ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ

ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ - 444 - ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ
ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ - kitchen vibe - ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ

      ປະເທດສະມາຊິກຂອງສະຫະພາບເອີຣົບ (UE) ເຫັນພ້ອມຈະຊຸກຍູ້ກົດລະບຽບຕໍ່ຕ້ານການສູບຢາທີ່ເຂັ້ມງວດຍິ່ງຂຶ້ນ ໂດຍສະໜັບສະໜູນການຫ້າມສູບຢາ ແລະ ຢາສູບໄຟຟ້າໃນພື້ນທີ່ກາງແຈ້ງຫລາຍແຫ່ງ ລວມທັງບ່ອນເດັກຫລິ້ນ ແລະ ທາງດ້ານນອກຄາເຟ່.

      ລັດຖະມົນຕີກະຊວງສາທາລະນະສຸກຈາກ 27 ປະເທດຂອງອີຢູ ເຂົ້າຮ່ວມກອງປະຊຸມຢູ່ນະຄອນຫລວງບຣຸກເຊນ ແລະ ເຫັນພ້ອມຮັບຮອງຄໍາແນະນໍາທີ່ເຊີນຊວນໃຫ້ປະເທດສະມາຊິກປາບປາມຄວັນຢາສູບມືສອງ.

ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ - Visit Laos Visit SALANA BOUTIQUE HOTEL - ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ
ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ - Visit Laos Visit SALANA BOUTIQUE HOTEL - ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ

      “ຂໍ້ຕົກລົງໃນຄັ້ງນີ້ ຖືເປັນບາດກ້າວສໍາຄັນໃນການບັນລຸເປົ້າໝາຍຂອງພວກເຮົາ ເພື່ອສ້າງຄົນລຸ້ນປາສະຈາກຢາສູບໃນເອີຣົບ ຕະຫລອດຈົນປົກປ້ອງເດັກ ແລະ ເຍົາວະຊົນຂອງພວກເຮົາ ຈາກຜົນກະທົບທີ່ເປັນອັນຕະລາຍຂອງຄວັນຢາສູບມືສອງ” ທ່ານ ໂອລິເວີ ວາເຮລຢີ ກໍາມາທິການດ້ານສຸຂະພາບຂອງອີຢິບ ກ່າວ.

       ເຖິງວ່າຄໍາແນະນໍາດັ່ງກ່າວບໍ່ມີຜົນຜູກພັນ ເນື່ອງຈາກສຸຂະພາບເປັນຄວາມສາມາດຂອງແຕ່ລະປະເທດສະມາຊິກ. ເຖິງຢ່າງໃດກໍຕາມ, ມັນເຮັດໜ້າທີ່ເປັນຕົວບົ່ງຊີ້ເຖິງນະໂຍບາຍຕ່າງໆທີ່ລັດຖະບານອາດດໍາເນີນໃນອະນາຄົດ ເພື່ອຫລຸດການເສຍຊີວິດ ແລະ ອາການເຈັບເປັນທີ່ກ່ຽວຂ້ອງກັບຄວັນຢາສູບ.

      ທັງນີ້, ເອກະສານທີ່ໄດ້ຮັບການອະນຸມັດ ຮຽກຮ້ອງໃຫ້ປະເທດສະມາຊິກອີຢູຂະຫຍາຍຂໍ້ຈໍາກັດທີ່ບັງຄັບໃຊ້ກັບຢາສູບໃຫ້ຄວບຄຸມເຖິງຜະລິດຕະພັນໃໝ່ເຊັ່ນ: ອຸປະກອນຢາສູບປະເພດບໍ່ເຜົາໄໝ້ ແລະ ຢາສູບໄຟຟ້າ ເຊິ່ງໄດ້ຮັບຄວາມນິຍົມເພີ່ມຂຶ້ນໃນກຸ່ມຄົນໜຸ່ມສາວ ໂດຍລັດຖະບານຄວນດໍາເນີນການປ້ອງກັນຢ່າງມີປະສິດທິຜົນ ຕໍ່ລະອອງລອຍທີ່ປ່ອຍອອກມາຈາກຜະລິດຕະພັນເຫລົ່ານີ້ໃນສະພາບແວດລ້ອມພາຍໃນອາຄານເຊັ່ນ: ສໍານັກງານ ແລະ ອາຄານສາທາລະນະ.

       ຍິ່ງໄປກວ່ານັ້ນ, ຂໍ້ສະເໜີຍັງລະບຸວ່າ: ການປ້ອງກັນເບື້ອງຕົ້ນຄວນມີຜົນຄວບຄຸມພື້ນທີ່ກາງແຈ້ງບາງແຫ່ງນໍາອີກ ນັ້ນໝາຍຄວາມວ່າ: ສະຖານທີ່ຕ່າງໆເຊັ່ນ: ສະລາຍນໍ້າ, ຊາຍຫາດ, ສວນສັດ, ບາຣເທິງດາດຟ້າ ແລະ ລະບຽບຮ້ານອາຫານ ຄວນເປັນພື້ນທີ່ຫ້າມສູບຢາທຸກປະເພດ.

ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ - 3 - ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ
ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ - 5 - ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ
ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ - 4 - ກຸ່ມປະເທດອີຢູ ຊຸກຍູ້ກົດໝາຍຫ້າມສູບຢາ-ຢາສູບໄຟຟ້າ ໃນພື້ນທີ່ກາງແຈ້ງ