ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ.

ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ. - 469542008 914497140864082 8457428618048415965 n - ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ.
ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ. - kitchen vibe - ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ.

ຈາກກໍລະນີ ມີເຫດການສາວນັກຮ້ອງອອກມາ ໂພສ ກ່ຽວກັບການໄປນວດ ຈົນເກີດມີອາການເຈັບ

ໜັກ ແລະ ເສຍຊີວິດໃນເວລາຕໍ່ມາ ຈົນກາຍເປັນຂ່າວໂດ່ງດັງຢູ່ໄທ ໃນວັນທີ 8 ທັນວາ 2024.

ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ. - Visit Laos Visit SALANA BOUTIQUE HOTEL - ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ.
ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ. - Visit Laos Visit SALANA BOUTIQUE HOTEL - ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ.

ທ່ານໝໍ ທີລະວັດ ມະຈຸທາ ເປັນຊ່ຽວຊານທາງດ້ານອາຍຸລະກຳ ແລະ ສະ ໝອງ ທັງເປັນທີ່ປຶກສາ ວິທະຍາໄລການແພດຕາເວັນອອກ ມະຫາວິທະຍາໄລຣັງສິດ ໄດ້ໂພສເຕືອນ ວ່າ: ເລື່ອງໃກ້ຕົວທີ່ເປັນທ່າບໍລິຫານເປັນປະຈໍາ ຫລື ມັກເຮັດເວລາເມື່ອຍ ຫລື ເປັນການນວດຄາຍເມື່ອຍ ດັດເສັ້ນ ລວມທັງເປັນວິທີໃນກາຍບໍາບັດທາງກາຍຍະພາບ ແລະ ຈັດກະດູກ ຖ້າບໍ່ລະວັງ ຈະເພີ່ມຄວາມສ່ຽງອັນຕະລາຍຕໍ່ເສັ້ນເລືອດທີ່ໄປລ້ຽງສະໝອງ ໂດຍສະເພາະເສັ້ນເລືອດຄູ່ຫລັງ ເກີດການຈີກຂາດ ແລະ ເຮັດໃຫ້ສະໝອງຕາຍ ເປັນອໍາມະພາດໄດ້.

ຈາກການສໍາຫລວດຂໍ້ມູນຈາກ ທ່ານໝໍ ທາງສະໝອງໃນສະຫະລັດອາເມລິກາພົບວ່າ: ໃນໄລຍະ 2 ປີ ເຄີຍພົບຜູ້ປ່ວຍທີ່ມີອາການອໍາມະພາດ ຍ້ອນເສັ້ນເລືອດໃນສະໝອງຕີບ ພາຍໃນໄລຍະເວລາ 24 ຊົ່ວໂມງ. ພົບວ່າມີ 55 ຄົນໃນຈຳນວນ 177 ຄົນ ເຂົ້າຂ່າຍກໍລະນີ ດັດປັບກະດູກຄໍ. ສ່ວນຫລາຍຜູ້ປ່ວຍມີອາຍຸລະຫວ່າງ 21-60 ປີ ຫລັງຈາກມີການບິດຄໍ, ດັດຄໍ ແລະ ເປັນຜົນຕໍ່ເສັ້ນເລືອດສະໝອງ ໂດຍສະເພາະຄູ່ຫລັງ ເກີດຕີບຕັນ ເຊິ່ງທ່ານໝໍເອງ ກໍໍມີຜູ້ປ່ວຍທີ່ມັກບິດຄໍເປັນປະຈໍາມື້ລະ 3 ເທື່ອ ຄັ້ງລະ 30 ຮອບ ເປັນປີ.

ສະໝອງຂອງຄົນເຮົາ ມີເສັ້ນເລືອດໄປລ້ຽງ 2 ຄູ່ ຄູ່ໜ້າສາມາດຈັບລູບໄດ້ ເຕັ້ນຕຸບໆຢູ່ຄໍດ້ານໜ້າ ເຮັດໜ້າທີ່ສົ່ງເລືອດໄປລ້ຽງສະໝອງໜ້າຜາກຂະໝັບ 2 ຂ້າງ ລວມທັງສະໝອງສ່ວນເລິກລົງໄປທາງດ້ານໃນ, ເສັ້ນເລືອດຄູ່ຫລັງຮອຍຜ່ານກະດູກກ້ານຄໍ ແລະ ຜ່ານເຂົ້າໄປລ້ຽງສະໝອງດ້ານດ້ານຫຼັງ(ງ່ອນ) ເຮັດໜ້າທີ່ຄຸມການຊົງຕົວ , ຄວບຄຸມປະສາດສະໝອງ ລວມທັງການເຄືື່ອນໄຫວຂອງໜ່ວຍຕາ ຄຸມການຮັບຮູ້ຄວາມຮູ້ສຶກຕົວ ການເຄື່ອນໄຫວແຂນຂາ.

ການບິດຄໍແຮງໆ ຫລື ໝູນບິດຄໍ ບໍລິຫານປະຈໍາອາດເຮັດໃຫ້ເກີດຜົນຮ້າຍ ອັນຕະລາຍທີ່ເກີດຂຶ້ນ ແຕ່ຈະປ່ຽນແປງໄປຕາມຄວາມໄວອາຍຸ ຄວາມຮຸນແຮງຂອງການບິດເຄື່ອນໄຫວຄໍ ເຖິງແມ່ນວ່າບໍ່ບິດແຮງ ແລະ ໄວ ແຕ່ການເຮັດຊໍ້າໆ ເປັນໄລຍະເວລາດົນນານ ກໍສາມາດເກີດອັນຕະລາຍໄດ້ ບໍ່ສະເພາະແຕ່ເສັ້ນ ປະສາດທີ່ຄໍ ຍັງເກີດກັບເສັ້ນເລືອດ ໂດຍສະເພາະຜູ້ທີ່ເກີດມາຜິດປົກກະຕິ ຄືມີເສັ້ນເລືອດຄູ່ຫລັງພຽງເສັ້ນດຽວ ແລະ ກໍລະນີຄົນທີ່ມີເສັ້ນເລືອດຕີບຢູ່ແລ້ວຈະມີພະຍາດປະຈໍາຕົວ ຄື: ພະຍາດອ້ວນ, ຄວາມດັນເລືອດສູງ, ໄຂມັນຫລາຍ ຫລື ມີກະດຸກປົ່ງຢູ່ຄໍ ທີ່ຈະກົດບຽດເສັ້ນເລືອດຢູ່ແລ້ວ ຫລື ຄົນທີ່ມີພະຍາດຂອງຜິວໜັງ ເສັ້ນເລືອດຜິດປົກກະຕິແຕ່ກໍາເນີດ (ເຊິ່ງພົບເຫັນໜ້ອຍ).

ຂໍ້ຄວນລະວັງ ແລະ ກົນໄກໃນການເກີດອໍາມະພາດ ຈາກການເຄືື່ອນຂອງຄໍ ເປັນຜົນມາຈາກການຈັບດັດ, ງ່ຽງ, ບິດ ເຊິ່ງການນວດກົດຈຸດດັ່ງກ່າວກໍຄວນລະວັງເຊັ່ນກັນ ເນື່ອງຈາກເສັ້ນເລືອດຄູ່ຫລັງ ຈະແລ່ນເຂົ້າສະໝອງໂດຍຜ່ານຮູ 2 ຂ້າງທີ່ຖານຂອງກະໂຫລກຫົວ ເຊິ່ງຈາກການນວດ ອາດມີວິທີປິດ-ເປີດປະຕູ. ການປິດ-ເປີດປະຕູ ຄືການກົດຈຸດທີ່ຮູ 2 ຂ້າງ ເຊິ່ງຈະດັດການໄຫລວຽນຂອງເລືອດເຂົ້າສະໝອງ, ງ່ອນ ເຊິ່ງເປັນຈໍຮັບພາບໃນສະໝອງ ເຮັດໃຫ້ຕາມືດໄປໄລຍະໜຶ່ງ ແລະ ເມື່ອວາງການກົດຈຸດ ດັ່ງກ່າວ ເລືອດໄຫລມາຄືເກົ່າ ເຮັດໃຫ້ຕາແຈ້ງຂຶ້ນ ເຊິ່ງຄົນທີ່ເສັ້ນເລືອດຜິດປົກກະຕິຢູ່ແລ້ວ ຕາອາດຈະມືດໄປເລີຍກໍເປັນໄດ້ ກາຍເປັນຕາບອດທັງ 2 ຂ້າງ.

ສໍາລັບຄົນເມື່ອຍຄໍ ວິທີແກ້ເມື່ອຍ ຍັງສາມາດເຮັດກາຍະພາບບໍາບັດດ້ວຍຕົວເອງໄດ້ຄື: ເຮັດຄໍຊືື່, ໜ້າຊື່ ຍູ້ຫົວໃສ່ຝາມືຕົນເອງ 4 ທິດ ຊ້າຍ-ຂວາ ໜ້າ-ຫລັງ 1 ຮອບ ດັນແຮງ ດັນດົນໆ ເຮັດມື້ລະ 10-20 ຮອບ ຕອນໃດກໍໄດ້ ຈະຊ່ວຍເລື່ອງກະດຸກທັບເສັ້ນປະສາດ ປັບໂຄງສ້າງກະດູກ ເສັ້ນເອັນໃຫ້ເຂົ້າກັນ ເຮັດໃຫ້ກ້າມເນື້ອຄໍແຂງແຮງ ບໍ່ຕ້ອງໄປດຶງຄໍຢູ່ໂຮງໝໍ ໃຫ້ເສຍເວລາ.

ທີ່ມາ: ສໍລະຢຸດ ສຸທັດນະຈິນດາ

ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ. - 5 - ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ.
ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ. - 3 - ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ.
ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ. - 4 - ທ່ານໝໍ ທີລະວັດ ມະຈຸທາ(ໄທ) ໂພສເຕືອນ! ອັນຕະລາຍຈາກການບິດຄໍ ສ່ຽງເລືອດທີ່ໄປລ້ຽງສະໝອງຈີກຂາດ-ຕີບ ແລະ ເປັນອໍາມະພາດ.