ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ”

ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ” -                             - ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ”
ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ” - kitchen vibe - ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ”

ສິລະປະການຟ້ອນ ແລະ ແບບຟ້ອນທີ່ຫຼາກຫຼາຍຂອງ ສປປ ລາວນີ້ ແມ່ນກຳເນີດມາຈາກການອອກແຮງງານທີ່ຕິດພັນກັບຄວາມເຊື່ອ, ພິທີກໍາ, ປະເພນີ ແລະວິຖີການດຳລົງຊີວິດ ຂອງປະຊາຊົນລາວບັນດາເຜົ່າລວມທັງຈຸດພິເສດສະພາບແວດລ້ອມທໍາມະຊາດອ້ອມຂ້າງທີ່ເອື້ອອຳນວຍ ເຊັ່ນ: ການລ້ຽງຜີຟ້າ-ຜີແຖນ, ການລ້ຽງຜີບ້ານ-ຜີບັນພະບຸລຸດ, ການຟ້ອນປູ່ເຍີ, ຍ່າເຍີ-ສິງແກ້ວ-ສິງຄໍາ, ການໄຫວ້ຫໍຫຼັກເມືອງ, ການລົງຂວ່າງ, ການບວງສວງ, ການເຢົາ, ການປິ່ນປົວທາງໄສຍະສາດ, ງານມະໂຫລະສົບຄົບງັນໃນບຸນປະເພນີ.

ແຕ່ເດີມການຟ້ອນແມ່ນເພື່ອປະກອບພິທິກໍາໃດໜຶ່ງ ເຊິ່ງສະແດງອອກຜ່ານຮູບພາບທີ່ສະຫຼັກຢູ່ຕາມໜ້າຄ້ອງບ້າງທີ່ມີອາຍຸ 2.500-3.000 ປີຜ່ານມາ. ພາຍໃຕ້ຂະບວນການວິວັດທະນາທາງດ້ານວັດທະນະທຳ-ສັງຄົມ ຊຶ່ງໄດ້ຮັບອິດທິພົນ ແລະ ຜົນສະທ້ອນຈາກການພັດທະນາທາງດ້ານເສດຖະກິດ ການຟ້ອນຈຶ່ງເກິດມີການຂະຫຍາຍຫຼາກຫຼາຍຮູບແບບ ແລະໃນຫຼາກຫຼາຍກາລະໂອກາດ.

ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ” - Visit Laos Visit SALANA BOUTIQUE HOTEL - ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ”
ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ” - Visit Laos Visit SALANA BOUTIQUE HOTEL - ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ”

“ຟ້ອນລຳວົງລາວ” ແມ່ນສິລະປະການສະແດງປະເພດໜຶ່ງທີ່ສຶບທອດກັນມາມາແຕ່ບູຮານນະການ.ຕາມປະເພນີການບອກເລົ່າຂານກັນແຕ່ນານມານັ້ນແມ່ນການຟ້ອນມ່ວນຊື່ນສາມັກຄີ ສະເຫຼີມສະຫຼອງຜົນຂອງການເກັບກ່ຽວຂອງຊາວຜູ້ອອກແຮງງານ, ການສະແດງອອກເຖິງຄວາມສາມັກຄີປອງດອງ ຄວາມມີນໍ້າໃຈ ເອື້ອອາທອນ ເອື້ອເຟື້ອເພື່ອແຜ່ ຊຶ່ງກັນແລະກັນ ການຮູ້ແບ່ງປັນຊ່ວຍເກື້ອໜູນແຮງງານດ້ວຍຄວາມໂອບອ້ອມອາລີ ບໍລິສຸດໃຈຕໍ່ກັນ ຂອງປະຊາຊົນລາວ.

ຟ້ອນລຳວົງລາວ ຍັງເປັນການສະແດງ ຄວາມຂອບໃຈ ຮູ້ບຸນຄຸນ ດ້ວຍການເຊື້ອເຊີນອອກມາເປັນຄູ້ຟ້ອນ ຄູ່ຮ້ອງ ຕາມທຳ ນອງ ຈັ່ງຫວະ ຈາກສຽງ ການໂຮ່ຮ້ອງ ມ່ວນຊື່ນລື່ນເລີງ ດ້ວຍການ ຕີ ເຄາະ ເຄື່ອງໄມ້ ເຄື່ອງມືຂອງຊາວໄຮ່ ຊາວນາ ດ້ວຍບາດກ້າວເດີນໄປພ້ອມໆກັນກັບການຍໍແຂນແອ່ນຟ້ອນ ເປັນຈັ່ງຫວະ ບວກໃສ່ກັບ ການເຄື່ອນໄຫວຕີເປັນວົງລ້ອມ ກອງເຂົ້າ ກອງເຟືອງ ສາງເຂົ້າແລະອື່ນໆ, ຈຶ່ງສຶບທອດກັນມາເປັນປະເພນີການ “ຟ້ອນເປັນວົງ” ຂອງຊຸມຊົນເຊື້ອຊາດລາວ.

ຄຽງຄູ່ກັບການປະຍຸກສຽງຂັບສຽງລໍາປະສົມປະສານເຂົ້າກັບເຄື່ອງດົນຕີທີ່ຫຼາກຫຼາຍ.ການຟ້ອນ ນາຕະສິນ, ການຟ້ອນລຳວົງລາວແຕ່ດັ້ງເດີມ ປະກອບມີ 08 ທ່າມາດຕະຖານຄື: ທ່າເຊີນຊວນ, ໂຄ້ງນາງ, ຄຽງນາງ, ຖອຍເພື່ອກ້າວ, ກະຕ່າຍໝ່າຍຈັນ, ສະຫຼັບຟັນປາ, ນົກແອ່ນເຈີດ ແລະ ສີດາລຽບຫາດ ໂດຍມີການເຝິກຊ້ອມ ຮຽນແອບຟ້ອນໃຫ້ເຂົ້າກັນເປັນຄູ່ຢ່າງງົດງາມ.

ພິເສດການຟ້ອນລໍາວົງລາວໄດ້ມີການວິວັດທະນາໂດຍຜ່ານຂະບວນການຕໍ່ສູ້ກູ້ຊາດ ເປັນເຄືອງມືໃນການປຸກລະດົມ ຢ່າງຟົດຟື້ນນັບແຕ່ຊຸມປີ 1946 ເປັນຕົ້ນມາດ້ວຍສະພາບແວດລ້ອມ ແລະ ເງື່ອນໄຂຕ່າງໆທີ່ເອື້ອອຳນວຍຊຶ່ງ ຕໍ່ມາໄດ້ມີການປະສົມປະສານກັນລະຫວ່າງການຟ້ອນລໍາລົງແບບດັ້ງເດີມ ແລະ ການຟ້ອນລໍາວົງໃສ່ກັບການຂັບ-ລໍາຂອງແຕ່ລະທ້ອງຖິ່ນຈຶ່ງເກິດມາເປັນການຟ້ອນລໍາວົງຮູບແບບມວນຊົນເຊັ່ນ: ການສະເຫຼີມສະຫຼອງຊົມເຊີຍຜົນສຳເລັດຂອງການອອກແຮງງານ, ໃນໂອກາດ ວັນສຳຄັນຕ່າງໆ ແລະ ອື່ນໆ. ການຟ້ອນລໍາວົງມວນຊົນປະກອບມີ 08 ຈັງຫວະຄື:

  • ຈັ່ງຫວະຟ້ອນລຳວົງລາວຈັງຫວະເຊີນຊວນ
  • ຈັງຫວະລຳສີພັນດອນ
  • ຈັງຫວະລຳຕັ່ງຫວາຍ
  • ຈັງຫວະຂັບທຸ້ມຫຼວງພະບາງ
  • ຈັງຫວະລຳສາລະວັນ
  • ຈັງຫວະລຳສະຫຼັບຟັນປາ
  • ຈັງຫວະລຳຄອນສະຫວັນ
  • ຈັງຫວະລຳມະຫາໄຊ

ແລະ ຈັງຫວະລຳມະຫາໄຊ ເຊິ່ງເປັນການຟ້ອນລໍາວົງລາວທີ່ນິຍົມໃນປັດຈຸບັນເຊັ່ນ:ຟ້ອນຕ້ອນຮັບແຂກສຳຄັນ, ຟ້ອນໃນພິທີແຕ່ງດອງ, ພິທີພົບປະສັງສັນຕ້ອນຮັບວັນຂຶ້ນປີໃໝ່ ແລະ ງານບຸນປະເພນີປະຈໍາບ້ານ, ເມືອງ, ແຂວງ ແລະໃນລະດັບປະເທດ.

“ຟ້ອນລຳວົງລາວ” ຍັງເປັນຂວັນກຳລັງໃຈໃນພາລະກິດຕໍ່ສູ້ກູ້ຊາດຢ່າງອົງອາດກ້າຫານ ແລະສຶບຕໍ່ໃນສະໜາມຮົບວັດທະນະທຳໃນໄລຍະປະຕິບັດສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

“ຟ້ອນລຳວົງລາວ” ຈຶ່ງກາຍເປັນໜຶ່ງໃນການສະແດງອອກເຖິງວີຖີຊີວິດຂອງປະຊາຊົນບັນດາເຜົ່າຊາວຜູ້ອອກແຮງງານທີ່ໄດ້ສະສົມເປັນເອກະລັກໄປຕາມແຕ່ລະທ້ອງຖີ່ນ, ໄດ້ຮັບການຖ່າຍທອດຈາກບັນພະບູລຸດ ແລະສືບທອດຈາກ ຮຸ່ນຄົນໜຶ່ງສູ່ຮຸ່ນຄົນໜຶ່ງຢ່າງຕໍ່ເນື່ອງ ແລະໄດ້ຮັບການປະດິດແຕ່ງ, ປັບປຸງ ແລະດັດປັບໃຫ້ເຂົ້າກັບສະພາບແວດລ້ອມສັງຄົມອັນໃໝ່, ມີສາຍກ່ຽວພັນກັບທໍາມະຊາດອ້ອມຂ້າງ ແລະບົນພື້ນຖານປະຫວັດສາດຂອງຊຸມຊົນເຊື້ອຊາດລາວ ຈຶ່ງເຮັດໃຫ້ຊຸມຊົນເຫຼົ່ານີ້ ຮັບຮູ້ ແລະສືບທອດເອກະລັກວັດທະນະທໍາຂອງຕົນ, ເຮັດໃຫ້ມີການພັດທະນາຢ່າງຕໍ່ເນື່ອງ ແລະມີຄຸນຄ່າທາງດ້ານຈິດໃຈ.

“ຟ້ອນລຳວົງລາວ” ຈຶ່ງກາຍເປັນສ່ວນໜຶ່ງໃນທຸກພາລະກິດ, ເປັນມໍລະດົກວັດທະນະທຳທີ່ມີຊີວິດ.

“ຟ້ອນລຳວົງລາວ” ຫຼື ລຳວົງລາວ ໄດ້ ຖຶກຮັບຮອງເປັນມໍລະດົກວັດທະນະທຳນາມມະທຳຂອງມວນມະນຸດ ໃນ ວັນທີ່ 05 ທັນວາ 2024 ທີ່ ແຂວງ ອາຊັນຊົງ, ປະເທດ ປາຣາກວາຍ, ຊຶ່ງ ໄດ້ ເຮັດໃຫ້ປະຊາຊົນລາວບັນດາເຜົ່າແລະສັງຄົມລາວໄດ້ສຶບທອດຢ່າງພາກພູມ ແລະມີກຽດ, ເປັນປັດໃຈສຳຄັນໃນການອານຸລັກຮັກສາມໍລະດົກ ແລະຄວາມຫຼາກຫຼາຍທາງວັດທະນະທຳທີ່ພວມປະເຊີນໜ້າກັບການຈະ ເລີນເຕີບໂຕຂອງໂລກາພິວັດຢ່າງຕໍ່ເນື່ອງ, ທັງເປັນປັດໄຈຄໍ້າປະກັນການຍືນຍົງຄົງຕົວຂອງຊາດລາວຕະຫຼອດໄປ.

ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ” - 3 - ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ”
ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ” - 4 - ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ”
ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ” - 5 - ວິວັດທະນາການຂອງການຟ້ອນກ່ອນຈະເກີດມີເປັນການ “ຟ້ອນລໍາວົງ”