ກໍາປູເຈຍສັ່ງຫ້າມຂາຍເຄື່ອງດື່ມຊູກໍາລັງໃນໂຮງຮຽນ ຫລຸດຄວາມສ່ຽງພະຍາດເບົາຫວານໃນເດັກ
ລັດຖະບານກໍາປູເຈຍ ປະກາດຫ້າມຈໍາໜ່າຍເຄື່ອງດື່ມຊູກໍາລັງໃນໂຮງຮຽນ ເພື່ອບັນເທົາຄວາມສ່ຽງການເກີດພະຍາດເບົາຫວານໃນເຍົາວະຊົນ.
ທ່ານ ຮັງ ຊວນນາຣອງ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງສຶກສາທິການ, ເຍົາວະຊົນ ແລະ ກິລາຂອງກໍາປູເຈຍ ກ່າວວ່າ: ຄໍາສັ່ງຫ້າມເນັ້ນປ້ອງກັນຄວາມສ່ຽງການເກີດພະຍາດບໍ່ຕິດຕໍ່ຊໍາເຮື້ອ ໂດຍສະເພາະພະຍາດເບົາຫວານ ເຊິ່ງມີສາເຫດມາຈາກການບໍລິໂພກເຄື່ອງດື່ມຊູກໍາລັງ ທີ່ມີນໍ້າຕານສູງ.
ທັງນີ້, ລັດຖະບານກໍາປູເຈຍຫ້າມການບໍລິໂພກ, ການແຈກຢາຍ, ການຈໍາໜ່າຍ ແລະ ການໂຄສະນາເຄື່ອງດື່ມຊູກໍາລັງທຸກຊະນິດພາຍໃນ ແລະ ອ້ອມຮອບສະຖາບັນການສຶກສາຂອງລັດ ແລະ ເອກະຊົນ ແລະ ສະຖາບັນອາຊີວະສຶກສາທົ່ວປະເທດ.
ຂະນະດຽວກັນ, ກະຊວງສຶກສາທິການກໍາປູເຈຍ ເນັ້ນໃຫ້ໂຮງຮຽນທຸກແຫ່ງແຈ້ງເຕືອນນັກຮຽນເຖິງຜົນກະທົບດັ່ງກ່າວ, ພ້ອມສັ່ງໃຫ້ໂຮງຮຽນຢຶດເຄື່ອງດື່ມຊູກໍາລັງຈາກຜູ້ຈໍາໜ່າຍທັງພາຍໃນ ແລະ ອ້ອມຮອບສະຖາບັນການສຶກສາ ແລະ ຍົກເລີກສັນຍາເຊົ່າຈໍາໜ່າຍສິນຄ້າຖ້າຮ້ານຄ້າບໍ່ປະຕິບັດຕາມຄໍາສັ່ງຫ້າມ.
ທ່ານ ຊຽງ ຣາ ລັດຖະມົນຕີກະຊວງສາທາລະນະສຸກກໍາປູເຈຍ ກ່າວວ່າ: ພະຍາດເບົາຫວານ ເຊິ່ງເປັນໜຶ່ງໃນ 4 ປະເພດຕົ້ນຕໍຂອງພະຍາດບໍ່ຕິດຕໍ່ຊໍາເຮື້ອຢູ່ກໍາປູເຈຍ ເປັນສາເຫດການເສຍຊີວິດຫລັກຂອງປະຊາຊົນໃນປະເທດ ແຊງສະຖິຕິການເສຍຊີວິດຈາກພະຍາດຕິດເຊື້ອ.
ພະຍາດບໍ່ຕິດຕໍ່ຊໍາເຮື້ອ 4 ປະເພດຕົ້ນຕໍ ໄດ້ແກ່ ພະຍາດຫົວໃຈ, ພະຍາດເບົາຫວານ, ພະຍາດມະເຮັງ ແລະ ພະຍາດທາງເດີນຫາຍໃຈຊໍາເຮື້ອ.