ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ

ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ - Untitled 30 - ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ
ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ - kitchen vibe - ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ

       ເຊົ້າວັນທີ 4 ທັນວາ, ສະມາຊິກລັດຖະສະພາ ສ.ເກົາຫລີ ອອກມາຮຽກຮ້ອງໃຫ້ມີການຖອດຖອນທ່ານ ຢຸນຊອກຢໍ ປະທານາທິບໍດີ ສ.ເກົາຫລີ ຫລັງຈາກທ່ານປະກາດກົດໄອຍະການເສິກໃນຄືນວັນທີ 3 ທັນວາຜ່ານມາ ກ່ອນຈະຖອນຄໍາສັ່ງດັ່ງກ່າວໃນເວລາຕໍ່ມາ ເຮັດໃຫ້ເກີດວິກິດທາງການເມືອງຄັ້ງໃຫຍ່ທີ່ສຸດໃນຮອບຫລາຍທົດສະວັດໃນປະເທດທີ່ມີເສດຖະກິດຂະໜາດໃຫຍ່ເປັນອັນດັບ 4 ຂອງອາຊີ.

     ຄໍາປະກາດດັ່ງກ່າວໄດ້ຈູດສະນວນໃຫ້ເກີດສະຖານະການວຸ້ນວາຍໃນຕອນຄໍ່າວັນທີ 3 ທັນວາຜ່ານມາ ປະຊາຊົນທີ່ບໍ່ເຫັນພ້ອມຕໍ່ການປະກາດກົດໄອຍະການເສິກອອກມາຊຸມນຸມສະແດງຄວາມບໍ່ພໍໃຈເປັນຈໍານວນຫລາຍ ເນື່ອງຈາກຊັດເຈນວ່າຄໍາສັ່ງຂອງທ່ານບໍ່ໄດ້ເກີດຈາກໄພຄຸກຄາມຂອງ ສປປ ເກົາຫລີ ແບບທີ່ກ່າວອ້າງ. ຂະນະທີ່ພາຍໃນລັດຖະສະພາກໍມີການຜະເຊີນໜ້າກັນເກີດຂຶ້ນ ໂດຍທີ່ມີສະມາຊິກລັດຖະສະພາບາງສ່ວນໃຊ້ຖັງດັບເພີງເພື່ອພະຍາຍາມຂັດຂວາງບໍ່ໃຫ້ທະຫານເຂົ້າໄປໃນລັດຖະສະພາ.

ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ - Visit Laos Visit SALANA BOUTIQUE HOTEL - ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ
ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ - Visit Laos Visit SALANA BOUTIQUE HOTEL - ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ

     ພັກຝ່າຍຄ້ານຊີ້ວ່າ: ພວກເຂົາວາງແຜນຈະສະເໜີຮ່າງກົດໝາຍຖອດຖອນທ່ານ ຢຸນຊອກຢໍ ໃນວັນທີ 4 ທັນວານີ້ ເຊິ່ງຄາດວ່າຈະໄດ້ຮັບການລົງມະຕິພາຍໃນ 72 ຊົ່ວໂມງ. ທ່ານ ຮວັງອືນຮາ ໜຶ່ງໃນສະມາຊິກລັດຖະສະພາຝ່າຍຄ້ານ ກ່າວຕໍ່ສື່ມວນຊົນວ່າ: “ລັດຖະສະພາຄວນເນັ້ນໃສ່ການຢຸດກິດຈະກໍາຂອງປະທານາທິບໍດີທັນທີ ເພື່ອໃຫ້ຜ່ານຮ່າງກົດໝາຍຖອດຖອນໂດຍໄວທີ່ສຸດ”.

      ກ່ອນໜ້ານີ້, ທ່ານ ຢຸນຊອກຢໍ ປະກາດຜ່ານທາງໂທລະພາບທີ່ເຜີຍແຜ່ທົ່ວປະເທດວ່າ: ທ່ານຈໍາເປັນຕ້ອງປະກາດກົດໄອຍະການເສິກເພື່ອປົກປ້ອງປະເທດຈາກ ສປປ ເກົາຫລີ ເຊິ່ງມີອາວຸດນິວເຄຼຍ ລວມທັງກອງກໍາລັງຕໍ່ຕ້ານລັດທີ່ສະໜັບສະໜູນ ສປປ ເກົາຫລີ ແລະ ເພື່ອປົກປ້ອງລັດຖະທຳມະນູນທີ່ເສລີຂອງປະເທດ, ແຕ່ທ່ານບໍ່ໄດ້ກ່າວເຖິງໄພຄຸກຄາມທີ່ວ່ານັ້ນຢ່າງເຈາະຈົງ.

     ແຕ່ທີ່ສຸດຫລັງເວລາຜ່ານໄປພຽງບໍ່ເທົ່າໃດຊົ່ວໂມງ ບັນດາສະມາຊິກລັດຖະສະພາ 190 ຄົນຈາກ 300 ຄົນລົງມະຕິໃຫ້ຍົກເລີກກົດໄອຍະການເສິກ ເຊິ່ງໃນຈໍານວນດັ່ງກ່າວມາຈາກພັກຂອງທ່ານ ຢຸນຊອກຢໍ 18 ຄົນ ສົ່ງຜົນເຮັດໃຫ້ທ່ານຕ້ອງຍົກເລີກຄໍາປະກາດໃນເວລາອັນສັ້ນ ທ່າມກາງສຽງຮ້ອງໂຮ່ຍິນດີຂອງບັນດາຜູ້ປະທ້ວງທີ່ມາຊຸມນຸມຢູ່ພາຍນອກລັດຖະສະພາ.

        ສະມາຊິກພັກຝ່າຍຄ້ານຫລາຍຄົນອອກມາຮຽກຮ້ອງໃຫ້ທ່ານ ຢຸນຊອກຢໍ ລາອອກຈາກຕໍາແໜ່ງ ບໍ່ສະນັ້ນຈະຕ້ອງຜະເຊີນຂະບວນການຍື່ນຖອດຖອນຈາກລັດຖະສະພາ.

      ລັດຖະສະພາສາມາດຖອດຖອນປະທານາທິບໍດີໄດ້ຖ້າສະມາຊິກຫລາຍກວ່າ 2 ໃນ 3 ລົງມະຕິເຫັນພ້ອມ. ຈາກນັ້ນສານລັດຖະທໍາມະນູນຈະດໍາເນີນການພິຈາລະນາຄະດີຕໍ່ ເຊິ່ງສານຈະສາມາດຢືນຢັນການຖອດຖອນໄດ້ດ້ວຍການລົງຄະແນນສຽງຂອງຜູ້ພິພາກສາ 6 ຄົນຈາກທັງໝົດ 9 ຄົນ ໂດຍປັດຈຸບັນພັກຂອງທ່ານ ຢຸນຊອກຢໍ ຄຸມບ່ອນນັ່ງໄວ້ໄດ້ 108 ບ່ອນນັ່ງຈາກທັງໝົດ 300 ບ່ອນນັ່ງ.

ອ້າງອີງ:

ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ - 3 - ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ
ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ - 4 - ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ
ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ - 5 - ສະມາຊິກລັດຖະສະພາ ສ.ເກົາຫລີ ຮຽກຮ້ອງໃຫ້ຖອດຖອນທ່ານ ຢຸນຊອກຢໍ ກໍລະນີປະກາດກົດໄອຍະການເສິກ