່ອມຕໍ່ກັບອິດສະລາແອນ.
ຢ້ອນກັບໄປໃນເດືອນກໍລະກົດຜ່ານມາ, ກຸ່ມການເມືອງ 14 ກຸ່ມຂອງປາແລັສຕິນ 14 ກຸ່ມ ລວມທັງພັກຟາຕາ ແລະ ຜູ້ແທນຝ່າຍການເມືອງຂອງກຸ່ມຮາມັດ ລົງນາມຮ່ວມກັບທ່ານ ຫວັງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຢູ່ນະຄອນຫລວງປັກກິ່ງ ໃນເອກະສານທີ່ເອີ້ນວ່າ: ປະລິນຍາປັກກິ່ງ ມີເນື້ອໃນສໍາຄັນກ່ຽວກັບການຢຸດການແບ່ງແຍກ ແລະ ການມຸ້ງໝັ້ນສູ່ການປານີປານອມ ເພື່ອນໍາໄປສູ່ການຈັດຕັ້ງລັດຖະບານປານີປານອມຊົ່ວຄາວແຫ່ງຊາດ ເພື່ອບໍລິຫານເຂດກາຊາ, ແຕ່ອິດສະລາແອນບໍ່ພໍໃຈຢ່າງໜັກ ເພາະມີກຸ່ມຮາມັດເປັນສ່ວນໜຶ່ງຂອງຂໍ້ຕົກລົງ.
ພັກຟາຕາ ແລະ ກຸ່ມຮາມັດ ເປັນຂົ້ວການເມືອງຄົນລະຝ່າຍ ເຖິງວ່າເປັນຊາວປາແລັສຕິນນໍາກັນ ໂດຍພັກຟາຕາມີຖານທີ່ໝັ້ນຢູ່ໃນເຂດເວສແບງ ເນື່ອງຈາກຖືກກຸ່ມຮາມັດຂັບໄລ່ພັກຟາຕາອອກຈາກເຂດກາຊາ ໃນປີ 2007.