ກະຊວງຍຸຕິທໍາ ສ.ເກົາຫລີ ມີຄໍາສັ່ງ ຫ້າມປະທານາທິບໍດີເດີນທາງອອກນອກປະເທດ

ກະຊວງຍຸຕິທໍາ ສ.ເກົາຫລີ ປະກາດ ຫ້າມປະທານາທິບໍດີ ຢຸນຊອກຢໍ ເດີນທາງອອກນອກປະເທດ ເພາະເປັນຜູ້ຕ້ອງສົງໄສຂອງພະນັກງານສອບສວນ ຂໍ້ຫາເປັນກະບົດ ຈາກການປະກາດກົດໄອຍະການເສິກ.
ກະຊວງຍຸຕິທໍາຂອງ ສ.ເກົາຫລີ ອອກຖະແຫລງການ ອະນຸມັດຄໍາຮ້ອງຂອງສໍານັກງານກວດຄົນເຂົ້າເມືອງ ຫ້າມປະທານາທິບໍດີ ຢຸນຊອກຢໍ ເດີນທາງອອກນອກປະເທດ ລະຫວ່າງຢູ່ພາຍໃຕ້ການສືບສວນ-ສອບສວນໂດຍຄະນະໄອຍະການພິເສດ ກ່ຽວກັບຂໍ້ຫາກໍ່ກະບົດ ແລະ ການໃຊ້ອໍານາດບໍ່ຖືກຕ້ອງ ຈາກການປະກາດກົດໄອຍະການເສິກ ເຊິ່ງມີຜົນປະມານ 6 ຊົ່ວໂມງ ລະຫວ່າງຄືນວັນທີ 3 ທັນວາ ຈົຮອດຮຸ່ງເຊົ້າຂອງວັນທີ 4 ທັນວາຜ່ານມາ.
ທັງນີ້, ທ່ານ ປາກ ເຊຮາຢອນ ຫົວໜ້າຄະນະໄອຍະການພິເສດ ເພື່ອສືບສວນ-ສອບສວນກໍລະນີຜູ້ນໍາ ສ.ເກົາຫລີ ໃຊ້ອໍານາດປະກາດກົດໄອຍະການເສິກ ຖະແຫລງໃນວັນທີ 8 ທັນວາຜ່ານມາວ່າ: ປະທານາທິບໍດີຂອງປະເທດມີສະຖານະເປັນໜຶ່ງໃນຜູ້ຖືກສົງໄສກ່ຽວຂ້ອງຄະດີນີ້ ໂດຍພະນັກງານສອບສວນດໍາເນີນການຕາມການກ່າວຫາ ແລະ ການຮ້ອງຮຽນຈາກປະຊາຊົນຈໍານວນຫລາຍ.
ພາຍໃຕ້ລັດຖະທໍາມະນູນຂອງ ສ.ເກົາຫລີ ຖ້າຜູ້ດໍາລົງຕໍາແໜ່ງປະທານາທິບໍດີຕົກເປັນຜູ້ຖືກສົງໄສ ຫລື ຖືກດໍາເນີນຄະດີໃນຂໍ້ຫາກະບົດ ຈະບໍ່ສາມາດອ້າງສິດຄຸ້ມຄອງໄດ້ ແລະ ເອກະສິດລັກສະນະກຽວກັນນີ້ມີຂໍ້ຈໍາກັດ ຖ້າຜູ້ດໍາລົງຕໍາແໜ່ງປະທານາທິບໍດີຜະເຊີນຂໍ້ກ່າວຫາ ແລະ ຖືກດໍາເນີນຄະດີອາຍາຮ້າຍແຮງ.
ຂະນະດຽວກັນ, ການສືບສວນ-ສອບສວນຂອງໄອຍະການໃນເລື່ອງນີ້ ສາມາດດໍາເນີນຕໍ່ໄປໄດ້ ບໍ່ວ່າສະພານິຕິບັນຍັດແຫ່ງຊາດຈະຖອດຖອນທ່ານ ຢຸນຊອກຢໍ ອອກຈາກຕໍາແໜ່ງປະທານາທິບໍດີ ຫລື ບໍ່ກໍຕາມ.