ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ

ປະດັບຫຼຽນໄຊພັດທະນາຊັ້ນ iii ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ - a83269cd 5cb2 484c aa39 a3048364ca59 - ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ
ປະດັບຫຼຽນໄຊພັດທະນາຊັ້ນ iii ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ - kitchen vibe - ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ

ຕອນບ່າຍວັນທີ 6 ທັນວາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຊັ້ນ3 ໂຮງແຮມດາວດອກງິ້ວຄຳ. ແຂວງຫຼວງນ້ຳທາສົມທົບກັບສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ຈັດມີພິທີປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່: ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳຢ່າງສົມກຽດ. ໃຫ້ກຽດເຂົ້າຮ່ວມພິທີຄັ້ງນີ້ມີ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງຫຼວງນ້ຳທາ, ທ່ານ ພົນຈັດຕະວາ ອິ່ນສົມ ທຳລະສິນ ກຳມະການພັກແຂວງ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ທ່ານ ບຸນທອງ ແສງສີກອງ ກຳມະການພັກແຂວງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ພ້ອມດ້ວຍຄະນະສະພາເຂດ, ຄະນະຄຸ້ມຄອງເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ປະດັບຫຼຽນໄຊພັດທະນາຊັ້ນ iii ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ - 01f96dbf 5a8b 4e6b 97a8 707765f7616a - ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ

ໃນພິທີ ທ່ານ ພົນຈັດຕະວາ ອິ່ນສົມ ທຳລະສິນ ກຳມະການພັກແຂວງ ເລຂາຄະນະພັກ, ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະທານປະເທດແຫ່ງ ສປປ ລາວ ສະບັບເລກທີ 231/ປປທ ລົງວັນທີ 29 ຕຸລາ 2024 ວ່າດ້ວຍການມອບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອດ້ານວັດຖຸ-ທຶນຮອນໃຫ້ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ລວມມູນຄ່າ 1,306,707,660 ກີບ ( ໜື່ງຕື້ສາມຮ້ອຍລ້ານກວ່າກີບ) ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນຄວາມສະຫງົບ ແລະ ເປັນການປະກອບສ່ວນທີ່ສຳຄັນໃຫ້ແກ່ການພັດທະນາປະເທດຊາດ. ເປັນກຽດຂຶ້ນມອບໂດຍ: ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ແຂວງຫຼວງນ້ຳທາ ພ້ອມນີ້ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳທີ່ໄດ້ປະດັບຫຼຽນໄຊພັດທະນາຊັ້ນ III ເຊີ່ງແມ່ນຫຼຽນໄຊທີ່ມີຄຸນຄ່າຂອງ ສປປ ລາວ ປະດັບໃຫ້ແກ່ທ່ານທີ່ມີຜົນງານ, ຄຸນງາມຄວາມດີໃນການປະກອບສ່ວນຊ່ວຍເຫຼືອທາງດ້ານວັດຖຸ, ທຶນຮອນ, ເງິນຄຳ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ.


ຈາກນີ້ ທ່ານ ຈ້າວ ເຫວີຍ ປະທານສະພາບໍລິຫານເຂດເສດຖະກິດພິເສດ ສາມຫຼ່ຽມຄຳກໍ່ໄດ້ສະແດງຄວາມຮູ້ສຶກດີໃຈຢ່າງລົ້ນເຫຼືອຕໍ່ພັກ ແລະ ລັດຖະບານກໍ່ຄືການນຳຂອງແຂວງຫຼວງນ້ຳທາ, ເຊີ່ງເວລາໃດກໍ່ໃຫ້ການຊີ້ນຳຢ່າງໃກ້ຊິດໃນການພັດທະນາດ້ານຕ່າງໆມາໂດຍຕະຫຼອດ, ຂ້າພະເຈົ້າສັນຍາວ່າຈະສືບຕໍ່ເອົາໃຈໃສ່ສົ່ງເສີມການພັດທະນາໃນທຸກດ້ານໃຫ້ມີຜົນສຳເລັດ ພ້ອມທັງຮຽກຮ້ອງໃຫ້ພະນັກງານທຸກຄົນຈົ່ງຮ່ຳຮຽນເອົາແບບຢ່າງທີ່ດີ ແລະ ກາຍເປັນຜູ້ສືບທອດໃນການພັດທະນາໃຫ້ມີຄວາມຍືນຍົງ ແລະ ກ້າວໜ້າ, ໃຫ້ສົມຄຳວ່າ: “ປະຊາຊົນລາວເອົາດິນຕອນໜື່ງໃຫ້ຂ້າພະເຈົ້າຢືມ ຂ້າພະເຈົ້າຈະຄືນໃຫ້ປະຊາຊົນລາວເປັນໜື່ງຕົວເມືອງໃໝ່ທີ່ທັນສະໄໝ”

ປະດັບຫຼຽນໄຊພັດທະນາຊັ້ນ iii ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ - 0dd43fef 6b2c 49df aa9e c6a95ae875c0 - ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ

ປະດັບຫຼຽນໄຊພັດທະນາຊັ້ນ iii ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ - 3 - ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ
ປະດັບຫຼຽນໄຊພັດທະນາຊັ້ນ iii ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ - 4 - ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ
ປະດັບຫຼຽນໄຊພັດທະນາຊັ້ນ iii ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ - 5 - ປະດັບຫຼຽນໄຊພັດທະນາຊັ້ນ III ໃຫ້ແກ່ປະທານສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ