ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ

ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ - gettyimages 2188130811 - ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ
ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ - kitchen vibe - ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ

      ຜົນສໍາຫລວດຂອງ ສ.ເກົາຫລີ ເຊິ່ງສໍາຫລວດພາຍຫລັງຄວາມວຸ້ນວາຍຈາກການຢູ່ພາຍໃຕ້ກົດໄອຍະການເສິກ ພົບວ່າ ປະມານ 73% ຂອງປະຊາຊົນ ຕ້ອງການໃຫ້ສະພາຖອດຖອນປະທານາທິບໍດີ.

      ຜົນສໍາຫລວດຄວາມຄິດເຫັນຊາວ ສ.ເກົາຫລີ 504 ຄົນ ອາຍຸແຕ່ 18 ປີຂຶ້ນໄປ ໂດຍຣຽວມີເຕີ ພົບວ່າ: 73.6% ຂອງກຸ່ມຕົວຢ່າງ ສະໜັບສະໜູນຍັດຕິຂອງຝ່າຍຄ້ານ ໃນການຖອດຖອນປະທານາທິບໍດີ ຢຸນຊອກຢໍ ຈາກການໃຊ້ອໍານາດບໍ່ຖືກຕ້ອງ ໂດຍການປະກາດກົດໄອຍະການເສິກ. ຂະນະທີ່ 24% ຂອງກຸ່ມຕົວຢ່າງ ມີຈຸດຢືນຄັດຄ້ານ ແລະ 2.4% ຕອບວ່າ ບໍ່ໝັ້ນໃຈ.

      ເມື່ອຈໍາແນກຄໍາຕອບຂອງກຸ່ມຕົວຢ່າງຕາມອາຍຸ ພົບວ່າ ຜູ້ຕອບແບບສອບຖາມອາຍຸ 18-29 ປີ ເປັນກຸ່ມໃຫຍ່ທີ່ສຸດ ເຊິ່ງສະໜັບສະໜູນຍັດຕິຖອດຖອນຂອງຝ່າຍຄ້ານ ຄື 86.8%, ຮອງລົງມາແມ່ນກຸ່ມຕົວຢ່າງທີ່ຢູ່ໃນຊ່ວງອາຍຸປະມານ 40 ປີ ເຊິ່ງມີອັດຕາສະໜັບສະໜູນທີ່ 85.3%.

      ກ່ຽວກັບຄໍາຖາມວ່າ: ການທີ່ຜູ້ນໍາ ສ.ເກົາຫລີ ສົ່ງທະຫານເຂົ້າໄປປະຕິບັດການຢູ່ລັດຖະສະພາ ຖືເປັນພຶດຕິກໍາກະບົດ ຫລື ບໍ່ ? 70% ຂອງກຸ່ມຕົວຢ່າງຕອບວ່າ ແມ່ນ ໂດຍມີພຽງ 25% ທີ່ຕອບວ່າ ບໍ່ແມ່ນ.

ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ - 3 - ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ
ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ - 5 - ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ
ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ - 4 - ຜົນສໍາຫລວດຊີ້ 7 ໃນ 10 ຂອງຄົນ ສ.ເກົາຫລີ ສະໜັບສະໜູນສະພາຖອດຖອນປະທານາທິບໍດີ