ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ

ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ - 111 6 - ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ
ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ - kitchen vibe - ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ

      ອົດສະຕຣາລີກຽມກໍານົດໃຫ້ບໍລິສັດເຕັກໂນໂລຊີຍັກໃຫຍ່ ຕ້ອງຈ່າຍຄ່າຕອບແທນໃຫ້ສໍານັກຂ່າວໃນປະເທດ ກໍລະນີມີການແບ່ງປັນເນື້ອໃນຢູ່ແພກຟອມ.

      ທ່ານ ສະຕີເຟນ ໂຈນ ຮອງລັດຖະມົນຕີກະຊວງການເງິນອົດສະຕຣາລີ ກ່າວວ່າ: ລັດຖະບານຢູ່ລະຫວ່າງຮ່າງແຜນຢ່າງລະອຽດ ເພື່ອໃຫ້ບໍລິສັດເຕັກໂນໂລຊີຫລາຍແຫ່ງ ໂດຍສະເພາະເມຕາ, ຕິກຕ໋ອກ ແລະ ກູເກິລ ຕ້ອງຈ່າຍເງິນຄ່າຂ່າວໃຫ້ຜູ້ຜະລິດສື່ຂອງອົດສະຕຣາລີທີ່ເປັນເຈົ້າຂອງເນື້ອໃນ ຖ້າມີການນໍາເອົາເນື້ອໃນເຫລົ່ານັ້ນໄປເຜີຍແຜ່ໃນແພກຟອມ.

ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ - Visit Laos Visit SALANA BOUTIQUE HOTEL - ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ
ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ - Visit Laos Visit SALANA BOUTIQUE HOTEL - ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ

       ຖ້າບໍລິສັດເຕັກໂນໂລຊີເຫລົ່ານີ້ບໍ່ເຫັນພ້ອມ ແລະ ບໍ່ປະຕິບັດຕາມ ຫລື ບໍ່ຫາທາງບັນລຸຂໍ້ຕົກລົງກັບສໍານັກຂ່າວໃນອົດສະຕຣາລີ, ໂຣແລນ ກ່າວວ່າ: ລັດຖະບານອົດສະຕຣາລີອາດໃຊ້ມາດຕະການເກັບພາສີຈາກຜູ້ປະກອບການຂ້າມຊາດ ໃນກໍລະນີມີລາຍໄດ້ຫລາຍກວ່າປີລະ 160 ລ້ານໂດລາສະຫະລັດ.

      ທັງນີ້, ຫລາຍພາກສ່ວນໃນອົດສະຕຣາລີພະຍາຍາມເຄື່ອນໄຫວມາດົນແລ້ວ ໃຫ້ບໍລິສັດເຕັກໂນໂລຊີຊົດເຊີຍໃຫ້ສໍານັກຂ່າວ ແລະ ຜູ້ຜະລິດສື່ໃນປະເທດ ເປັນຄ່າເນື້ອໃນຂ່າວ ຈາກກໍລະນີທີ່ເມຕາ, ຕິກຕ໋ອກ ແລະ ກູເກິລ ເອົາໄປແບ່ງປັນຕໍ່ໃນແພກຟອມຂອງຕົນເອງ ແລະ ຍັງເປັນກໍລະນີຂັດແຍ່ງລະຫວ່າງລັດຖະບານອົດສະຕຣາລີກັບບໍລິສັດດ້ານເຕັກໂນໂລຊີເຫລົ່ານີ້.

      ເດືອນພະຈິກຜ່ານມາ ລັດຖະສະພາອົດສະຕຣາລີຮັບຮອງກົດໝາຍຫ້າມບຸກຄົນມີອາຍຸຕໍ່າກວ່າ 16 ປີ ນໍາໃຊ້ເຄືອຂ່າຍສັງຄົມອອນລາຍທຸກປະເພດ.

      ເມື່ອກົດໝາຍມີຜົນບັງຄັບໃຊ້ຢ່າງເປັນທາງການ ພາຍໃນໄລຍະເວລາອີກ 12 ເດືອນຕໍ່ຈາກນີ້ ຈະເຮັດໃຫ້ອົດສະຕຣາລີເປັນປະເທດທໍາອິດຂອງໂລກທີ່ມີການບັງຄັບໃຊ້ກົດໝາຍເຈາະຈົງຫ້າມປະຊາຊົນໃນບາງກຸ່ມອາຍຸນໍາໃຊ້ສື່ສັງຄົມອອນລາຍ.

       ຜູ້ປະກອບການແຫ່ງໃດທີ່ບໍ່ປະຕິບັດຕາມອາດຕ້ອງຜະເຊີນຄ່າປັບໄໝສູງເຖິງ 50 ລ້ານໂດລາອົດສະຕຣາລີ ສ້າງສຽງວິຈານຢ່າງໜັກຈາກເມຕາ, ເອັກ, ກູເກິລ ແລະ ຕິກຕ໋ອກ.

ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ - 4 - ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ
ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ - 3 - ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ
ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ - 5 - ອົດສະຕຣາລີກຽມບີບໃຫ້ຍັກໃຫຍ່ໂຊຊຽວມີເດຍ ຈ່າຍຄ່າຂ່າວທີ່ແຊໃນແພກຟອມ