ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ

ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ - israelsyriastrikes thumb1 - ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ
ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ - kitchen vibe - ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ

       ການໂຄ້ນອໍານາດທ່ານ ບາຊາ ອັລ-ອັສຊາດ ປະທານາທິບໍດີຊິຣີ ກະຕຸ້ນໃຫ້ອິດສະລາແອນປະຕິບັດການທາງທະຫານຢູ່ຊິຣີ ໂດຍເປີດສາກການໂຈມຕີທາງອາກາດໃສ່ເປົ້າໝາຍທາງທະຫານຢູ່ຊິຣີ. ອີກທັງຍັງສົ່ງກອງກໍາລັງພາກພື້ນດິນເຂົ້າໄປທັງໃນ ແລະ ນອກເຂດປອດທະຫານເປັນຄັ້ງທໍາອິດໃນຮອບ 50 ປີ.

      ກອງທັບອິດສະລາແອນເປີດເຜີຍໃນວັນທີ 10 ທັນວາວ່າ: ກອງທັບໂຈມຕີເຂົ້າໃສ່ພື້ນທີ່ຕ່າງໆຂອງຊິຣີ 480 ກວ່າຄັ້ງໃນໄລຍະ 2 ວັນຜ່ານມາ ໂດຍໂຈມຕີສາງອາວຸດຍຸດທະສາດຂອງຊິຣີເກືອບທັງໝົດ. ຂະນະທີ່ທ່ານ ຄາດ ລັດຖະມົນຕີກະຊວງປ້ອງກັນປະເທດອິດສະລາແອນ ກ່າວວ່າ: ກອງທັບເຮືອອິດສະລາແອນສາມາດທໍາລາຍກອງເຮືອຊິຣີໄດ້ສໍາເລັດໃນຄືນກ່ອນໜ້ານີ້. ອີກທັງຍັງກ່າວຍົກຍ້ອງວ່າ: ປະຕິບັດການນີ້ປະສົບຜົນສໍາເລັດຫລາຍ.

ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ
ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ - Visit Laos Visit SALANA BOUTIQUE HOTEL - ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ

      ກອງທັບອາກາດອິດສະລາແອນລະບຸວ່າ: ຈາກການໂຈມຕີ 480 ຄັ້ງ ມີປະມານ 350 ຄັ້ງທີ່ເປັນການໂຈມຕີດ້ວຍເຮືອບິນທີ່ມີຄົນຂັບ ໂດຍຕັ້ງເປົ້າໃສ່ສະໜາມບິນ, ຖານທັບຕໍ່ຕ້ານອາກາດ, ລູກສອນໄຟ, ໂດຣນ, ເຮືອບິນຂັບໄລ່, ລົດຖັງ ແລະ ສະຖານທີ່ຜະລິດອາວຸດໃນນະຄອນຫລວງດາມັດກັດ, ເມືອງຮອມ, ເມືອງທາທັສ, ເມືອງລາຕາກີ ແລະ ເມືອງປາລໄມຣາ. ສ່ວນທີ່ເຫລືອເປັນການໂຈມຕີເພື່ອສະໜັບສະໜູນປະຕິບັດການພາກພື້ນດິນ ເຊິ່ງຈະເນັ້ນໂຈມຕີສາງອາວຸດ, ໂຄງສ້າງທາງທະຫານ ແລະ ແທ່ນຍິງຕ່າງໆ.

       ກ່ອນໜ້ານີ້, ທ່ານ ເບນຈາມິນ ເນທັນຢາຮູ ນາຍົກລັດຖະມົນຕີອິດສະລາແອນ ກ່າວຍ້ອງຍໍການລົ້ມສະຫລາຍຂອງລະບອບ ອັສຊາດ ຢູ່ຊິຣີວ່າເປັນບົດຮຽນໃໝ່ທີ່ໜ້າຕື່ນເຕັ້ນ ໂດຍລະບຸວ່າ: ການລົ້ມສະຫລາຍຂອງລະບອບການປົກຄອງຊິຣີເປັນຜົນໂດຍກົງຈາກການໂຈມຕີຮາມັດ, ແຮັດໂບລາ ແລະ ອີຣານຢ່າງຮຸນແຮງ… ແກນຍັງບໍ່ຫາຍໄປ ແຕ່ຂ້າພະເຈົ້າເຄີຍສັນຍາໄວ້ ພວກເຮົາກໍາລັງຈະພິກປີ້ນໃບໜ້າຂອງຕາເວັນອອກກາງ.

      ສໍານັກຂ່າວ CNN ລາຍງານວ່າ: ອິດສະລາແອນຮູ້ສຶກຍິນດີຕໍ່ການລົ້ມສະຫລາຍຂອງລະບອບ ອັສຊາດ ເນື່ອງຈາກທ່ານຄືພັນທະມິດຄົນສໍາຄັນຂອງອີຣານ ໂດຍທ່ານເປັນຄົນທີ່ປ່ອຍໃຫ້ຊິຣີຖືກໃຊ້ເປັນເສັ້ນທາງລໍາລຽງສະບຽງ ແລະ ກອງກໍາລັງຂອງກຸ່ມແຮັດໂບລາຢູ່ລີບັງ, ແຕ່ໃນຂະນະດຽວກັນ ອິດສະລາແອນຍັງກັງວົນຕໍ່ຂໍ້ມູນຄວາມຈິງທີ່ວ່າ: ປັດຈຸບັນກຸ່ມຕິດອາວຸດອິສລາມກໍາລັງເຂົ້າປົກຄອງຊິຣີແທນ.

      ທ່ານ ກິດຽນ ຊາອາ ລັດຖະມົນຕີກະຊວງການຕ່າງປະເທດ ກ່າວຕໍ່ນັກຂ່າວໃນວັນທີ 9 ທັນວາວ່າ: ອິດສະລາແອນກໍາລັງຖິ້ມລະເບີດໃສ່ຖານທັບທະຫານຊິຣີ ເຊິ່ງມີສາງອາວຸດເຄມີ ແລະ ລູກສອນໄຟໄລຍະໄກ ໂດຍອ້າງເຫດຜົນວ່າ: ເພື່ອປ້ອງກັນບໍ່ໃຫ້ອາວຸດເຫລົ່ານີ້ຕົກໄປຢູ່ໃນມືຂອງກຸ່ມຫົວຮຸນແຮງ. ພ້ອມເນັ້ນວ່າ: ເວລານີ້ສິ່ງສໍາຄັນຄືຕ້ອງດໍາເນີນການສິ່ງຈໍາເປັນທັງໝົດ ເພື່ອຮັກສາຄວາມໝັ້ນຄົງຂອງອິດສະລາແອນ.

      ນັກຂ່າວຂອງ CNN ທີ່ປະຈໍາຢູ່ນະຄອນຫລວງດາມັດກັດ ກ່າວວ່າ: ພວກເຂົາໄດ້ຍິນສຽງລະເບີດດັ່ງສະໜັ່ນໃນຕອນເຊົ້າວັນທີ 11 ທັນວາ ໂດຍເປັນການໂຈມຕີລາກຍາວມາແຕ່ທ້າຍອາທິດຜ່ານມາ. ຂະນະທີ່ Voice of the Capital ເຊິ່ງເປັນກຸ່ມນັກເຄື່ອນໄຫວຊາວຊິຣີ ກ່າວວ່າ: ການໂຈມຕີດ້ວຍລະເບີດໃນຄືນຜ່ານມາ ເປັນການໂຈມຕີນະຄອນຫລວງດາມັດກັດຮຸນແຮງທີ່ສຸດໃນຮອບ 15 ປີ.

       ເຖິງຢ່າງໃດກໍຕາມ, ການກະທໍາຂອງອິດສະລາແອນຮຽກສຽງວິພາກວິຈານຢ່າງໜັກຈາກກຸ່ມປະເທດອາຣັບ ເຊິ່ງກ່າວຫາອິດສະລາແອນວ່າໃຊ້ຜົນປະໂຫຍດຈາກຄວາມບໍ່ໝັ້ນຄົງຢູ່ຊິຣີເພື່ອຢຶດຄອງດິນແດນ ໂດຍສັນນິບາດອາຣັບອອກຖະແຫລງການວ່າ: ອິດສະລາແອນກໍາລັງໃຊ້ຜົນປະໂຫຍດຈາກສະຖານະການພາຍໃນຂອງຊິຣີ, ສ່ວນອີຢິບກ່າວວ່າ: ການເຄື່ອນໄຫວດັ່ງກ່າວຖືເປັນການສະແຫວງຫາຜົນປະໂຫຍດຈາກສະຖານະການທີ່ຄຸມເຄືອ ແລະ ເປັນສູນຍາກາດ ເພື່ອຢຶດຄອງດິນແດນຊິຣີ.

ອ້າງອີງ:

ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ - 4 - ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ
ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ - 5 - ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ
ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ - 3 - ອິດສະລາແອນໂຈມຕີຊິຣີ 480 ຄັ້ງໃນ 2 ວັນ ທ່ານ ເນທັນຢາຮູ ກ່າວວ່າ ຈະພິກປີ້ນໃບໜ້າຕາເວັນອອກກາງ