ເຢຍລະມັນ ມອບປື້ມຄູ່ມືຄວາມຮູ້ ພື້ນຖານກ່ຽວກັບສະຫະກອນສິນເຊື່ອໃຫ້ ທຫລ

ເພື່ອປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຢູ່ ສປປ ລາວ, ໃນວັນທີ 17 ພະຈິກນີ້ ສະຖານທູດເຢຍລະມັນ ປະຈຳລາວ ໄດ້ນຳເອົາປື້ມຄູ່ມືຄວາມຮູ້ພື້ນຖານສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດມາມອບໃຫ້ທະນາຄານແຫ່ງ ສປປ ລາວ, ເຊິ່ງພິທີມອບ-ຮັບໄດ້ມີຂຶ້ນລະຫວ່າງ ທ່ານ ສອນໄຊ ສິດພະໄຊ ຮອງຜູ້ວ່າການ ທຫລ ແລະ ທ່ານ ເຢນສ ລຸດເກິນແຮມ (Jen Lutkenherm) ເອກອັກຄະລັດຖະທູດປະເທດດັ່ງກ່າວ ມີ 1.000 ເຫຼັ້ມຕົກເປັນ ມູນຄ່າ 71 ລ້ານກ່ວາກີບ ໂດຍແມ່ນອົງການ DGRV ໃຫ້ທຶນສະໜັບສະໜູນໃນການຈັດພິມປຶ້ມດັ່ງກ່າວຕາມໂຄງການຮ່ວມມືລະຫວ່າງ ທຫລ ແລະ ອົງການ DGRV ທີ່ໄດ້ດໍາເນີນມາແຕ່ປີ 2012 ເພື່ອແນໃສ່ໄດ້ສະໜັບສະໜູນສະຫະກອນສິນເຊື່ອເຂດປາກທອນ ໂດຍໃຫ້ທຶນໄປທັດສະນະສຶກສາທັງຢູ່ພາຍໃນ ແລະ ຕ່າງປະເທດ, ຊ່ວຍອຸປະກອນເຄື່ອງໃຊ້ຫ້ອງການ ເພື່ອສ້າງເປັນສະຫະກອນສິນເຊື່ອຕົວແບບຂອງ ສປປ ລາວ; ຝຶກອົບຮົມໃຫ້ພະນັກງານກົມຄຸ້ມຄອງສະຖາບັນການເງິນ ທຫລ (ການຝຶກອົບ ຮົມການກວດສອບສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດ), ລວມທັງການສະໜັບສະໜູນການຈັດພິມປຶ້ມຄູ່ມືຄວາມຮູ້ພື້ນຖານສະຫະກອນສິນເຊື່ອແລະເງິນຝາກປະຢັດເພື່ອເປັນຫຼັກສູດສຳຄັນໃຫ້ແກ່ວຽກງານດັ່ງກ່າວ.
ຮອງຜູ້ວ່າການ ທຫລ ກ່າວວ່າ: ປື້ມຄູ່ມືຊຸດນີ້ໄດ້ນໍາເອົາບົດຮຽນ ແລະປະ ສົບການຂອງການສ້າງຕັ້ງສະຫະກອນຢູ່ເຢຍລະມັນ ມາປັບປຸງ ແລະ ໝູນໃຊ້ໃຫ້ແທດເໝາະກັບການພັດທະນາສະຫະກອນສິນເຊື່ອ ແລະ ເງິນຝາກປະຢັດຢູ່ປະເທດເຮົາ, ເຖິງວ່າ ລາວ ເຮົາໄດ້ມີການສ້າງຕັ້ງສະຫະກອນຂຶ້ນມາຫຼາຍປີແລ້ວກໍຕາມ ແຕ່ຄວາມສາມາດໃນການບໍລິຫານ ແລະ ຄຸ້ມຄອງໃຫ້ສະຫະກອນມີຄວາມໝັ້ນຄົງ ຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ ເຮັດໃຫ້ການເຄື່ອນໄຫວບໍ່ມີປະສິດທິພາບ, ອີກດ້ານໜຶ່ງຄວາມຮັບຮູ້ ແລະ ເຂົ້າໃຈຂອງຜູ້ສ້າງຕັ້ງສະຫະກອນກໍຄືປະຊາຊົນກໍຍັງຈໍາກັດ ເຮັດໃຫ້ການບໍລິຫານສະຫະກອນມີຄວາມສ່ຽງ ແລະ ຄວາມຫຍຸ້ງຍາກຂຶ້ນຕື່ມ; ຕໍ່ບັນຫາດັ່ງກ່າວ ທຫລ ຈຶ່ງໄດ້ມີຄວາມພະຍາຍາມປັບປຸງແກ້ໄຂໃນດ້ານລະບຽບການຄຸ້ມຄອງ, ການໃຫ້ຄວາມຮູ້ທາງດ້ານວຽກງານການເງິນຈຸລະພາກແກ່ສະຫະກອນ ແລະ ປະຊາຊົນ ລວມທັງໄດ້ຮັບການຊ່ວຍເຫຼືອຈາກ DGRV ຈະຊ່ວຍໃຫ້ການຍົກລະດັບດີຂຶ້ນ.
# ຂ່າວ-ພາບ: ຣັດສະໝີ ດວງສັດຈະ