ສີລັງກາຜະເຊີນສະພາບເງິນຝືດຄັ້ງຮຸນແຮງທີ່ສຸດໃນຮອບ 63 ປີ
December 4, 2024 - 4:00 PM
ດັດຊະນີຜູ້ບໍລິໂພກຂອງສີລັງກາຫລຸດລົງ 2.1% ໃນຕົ້ນເດືອນພະຈິກຜ່ານມາ ເຊິ່ງຖືເປັນອັດຕາສູງສຸດນັບແຕ່ເລີ່ມບັນທຶກໃນປີ 1961.
ວິກິດທາງການເງິນທີ່ບໍ່ເຄີຍເກີດຂຶ້ນມາກ່ອນຢູ່ສີລັງກາ ໃນປີ 2022 ສົ່ງຜົນເຮັດໃຫ້ສິນຄ້າອຸປະໂພກ-ບໍລິໂພກຂາດເຂີນຫລາຍເດືອນ, ຂະນະທີ່ອັດຕາເງິນເຟີ້ເພີ່ມສູງສຸດເກືອບ 70%.
ເງິນກູ້ຊ່ວຍເຫລືອມູນຄ່າ 2,900 ລ້ານໂດລາສະຫະລັດ ຈາກກອງທຶນການເງິນສາກົນ (IMF), ການຂຶ້ນພາສີ ແລະ ມາດຕະການຮັດສາຍແອວອື່ນໆ ຊ່ວຍໃຫ້ການຟື້ນຟູທາງເສດຖະກິດຂອງສີລັງກາຄືບໜ້າ, ແຕ່ເປັນໄປແບບຊ້າໆ.
ທະນາຄານກາງຂອງສີລັງກາລະບຸໃນລາຍງານວ່າ: ອັດຕາເງິນເຟີ້ມີທ່າອ່ຽງຈະກັບສູ່ລະດັບເປົ້າໝາຍ 5% ໃນມໍ່ໆນີ້.
ຂະນະດຽວກັນ, ສີລັງກາຜະເຊີນສະພາບເງິນຝືດ 0.8% ໃນເດືອນຕຸລາ ແລະ 0.5% ໃນເດືອນກັນຍາຜ່ານມາ.