ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່

ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່ -                                                                                   - ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່
ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່ - kitchen vibe - ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່

ໃນຕອນເຊົ້າວັນທີ 5 ທັນວາ 2024 ນີ້, ຢູ່ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກກະຊວງ,​ ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ ລະຫວ່າງ​ ສະຫາຍ ​ພົນເອກ​ ຈັນສະໝອນ​ ຈັນຍາລາດ​ ກຳມະການກົມການເມືອງສູນກາງພັກ, ​ຮອງນາຍົກລັດຖະມົນຕີ,​ ເລຂາຄະນະບໍລິຫານງານ​ພັກກະຊວງ,​ ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ ຜູ້ເກົ່າ​ ແລະ​ ສະຫາຍ​ ພົນໂທ ຄໍາລຽງ​ ອຸທະໄກສອນ​ ກຳມະການ​ສູນກາງ​ພັກ,​ ເລຂາຄະນະບໍລິຫານງານ​ພັກກະຊວງ,​ ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ​ຜູ້ໃໝ່ ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ທອງລຸນ​ ສີສຸລິດ​ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ,​ ປະທານ​ປະເທດ ແຫ່ງ​ ສປປ​ ລາວ, ​ມີບັນດາ​ການ​ນຳພັກ-ລັດ, ​ຄະນະນຳກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງປ້ອງກັນປະເທດ,​ ພະນັກງານຫຼັກແຫຼ່ງກໍາລັງຫຼວງ-ກໍາລັງທ້ອງຖິ່ນ​ທົ່ວປະເທດເຂົ້າຮ່ວມ.

ໃນ​ພິທີ ສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄຳສັ່ງ, ມະຕິຂອງກົມການເມືອງສູນກາງພັກ ແລະ ລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງພະນັກງານຂັ້ນສູງຢູ່ກະຊວງປ້ອງກັນປະເທດ. ໃນນີ້, ໄດ້ຍົກຍ້າຍ ​ ສະຫາຍ ​ພົນເອກ​ ຈັນສະໝອນ​ ຈັນຍາລາດ​ ກຳມະການກົມການເມືອງສູນກາງພັກ, ​ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄປຮັບໜ້າທີ່ຢູ່ສຳນັກງານນາຍົກລັດຖະມົນຕີ ແລະ ແຕ່ງຕັ້ງ ສະຫາຍ​ ພົນໂທ​ ຄຳລຽງ​ ອຸທະໄກສອນ​ ກຳມະການ​ສູນກາງ​ພັກ, ຮອງເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນ​ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ. ຈາກນັ້ນ, ສະຫາຍ​ ພົນເອກ​ ຈັນສະໝອນ​ ຈັນຍາລາດ​ ໄດ້ຜ່ານບົດສະຫຼຸບການຈັດຕັ້ງນໍາພາ-ຊີ້ນໍາຂົງເຂດວຽກງານຕ່າງໆໃນໄລຍະຜ່ານມາໂດຍສັງເຂບເຊິ່ງສະຫາຍໄດ້ຍົກໃຫ້ເຫັນຜົນສຳເລັດໃນການຈັດຕັ້ງປະຕິບັດ ມະຕິ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ ແລະ ການຈັດຕັ້ງດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກຢູ່ກະຊວງປ້ອງກັນປະເທດ ແລະ ບັນດາໂຄງການ, ວຽກງານຕ່າງໆ ທີ່ລັດຖະບານມອບໃຫ້. ໄດ້ສຳເລັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 18 ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 11 ທີ່ກະຊວງປ້ອງກັນປະເທດເປັນປະທານ ມີຜົນສໍາເລັດຢ່າງຈົບງາມ ແລະ ໄດ້ຮັບການຍ້ອງຍໍຊົມເຊີຍຈາກສະມາຊິກອາຊຽນ ແລະ ລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ເປັນຢ່າງດີ. ຈາກນັ້ນ ກໍໄດ້ຮ່ວມກັນລົງນາມເຊັນບົດບັນທຶກການມອບ-ຮັບໜ້າທີ່ເລຂາຄະນະບໍລິຫານງານພັກກະຊວງ,​ ລັດຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ ຢ່າງເປັນທາງການ.

ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່
ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່ - Visit Laos Visit SALANA BOUTIQUE HOTEL - ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່
ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່ - 469450527 1133552278780587 5270886745396104159 n 1024x683 - ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່

(ສະຫາຍ ພົນຕີ ວົງສອນ ອິນປານພິມ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່)

ໃນພິທີ, ຍັງໄດ້ຜ່ານດຳລັດຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບ. ໃນນີ້ ຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ວົງສອນ ອິນປານພິມ ກໍາມະການຄະນະປະຈໍາພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຂຶ້ນເປັນຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ,​ ສ່ວນສະຫາຍ​ ພົນໂທ​ ທອງລອຍ​ ສີລິວົງ​ ກໍາມະການ​ສູນກາງ​ພັກ​ ແມ່ນດໍາລົງຕໍາແໜ່ງເປັນຮອງລັດຖະມົນຕີກະຊວງປ້ອງກັນປະເທດຄືເກົ່າ.​

ໃນ​ໂອ​ກາດ​ນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້​ສະ​ແດງຄວາມຍິນ​ດີ, ຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນງານອັນພົ້ນເດັ່ນຂ​ອງວຽກ​ງານປ້ອງກັນປະເທດ ທີ່ຍາດມາໄດ້ໃນໄລຍະຜ່ານ​ມາ ໂດຍ​ພາຍ​ໃຕ້​ການນຳ​ພາ-ຊີ້​ນຳ ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ​ທີ່​ເປັນລັດ​ຖະ​ມົນ​ຕີ​ກະ​ຊວງປ້ອງກັນປະເທດ, ເຊິ່ງສະຫາຍໄດ້ຊີ້ນຳ-ນຳພາການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດ ເຂົ້າສູ່ວຽກງານຕົວຈິງຂອງທຸກກົມກອງ, ເຫຼົ່າຮົບໃນທົ່ວກອງທັບ ໃຫ້ມີບາດກ້າວຂະຫຍາຍຕົວທີ່ພົ້ນເດັ່ນຫຼາຍດ້ານ. ພ້ອມນັ້ນ, ສະຫາຍເລຂາທິການໃຫຍ່, ປະທານປະເທດ ຍັງໄດ້ເນັ້ນໜັກໃນພິທີອັນມີຄວາມໝາຍສຳຄັນຕື່ມອີກວ່າ: ດ້ວຍ​ຄວາມ​ຮຽກຮ້ອງ​ຕ້ອງການ​ ຂອງ​ໜ້າ​ທີ່​ການເມືອງ​ໃນ​ໄລຍະ​ໃໝ່, ກົມ​ການ​ເມືອງສູນກາງພັກ ຈຶ່ງໄດ້ເອກະພາບກັນ​ຕົກລົງ​ຈັດ​ວາງ, ສັບ​ຊ້ອນ​ພະນັກງານ​ການ​ນຳ​ຂັ້ນ​ສູງບາງ​ຕຳ​ແໜ່​ງຢູ່ບາງຂົງເຂດວຽກງານຄືນ​ໃໝ່. ໃນນີ້ ໄດ້ຍົກຍ້າຍ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄປປະຈໍາຢູ່ສໍານັກງານນາຍົກລັດຖະມົນຕີ ໃນຖານະຮອງນາຍົກລັດຖະມົນຕີ ແລະ ແຕ່ງຕັ້ງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ຂຶ້ນເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແທນນັ້ນ ແມ່ນການຄົ້ນຄວ້າປຶກສາຫາລືຢ່າງມີປະຊາທິປະໄຕ ແລະ ການຕົກລົງຢ່າງເປັນເອກະພາບສູງຂອງກົມການເມືອງສູນກາງພັກ, ຍ້ອນວ່າ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ດຳລົງຕຳແໜ່ງເປັນເລຂາຄະນະພັກກະຊວງປ້ອງກັນປະເທດ ທີ່ດໍາລົງຕໍາແໜ່ງເປັນລັດຖະມົນຕີກະຊວງປ້ອງກັນປະເທດ ຕິດຕໍ່ກັນເປັນສະໄໝທີ 2 ແລ້ວ, ອີງຕາມລະບຽບການແມ່ນຈະບໍ່ສາມາດດໍາລົງຕໍາແໜ່ງນີ້ເປັນຄັ້ງທີ 3 ໄດ້ອີກ. ການທີ່ກົມການເມືອງສູນກາງພັກ ຕົກລົງໃຫ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍົກຍ້າຍໄປປະຈຳການຢູ່ສຳນັກງານນາຍົກລັດຖະມົນຕີ ໃນຖານະເປັນຮອງນາຍົກລັດຖະມົນຕີ, ຮັບຜິດຊອບຊ່ວຍນາຍົກລັດຖະມົນຕີ ກ່ຽວກັບວຽກງານຄວາມໝັ້ນຄົງ ທັງຍັງເປັນຮອງປະທານ ຜູ້ປະຈຳການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ປະຕິບັດການຊີ້ນໍາວຽກງານທີ່ສໍາຄັນຈຳນວນໜຶ່ງຕື່ມອີກ ທີ່ຖືກແບ່ງງານໃຫ້ນັ້ນແມ່ນການຕົກລົງທີ່ຖືກຕ້ອງ ແລະ ສອດຄ່ອງກັບສະພາບການ, ເພາະສະຫາຍເອງກໍ່ຮັບຮູ້ວ່າການຕັດສິນໃຈປ່ຽນໜ້າທີ່ເປັນລັດຖະມົນຕີປ້ອງກັນປະເທດ ໃຫ້ຜູ້ທີ່ຈະມາສືບທອດຕົນ ເພື່ອໃຫ້ໄດ້ຮຽນຮູ້ຈາກພຶດຕິກຳຕົວຈິງ ໃນການເປັນການນໍາຂອງກະຊວງນີ້ ຕ້ອງໄດ້ໃຊ້ເວລາໄລຍະໜຶ່ງ ເພື່ອກຽມໃສ່ກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ. ຂ້າພະເຈົ້າ ຂໍຊື່ນຊົມຄວາມຕັດສິນໃຈຍົກຍ້າຍຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເອງຕາມຄໍາເຫັນຂອງກົມການເມືອງສູນກາງພັກນັ້ນ ເປັນການຕັດສິນໃຈທີ່ສະແດງໃຫ້ເຫັນຄວາມມີທາດແທ້ຂອງນັກປະຕິວັດ ແລະ ນັກຮົບປະຕິວັດຢ່າງແທ້ຈິງ.

ການສັບຊ້ອນເທື່ອນີ້ ບໍ່ສະເພາະມີແຕ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ແຕ່ລວມໄປເຖິງ ສະຫາຍ ສະເຫຼີມໄຊ ກົມມະສິດ ທີ່ມີລັກສະນະດຽວກັນນີ້, ສອງ ສະຫາຍ ຮອງນາຍົກລັດຖະມົນຕີ ລ້ວນແຕ່ໄດ້ດຳລົງຕຳແໜ່ງເປັນລັດຖະມົນຕີ ຂອງ ສອງ ກະຊວງມາເປັນສະໄໝທີ 2 ແລ້ວ, ສອງ ສະຫາຍ ໄດ້ປະຕິບັດໜ້າທີ່ຢ່າງເຕັມສ່ວນຂອງຕົນ, ສ້າງຜົນງານຢ່າງຫຼວງຫຼາຍ ໃຫ້ສອງຂົງເຂດວຽກງານ (ປ້ອງກັນປະເທດ ແລະ ການຕ່າງປະເທດ), ໂດຍສະເພາະ ການເປັນປະທານໝູນວຽນອາຊຽນ ປີ 2024, ສໍາເລັດກອງປະຊຸມສຸດຍອດ ແລະ ກອງປະຊຸມສຳຄັນອື່ນໆ ທີ່ ສປປ ລາວ ເປັນປະທານ ໄດ້ຢ່າງດີເລີດ ແຕ່ວຽກງານສໍາຄັນຂອງລັດຖະບານ ທີ່ກຳລັງລໍຄອຍໃຫ້ສອງສະຫາຍດັ່ງກ່າວ ໄປຊ່ວຍແກ້ໄຂຮ່ວມກັບສະຫາຍ ນາຍົກລັດຖະມົນຕີ ແລະ ລັດຖະບານ ມີຢ່າງຫຼວງຫຼາຍ.

ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ໄດ້ສະແດງຄວາມເຊື່ອໝັ້ນວ່າ ລັດຖະມົນຕີກະຊວງປ້ອງກັນປະເທດ (ຜູ້ໃໝ່) ທີ່ໄດ້ຜ່ານການທົດສອບໃນຂະບວນການວຽກງານຕົວຈິງ ແລະ ກາຍເປັນຜູ້ບັງຄັບບັນຊາຂັ້ນສູງໃນກອງກຳລັງປະກອບອາວຸດ, ເຄີຍດຳລົງຕໍາແໜ່ງເປັນເລຂາພັກແຂວງ, ເຈົ້າແຂວງ ຢູ່ທ້ອງຖິ່ນ, ເປັນຜູ້ທີ່ມີຄວາມຮູ້, ຄວາມສາມາດ ແລະ ປະສົບການນໍາພາຜ່ານມາ ຈະພ້ອມກັບໝູ່ຄະນະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງກອງທັບ ສືບຕໍ່ນຳພາຍູ້ແຮງຂະບວນການດ້ານຕ່າງໆທີ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຄຽງບ່າຄຽງໄຫຼ່ກັບໝູ່ຄະນະນໍາສ້າງໄວ້ ແລະ ມີຜົນສໍາເລັດແລ້ວຕະຫຼອດໄລຍະຫຼາຍສິບປີນັ້ນ ໃຫ້ສືບຕໍ່ຕໍ່ຍອດໃຫ້ຂະຫຍາຍຕົວຂຶ້ນກວ່າເກົ່າ.

ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່ - 469302763 974692398029285 479799749435396889 n - ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ເນັ້ນໜັກໃຫ້ກະຊວງປ້ອງກັນປະເທດ ເອົາໃຈໃສ່ບາງບັນຫາຄື:

1. ຕັ້ງໜ້າ​​ສຶກສາ​ອົບຮົມ​ ການ​ເມືອງ​-ນໍາພາແນວ​ຄິດ ​ໃຫ້​ສະມາຊິກ​ພັກ, ພະນັກງານ-ນັກຮົບ ​ເຊື່ອມ​ຊຶມ, ​ກຳ​ແໜ້ນ ​​ແນວທາງປ່ຽນ​ແປງ​​ໃໝ່​​ຂອງ​ພັກ, ໜ້າທີ່​ການ​ເມືອງ​ຂອງ​ກອງທັບ, ມີຄວາມ​ເຊື່ອໝັ້ນຕໍ່ອຸດົມ​ການ​ຂອງ​ພັກ, ​ຈົງ​ຮັກ​ພັກດີ​ຕໍ່ປະ​ເທດ​ຊາດ ​ແລະ ຕໍ່ປະຊາຊົນ; ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈຕໍ່ມູນເຊື້ອ, ວິລະກໍາການຕໍ່ສູ້ ແລະ ສູ້ຮົບ​ມີ​ໄຊ ທີ່​ສະຫງ່າ​ອົງອາດ​ຂອງ​ກອງທັບ​ເຮົາ, ທັງ​ຮູ້​ຕັ້ງໜ້າ​ເສີມ​ຂະຫຍາຍ​ທາດ​ແທ້​ມູນ​ເຊື້ອປະຕິວັດ ຂອງແຕ່ລະກົມກອງ ຂອງແຕ່ລະນັກຮົບ, ນາຍ ແລະ ພົນທະຫານ ​ໃຫ້ສູງ​ເດັ່ນ​ຂຶ້ນ​ຢ່າງ​ບໍ່ຢຸດ​ຢັ້ງ;

2. ພັກເຮົາ, ກອງທັບເຮົາ ເວລາໃດກໍ່ຖືສໍາຄັນ ແລະ ເອົາໃຈໃສ່ຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນໃຫ້ໜັກແໜ້ນຢູ່ສະເໝີ, ຖືບັນຫາດັ່ງກ່າວເປັນ​​ປັດ​​ໄຈ​​ສໍາຄັນ ​ທັງ​ເປັນ​ກໍາລັງ​ແຮງ​ໃນ​ການ​ຄໍ້າປະກັນຜົນ​ສຳ​ເລັດ​ແຫ່ງ​ການນໍາພາ​-ຊີ້​ນໍາ​ຂອງ​ພັກ​ເຮົາ; ຂໍໃຫ້​ບັນດາ​ສະຫາຍສືບ​ຕໍ່​ປົກ​ປັກ​ຮັກສາ ແລະ ເສີມສ້າງ​ຄວາມ​ສາມັກຄີເປັນປຶກແຜ່ນ ໂດຍສະເພາະ ຢູ່ພາຍໃນຄະນະພັກ-ຄະນະ​ປະຈຳ​ພັກກະຊວງ ໃຫ້​ມີ​ຄວາມ​ໜັກ​ແໜ້ນ, ມີ​ຄວາມ​ເປັນ​ເອກະ​ພາບ​ສູງ ເພື່ອສືບ​ຕໍ່​ເປັນ​ຫຼັກ​ແຫຼ່ງ, ​ເປັນ​ຄັນ​ທຸງ ແລະ ເປັນ​ແກນນຳ ໃນ​ການນຳພາ​ເຕົ້າ​ໂຮມ​ຄວາມ​ສາມັກຄີ​ ໃນ​ຖັນ​​ແຖວ​ສະມາຊິກ​ພັກ, ພະນັກງານ-ນັກຮົບ ໃນທົ່ວກອງທັບເຮົາ ເພື່ອຢາກໃຫ້ເປົ້າໝາຍດັ່ງກ່າວບັນລຸຕ້ອງປັບປຸງແບບແຜນວິທີເຮັດວຽກ, ແບບແຜນການນຳພາ, ເປີດກວ້າງປະຊາທິປະໄຕ ລວມສູນເປັນເອກະພາບ ໃນການຊີ້ນຳ-ບັນຊາທີ່ເດັດດ່ຽວວ່ອງໄວ, ທັນການ.

3. ສືບຕໍ່ຊີ້ນໍາການປະຕິບັດຍຸດທະສາດຫັນລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ; ປັບປຸງຮາກຖານການເມືອງ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ-ສັງຄົມ, ແກ້ໄຂບັນດາໜໍ່ແໜງຄວາມບໍ່ສະຫງົບທີ່ເກີດຂຶ້ນ.

4. ຍູ້ແຮງການຜັນຂະຫຍາຍທິດນໍາໃນການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ໃນກອງທັບໃຫ້ຟົດຟື້ນ, ສ້າງການຫັນປ່ຽນໃໝ່ໃນການ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ”, ສ້າງພະລາທິການກັບທີ່ ເພື່ອສູ້ຊົນສ້າງແຫຼ່ງລາຍຮັບໃຫ້ໄດ້ຫຼາຍ, ປັບປຸງແກ້ໄຂ ແລະ ຍົກລະດັບຊີວິດການເປັນຢູ່ໃນກໍາລັງໃຫ້ດີຂຶ້ນເລື້ອຍໆ.

5. ປະຕິບັດແນວທາງການຕ່າງປະເທດຂອງພັກເຮົາ ໃນໄລຍະໃໝ່ຢ່າງຖືກຕ້ອງ, ຄ່ອງແຄ້ວ, ພົວພັນຮ່ວມມືຢ່າງຕັ້ງໜ້າກັບປະເທດເພື່ອນມິດ ທັງຢູ່ໃກ້ ແລະ ຢູ່ໄກ; ຊີ້ນໍາການກະກຽມຄວາມພ້ອມ ເພື່ອເຂົ້າຮ່ວມໃນກອງກໍາລັງຮັກສາສັນຕິພາບສາກົນ (ຂອງ ສປຊ) ຂອງກອງທັບເຮົາໃນອະນາຄົດອັນໃກ້ນີ້.

ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່ - 469499519 974692434695948 3620430932709844733 n - ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່

ພາບຂ່າວ: ໜັງສືພິມກອງທັບ

ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່ - 4 - ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່
ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່ - 3 - ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່
ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່ - 5 - ມອບ-ຮັບໜ້າທີ່ລັດຖະມົນຕີກະຊວງປ້ອງກັນປະເທດ ລະຫວ່າງຜູ້ເກົ່າ ແລະ​ ຜູ້ໃໝ່ ແລະ ແຕ່ງຕັ້ງ ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຄົນໃໝ່