ກຸ່ມຕໍ່ຕ້ານຢຶດເມືອງຮາມາ ເມືອງໃຫຍ່ແຫ່ງທີສອງໄດ້ສໍາເລັດ ຫລັງກອງທັບຊິຣີຖອຍທັບ
ກຸ່ມຕໍ່ຕ້ານລັດຖະບານຊິຣີ ພາຍໃຕ້ການນໍາໂດຍກຸ່ມຕິດອາວຸດອິສລາມິສ ນິກາຍຊຸນນີ ທີ່ເອີ້ນຕົນເອງວ່າ: ຮາຍັດ ຕາຣີ ອັລ-ຊາມ (Hayat Tahrir al-Sham) ຫລື ກຸ່ມ HTS ບຸກຍຶດເມືອງຮາມາ ເມືອງໃຫຍ່ແຫ່ງທີສອງຕໍ່ຈາກເມືອງອາເລັບໂປໄດ້ສໍາເລັດ ພາຍຫລັງກອງທັບຊິຣີຖອຍກໍາລັງອອກຈາກສອງເມືອງດັ່ງກ່າວ.
ທ່ານ ອາບູ ໂມຮໍາເໝັດ ອັລ-ຈາວລາວີ ຜູ້ນໍາກຸ່ມ HTS ປະກາດໄຊຊະນະໃນເມືອງຮາມາ ລວມທັງເຂົ້າບຸກຢຶດຄຸກກາງຮາມາ ແລະ ປ່ອຍຕົວນັກໂທດ ທ່າມກາງການປະທະກັບກອງທັບຂອງລັດຖະບານຊິຣີພາຍໃຕ້ການນໍາຂອງທ່ານ ບາຊາ ອັລ-ອັສຊາດ ປະທານາທິບໍດີຊິຣີ ທີ່ມີການພົວພັນທີ່ດີກັບຜູ້ນໍາຣັດເຊຍ ແລະ ອີຣານ.
ທ່ານ ອັສຊາດ ປະກາດວ່າ: ຈະຕອບໂຕ້ກຸ່ມຕໍ່ຕ້ານ. ພ້ອມກ່າວວ່າ: ບັນດາມະຫາອໍານາດຕາເວັນຕົກພາຍາຍາມຈະວາງແຜນຊີງອໍານາດໃນພາກພື້ນຕາເວັນອອກກາງໃໝ່. ຂະນະທີ່ພັນທະມິດຕົ້ນຕໍຄືຣັດເຊຍ ແລະ ອີຣານຕ່າງໃຫ້ຄໍາໝັ້ນວ່າ: ຈະສະໜັບສະໜູນລັດຖະບານຊິຣີແບບບໍ່ມີເງື່ອນໄຂ.
ອ້າງອີງ: