ລັດຖະສະພາຝຣັ່ງລົງມະຕິບໍ່ໄວ້ວາງໃຈ ຂັບໄລ່ນາຍົກລັດຖະມົນຕີອອກຈາກຕໍາແໜ່ງ ຫລັງແຕ່ງຕັ້ງໄດ້ພຽງ 3 ເດືອນ
ລັດຖະສະພາຝຣັ່ງລົງມະຕິບໍ່ໄວ້ວາງໃຈທ່ານ ມິເຊວ ບານິເຍ ນາຍົກລັດຖະມົນຕີຝຣັ່ງ ເຮັດໃຫ້ຕ້ອງອອກຈາກຕໍາແໜ່ງ ພາຍຫລັງທ່ານ ເອັມມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງ ແຕ່ງຕັ້ງທ່ານ ບານິເຍ ໃຫ້ປະຕິບັດໜ້າທີ່ໃນຕໍາແໜ່ງດັ່ງກ່າວໄດ້ພຽງ 3 ເດືອນເທົ່ານັ້ນ.
ການລົງມະຕິດັ່ງກ່າວມີຂຶ້ນຫລັງຈາກທ່ານ ບານິເຍ ໃຊ້ອໍານາດພິເສດຕາມລັດຖະທໍາມະນູນຜ່ານຮ່າງກົດໝາຍງົບປະມານສະບັບໃໝ່ ໂດຍບໍ່ມີການລົງສຽງສະແດງຄວາມເຫັນຂັ້ນສຸດທ້າຍໃນລັດຖະສະພາ ເຮັດໃຫ້ຂາດການສະໜັບສະໜູນຈາກສຽງສ່ວນຫລາຍ ເຊິ່ງຮ່າງກົດໝາຍດັ່ງກ່າວກ່ຽວພັນຕໍ່ມາດຕະການຮັດສາຍແອວເພື່ອແກ້ໄຂບັນຫາຂາດດູນທີ່ເພີ່ມສູງຂຶ້ນຂອງຝຣັ່ງ.
ຖືເປັນຄັ້ງທໍາອິດທີ່ລັດຖະບານຝຣັ່ງລົ້ມເຫລວໃນການລົງປະຊາມະຕິບໍ່ໄວ້ວາງໃຈ ນັບແຕ່ປີ 1962.
ມະຕິດັ່ງກ່າວເຮັດໃຫ້ທ່ານ ບານິເຍ ຕ້ອງຍື່ນໜັງສືລາອອກ. ເຖິງຢ່າງໃດກໍຕາມ, ທ່ານຍັງມີທ່າອ່ຽງຈະຍັງຮັກສາການນາຍົກລັດຖະມົນຕີຝຣັ່ງຕໍ່ໄປອີກໄລຍະໜຶ່ງ ໂດຍສະເພາະໃນໄລຍະເວລາທີ່ທ່ານ ມາຄຣົງ ພິຈາລະນາເລືອກຜູ້ທີ່ຈະມາດໍາລົງຕໍາແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງຝຣັ່ງ.
ທ່ານ ມາຄຣົງ ຫາກໍກັບຈາກການເດີນທາງຢ້ຽມຢາມຊາອຸດິອາຣະບີ ລະບຸວ່າ: ທ່ານຈະບໍ່ລາອອກຈາກຕໍາແໜ່ງ ບໍ່ວ່າຜົນການລົງມະຕິຈະເປັນແນວໃດ ໂດຍທ່ານ ມາຄຣົງ ບໍ່ໄດ້ຮັບຜົນກະທົບໂດຍກົງຈາກການລົງມະຕິບໍ່ໄວ້ວາງໃຈທີ່ເກີດຂຶ້ນ ເນື່ອງຈາກຝຣັ່ງລົງຄະແນນສຽງເລືອກຕັ້ງປະທານາທິບໍດີແຍກຈາກລັດຖະບານ.
ສ່ວນທ່ານ ມາຣີນ ເລີ ແປນ ຜູ້ນໍາຝ່າຍຂວາຈັດຂອງຝຣັ່ງ ກ່າວວ່າ: ບໍ່ມີທາງເລືອກອື່ນນອກຈາກຂັບໄລ່ທ່ານ ບານິເຍ ໃຫ້ອອກຈາກຕໍາແໜ່ງ ເພາະຮ່າງງົບປະມານດັ່ງກ່າວຈະເປັນພິດຕໍ່ຝຣັ່ງ ແລະ ຖ້າພວກເຮົາບໍ່ເຄົາລົບສຽງຂອງຜູ້ມີສິດລົງຄະແນນ ລວມທັງແຮງຂັບທາງການເມືອງ ແລະ ການລົງຄະແນນສຽງເລືອກຕັ້ງ ຈະຍິ່ງເຮັດໃຫ້ແຮງກົດດັນທີ່ມີຕໍ່ປະທານາທິບໍດີເພີ່ມຂຶ້ນ.
ຫລາຍຝ່າຍຫວັງໃຫ້ທ່ານ ມາຄຣົງ ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ໂດຍໄວທີ່ສຸດ ເພື່ອຫລີກເວັ້ນສະພາບສູນຍາກາດທາງການເມືອງທີ່ເວັ້ນວ່າງຜູ້ດໍາລົງຕໍາແໜ່ງສໍາຄັນຕ່າງໆໃນລັດຖະບານຝຣັ່ງ.
ອ້າງອີງ: