ປະກາດ ແຕ່ງຕັ້ງ ແລະ ຍົກຍ້າຍນາຍຕຳຫຼວດ ປກສ ແຂວງ ໄຊສົມບູນ
ວັນທີ 12 ທັນວາ 2024 ຢູ່ທີ່ຫ້ອງປະຊຸມ ແຂວງໄຊສົມບູນ ໄດ້ຈັດພິທີປະກາດ ແຕ່ງຕັ້ງ ຫົວໜ້າ ແລະ ຍົກຍ້າຍຮອງຫົວໜ້າ ກອງບັນຊາການ ປກສ ແຂວງໄຊສົມບູນ, ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ.
ພົຈວ ຄອນສະຫວັນ ສົມພາໄຊ ຮອງຫົວໜ້າກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໄດ້ຂຶ້ນຜ່ານ ດໍາລັດ ຂອງນາຍົກລັດຖະມົນຕີ ສະບັບເລກທີ 624/ນຍ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ໃນນີ້, ແຕ່ງຕັ້ງ ພັອ ອຸໄດ ອິນສຸວັນ ເປັນຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງໄຊສົມບູນ ແລະ ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ພັອ ອຸໄດ ອິນສຸວັນ ເປັນເລຂາຄະນະພັກກອງບັນຊາການ ປກສ ແຂວງໄຊສົມບູນ.
ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ໄຊສົມບູນ ໂດຍ ຍົກຍ້າຍ ພັອ ອິນປັນ ຍາດຕິວົງ ຈາກກອງບັນຊາການ ປກສ ແຂວງໄຊສົມບູນ ໄປຮັບໜ້າທີ່ໃໝ່ ຢູ່ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ.
ໂອກາດນີ້, ພົອ ວິໄລ ຫຼ້າຄໍາຟອງ ກໍໄດ້ໂອ້ລົມ ເນັ້ນໜັກບັນດາສະຫາຍ ທີ່ຖືກແຕ່ງຕັ້ງ ໃຫ້ເອົາໃຈໃສ່ບາງບັນຫາເປັນຕົ້ນແມ່ນຕ້ອງເປັນຄັນທຸງຮັກສາແໜ້ນຄວາມສາມັກຄີພາຍໃນຄະນະພັກ-ຄະນະບັນຊາ, ປະຕິບັດຖືກຕ້ອງ, ຄົບຖ້ວນຕາມຫຼັກການນຳພາຂອງພັກ; ມີຄວາມເປັນເອກະພາບໃນການຄົ້ນຄ້ວາ, ຕັດສິນບັນຫາ, ແບບແຜນວິທີເຮັດວຽກຕ້ອງແທດຕົວຈິງ, ໂປ່ງໃສ, ມີການແບ່ງງານ ມອບໝາຍຄວາມຮັບຜິດຊອບຢ່າງຈະແຈ້ງ; ຕິດຕາມກວດກາ, ຊຸກຍູ້ ແລະ ສະຫຼຸບຖອດຖອນບົດຮຽນເປັນແຕ່ລະໄລຍະ; ຕ້ອງພ້ອມກັນເປັນຫົວຈັກຫຼັກແຫຼ່ງ, ເປັນແບບຢ່າງໃນການນຳພາ-ບັນຊາ, ມີທັດສະນະ ແລະ ແບບແຜນດຳລົງຊີວິດທີ່ປອດໃສ; ປະຕິບັດໜ້າທີ່ດ້ວຍຄວາມບໍລິສຸດສັດຊື່, ມີຈັນຍາບັນ, ຈັນຍາທຳ, ມີຄວາມສະດຸງໄວຕໍ່ສະພາບການໃນເງື່ອນໄຂໃໝ່ ແລະ ຍາມໃດກໍຕ້ອງມີສະຕິກຽມພ້ອມປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ; ຕ້ອງເດັດດ່ຽວຕ້ານແນວຄິດອວດອົງທະນົງຕົວ, ຕ້ອງເຂັ້ມງວດຕໍ່ຕົນເອງ, ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ປັບປຸງຕົນເອງຢ່າງຮອບດ້ານ ເປັນເຈົ້າການເອົາໃຈໃສ່ຢ່າງຫ້າວຫັນ ຕໍ່ກັບການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຢ່າງແຂງແຮງ ແລະ ເຂັ້ມງວດ.