ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້

ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້ - 17335399544401733539950697 - ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້
ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້ - kitchen vibe - ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້

      ລັດຖະສະພາ ສ.ເກົາຫລີ ກຽມລົງມະຕິເພື່ອຖອດຖອນປະທານາທິບໍດີ ຢຸນຊອກຢໍ ເປັນຄັ້ງທີສອງ ໃນວັນທີ 14 ທັນວານີ້.

      ພັກປະຊາທິປະໄຕ (DP) ເຊິ່ງເປັນພັກແກນນໍາຝ່າຍຄ້ານຂອງ ສ.ເກົາຫລີ ເປີດເຜີຍວ່າ: ສະພານິຕິບັນຍັດແຫ່ງຊາດກຽມລົງມະຕິຍັດຕິຖອນຖອນປະທານາທິບໍດີ ຢຸນຊອກຢໍ ອອກຈາກຕໍາແໜ່ງ ຈາກການປະກາດກົດໄອຍະການເສິກ ໃນເວລາ 17:00 ໂມງ ຕາມເວລາທ້ອງຖິ່ນຂອງວັນທີ 14 ທັນວານີ້ (15:00 ໂມງ ຕາມເວລາປະເທດລາວ).

      ຄວາມພະຍາຍາມດັ່ງກ່າວຂອງຝ່າຍຄ້ານຈະຖືເປັນຄັ້ງທີສອງຕໍ່ຈາກການລົງມະຕິວັນທີ 7 ທັນວາຜ່ານມາ ເຊິ່ງບໍ່ຜ່ານການຮັບຮອງຈາກກອງປະຊຸມ ເນື່ອງຈາກສຽງສະໜັບສະໜູນບໍ່ເຖິງສອງໃນສາມ ແລະ ສະມາຊິກເກືອບທັງໝົດຂອງພັກພະລັງປະຊາຊົນ (PP) ເຊິ່ງເປັນພັກລັດຖະບານຍົກເລີກກອງປະຊຸມ.

      ຂະນະທີ່ຜົນສໍາຫລວດຄວາມຄິດເຫັນຊາວ ສ.ເກົາຫລີ 1,000 ຄົນ ອາຍຸ 18 ປີຂຶ້ນໄປ ໂດຍສໍານັກງານວິໄຈ ຮັນກິວ ລະຫວ່າງວັນທີ 8-9 ທັນວາ ແລະ ເຜີຍແຜ່ໃນວັນທີ 11 ທັນວາ ພົບວ່າ 76.1% ຂອງກຸ່ມຕົວຢ່າງສະໜັບສະໜູນຍັດຕິຖອດຖອນປະທານາທິບໍດີ ແລະ 21.9% ຄັດຄ້ານ ໂດຍກຸ່ມຜູ້ມີອາຍຸຢູ່ໃນຊ່ວງອາຍຸ 30 ປີ ສະໜັບສະໜູນຍັດຕິຖອດຖອນຫລາຍທີ່ສຸດ 85.4% ຮອງລົງມາແມ່ນກຸ່ມອາຍຸ 40 ປີ ແລະ 50 ປີ ມີອັດຕາສະໜັບສະໜູນ 82.9% ແລະ 82.8% ຕາມລໍາດັບ.

ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້ - 4 - ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້
ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້ - 5 - ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້
ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້ - 3 - ສະພາ ສ.ເກົາຫລີ ກຽມລົງມະຕິຮອບສອງ ເພື່ອຖອດຖອນປະທານາທິບໍດີ 14 ທັນວານີ້