ທ່ານ ມາຄຣົງ ກ່າວວ່າ ບໍ່ລາອອກຈາກຜູ້ນໍາຝຣັ່ງ ກຽມແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່
ປະທານາທິບໍດີ ເອັມມານູເອລ ມາຄຣົງ ຢືນຢັນຈະຢູ່ໃນວາລະຈົນຄົບໃນປີ 2027 ໂດຍໃນລະຫວ່າງນີ້ຈະແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ໃຫ້ໄວທີ່ສຸດ ທ່າມກາງວິກິດການເມືອງຄັ້ງໃໝ່ຂອງປະເທດ.
ປະທານາທິບໍດີ ເອັມມານູເອລ ມາຄຣົງ ຖະແຫລງຜ່ານສະຖານີໂທລະພາບແຫ່ງຊາດ ໃນຄືນວັນທີ 5 ທັນວາວ່າ: ຈະເລັ່ງແຕ່ງຕັ້ງບຸກຄົນທີ່ເໝາະສົມດໍາລົງຕໍາແໜ່ງນາຍົກລັດຖະມົນຕີຄົນໃໝ່ຂອງປະເທດໃນມໍ່ໆນີ້. ພ້ອມໃຫ້ຄໍາໝັ້ນວ່າ: ລັດຖະບານຝຣັ່ງຊຸດໃໝ່ຈະເຮັດເພື່ອຜົນປະໂຫຍດຂອງປະຊາຊົນທຸກຄົນ ໂດຍມີພາລະກິດສໍາຄັນຄື ການເລັ່ງຜ່ານກົດໝາຍງົບປະມານສະບັບໃໝ່.
ຂະນະດຽວກັນ, ທ່ານ ມາຄຣົງ ປະນາມພັນທະມິດພັກການເມືອງຝ່າຍຊ້າຍໃນນາມແນວຮ່ວມປະຊານິຍົມໃໝ່ (NFP) ແລະ ພັກແນວຮ່ວມແຫ່ງຊາດ (RN) ເຊິ່ງເປັນພັກຂວາຈັດຂອງນາງ ມາຣີນ ເລີ ແປນ ແລະ ທ່ານ ຈໍແດນ ບາຣເດວລາ ຮ່ວມພະລັງສະເພາະກິດ ເພື່ອໂຄ່ນອໍານາດລັດຖະບານ.
ນອກຈາກນີ້, ຜູ້ນໍາຝຣັ່ງກ່າວເຖິງວາລະການດໍາລົງຕໍາແໜ່ງສະໄໝທີສອງຂອງຕົນເອງ ວ່າເປັນໄປຕາມມະຕິຂອງປະຊາຊົນຜ່ານການເລືອກຕັ້ງໃນປີ 2022 ແລະ ທ່ານຈະປະຕິບັດໜ້າທີ່, ພ້ອມທັງໃຊ້ອໍານາດຕາມວາລະຈົນຄົບກໍານົດ ຄືປີ 2027 ເຖິງວ່າຜົນສໍາຫລວດຄວາມຄິດເຫັນປະຊາຊົນເລີ່ມປາກົດເພີ່ມຂຶ້ນວ່າຊາວຝຣັ່ງຕ້ອງການໃຫ້ທ່ານ ມາຄຣົງ ລາອອກ ເພື່ອຮັບຜິດຊອບຕໍ່ວິກິດການເມືອງພາຍໃນປະເທດ.
ເຖິງຢ່າງໃດກໍຕາມ, ທ່ານ ມາຄຣົງ ຍອມຮັບ ສຽງປະນາມ ແລະ ສຽງວິຈານ ກໍລະນີທີ່ທ່ານຍຸບສະພາ ແລະ ຈັດການເລືອກຕັ້ງສະພາຜູ້ແທນລາຊະດອນກ່ອນກໍານົດ ໃນຊ່ວງລະດູຮ້ອນຜ່ານມາ ແລະ ສົ່ງຜົນເຮັດໃຫ້ຝ່າຍນິຕິບັນຍັດຜະເຊີນສະພາບສະພາແຂວນທີ່ບໍ່ມີພັກໃດໄດ້ສຽງສ່ວນຫລາຍ.
ທັງນີ້, ສະພາຜູ້ແທນລາຊະດອນຝຣັ່ງມີມະຕິສ່ວນຫລາຍໃນກອງປະຊຸມວັນທີ 4 ທັນວາຜ່ານມາ ບໍ່ໄວ້ວາງໃຈທ່ານ ມິເຊລ ບານິເຢ ນາຍົກລັດຖະມົນຕີ ຈາກການໃຊ້ອໍານາດຊຸກຍູ້ຜ່ານກົດໝາຍງົບປະມານ ໂດຍບໍ່ຜ່ານຄວາມເຫັນພ້ອມຈາກສະພາ ເຊິ່ງກໍລະນີທີ່ທ່ານ ບານິເຢ ຕ້ອງພົ້ນຈາກຕໍາແໜ່ງ ເທົ່າກັບວ່າ ຄະນະລັດຖະບານທັງໝົດຕ້ອງໝົດວາລະໄປນໍາ.