ສະພາ ສ.ເກົາຫລີ ມີມະຕິສຽງສ່ວນຫລາຍເກີນສອງໃນສາມ ຖອດຖອນປະທານາທິບໍດີ ຢຸນຊອກຢໍ

ສະພາແຫ່ງຊາດຂອງ ສ.ເກົາຫລີ ມີມະຕິສຽງສ່ວນຫລາຍເກີນສອງໃນສາມ ສະໜັບສະໜູນຍັດຕິຖອດຖອນປະທານາທິບໍດີ ຢຸນຊອກຢໍ ຈາກການປະກາດກົດໄອຍະການເສິກ.
ສະພານິຕິບັນຍັດແຫ່ງຊາດຂອງ ສ.ເກົາຫລີ ຈັດກອງປະຊຸມວາລະພິເສດ ເພື່ອອະພິປາຍ ແລະ ລົງມະຕິກ່ຽວກັບການຖອດຖອນປະທານາທິບໍດີ ຢຸນຊອກຢໍ ອອກຈາກຕໍາແໜ່ງຜູ້ນໍາ ສ.ເກົາຫລີ ຈາກການໃຊ້ອໍານາດປະກາດກົດໄອຍະການເສິກ ເຊິ່ງມີຜົນປະມານ 6 ຊົ່ວໂມງ ລະຫວ່າງວັນທີ 3-4 ທັນວາຜ່ານມາ.
ທັງນີ້, ຝ່າຍຄ້ານນໍາໂດຍພັກປະຊາທິປະໄຕ (DP) ເປັນຜູ້ສະເໜີຍັດຕິດັ່ງກ່າວ ເຊິ່ງຕ້ອງໄດ້ຮັບສຽງສະໜັບສະໜູນຈາກກອງປະຊຸມບໍ່ຕໍ່າກວ່າ 2 ໃນ 3 ຄືຢ່າງໜ້ອຍ 200 ສຽງ ຈາກທັງໝົດ 300 ສຽງ.
ການລົງມະຕິຄັ້ງນີ້ເປັນຄັ້ງທີສອງ ຫລັງຍັດຕິບໍ່ຜ່ານກອງປະຊຸມ ໃນວັນທີ 7 ທັນວາຜ່ານມາ ເນື່ອງຈາກສະມາຊິກເກືອບທັງໝົດຂອງພັກພະລັງປະຊາຊົນ (PP) ເຊິ່ງເປັນພັກລັດຖະບານ ຍົກເລີກກອງປະຊຸມ ເຖິງວ່າສະມາຊິກພັກ PP 3 ຄົນ ທີ່ເຂົ້າຮ່ວມກອງປະຊຸມ ລົງຄະແນນສະໜັບສະໜູນຍັດຕິຖອດຖອນ, ແຕ່ສຽງສະໜັບສະໜູນມີ 195 ສຽງ ຍັດຕິຈຶ່ງຕົກໄປ.
ສໍາລັບການລົງມະຕິຄັ້ງໃໝ່ນີ້ ຜົນປາກົດວ່າ: ກອງປະຊຸມມີມະຕິສຽງສ່ວນຫລາຍ 204 ສຽງ, ຄັດຄ້ານ 85 ສຽງ, ງົດອອກສຽງ 3 ສຽງ ແລະ ບັດເສຍ 8 ໃບ ເຊິ່ງສຽງສະໜັບສະໜູນເກີນສອງໃນສາມ ໝາຍຄວາມວ່າ: ທ່ານ ຢຸນຊອກຢໍ ຕ້ອງຢຸດການປະຕິບັດໜ້າທີ່ໃນຖານະປະທານາທິບໍດີ ແລະ ໃຫ້ທ່ານ ຮັນດ໊ອກຊູ ນາຍົກລັດຖະມົນຕີ ຮັກສາການແທນ.
ຈາກນັ້ນ, ສານລັດຖະທໍາມະນູນຕ້ອງພິຈາລະນາຍັດຕິຖອດຖອນ ພາຍໃນໄລຍະເວລາ 180 ວັນ ຖ້າຄະນະຕຸລາການຮັບຮອງ ດ້ວຍສຽງສ່ວນຫລາຍທີ່ຕ້ອງບໍ່ຕໍ່າກວ່າ 6 ສຽງ ຈາກທັງໝົດ 9 ສຽງ ການເລືອກຕັ້ງປະທານາທິບໍດີຄົນໃໝ່ຕ້ອງເກີດຂຶ້ນພາຍໃນ 60 ວັນ ຖ້າສານບໍ່ຮັບຮອງ ໝາຍຄວາມວ່າ: ເປັນການຄືນຕໍາແໜ່ງໃຫ້ທ່ານ ຢຸນຊອກຢໍ.