ຜູ້ນໍາອິນໂດເນເຊຍສະເໜີຍົກເລີກເລືອກຕັ້ງທ້ອງຖິ່ນ ເພື່ອປະຢັດງົບປະມານ

ປະທານາທິບໍດີອິນໂດເນເຊຍ ກ່າວວ່າ: ການຍົກເລີກຈັດການເລືອກຕັ້ງທ້ອງຖິ່ນ ຈະເຮັດໃຫ້ລັດມີງົບປະມານເພີ່ມຂຶ້ນ.
ພົນໂທ ປຣາໂບໂວ ຊູບຽນໂຕ ປະທານາທິບໍດີອິນໂດເນເຊຍ ສະເໜີແນວຄິດໃຫ້ຍົກເລີກການເລືອກຕັ້ງລະດັບເຈົ້າແຂວງ ແລ້ວໃຫ້ສະພາລະດັບແຂວງ ຫລື ທ້ອງຖິ່ນ ເປັນຜູ້ລົງມະຕິເລືອກຜູ້ດໍາລົງຕໍາແໜ່ງເຫລົ່ານັ້ນແທນ.
ທັງນີ້, ຜູ້ນໍາອິນໂດເນເຊຍໃຫ້ເຫດຜົນວ່າ: ການປ່ຽນແປງດັ່ງກ່າວຈະຊ່ວຍໃຫ້ລັດຖະບານມີງົບປະມານເພີ່ມຂຶ້ນ ເພື່ອເອົາໄປໃຊ້ພັດທະນາໂຮງຮຽນ ແລະ ຍົກລະດັບໂຄງການອາຫານກາງເວັນໃນໂຮງຮຽນ.
ປັດຈຸບັນ, ອິນໂດເນເຊຍ ເຊິ່ງເປັນປະເທດມີປະຊາກອນມຸດສະລິມຫລາຍທີ່ສຸດໃນໂລກ ແລະ ເປັນປະເທດປະຊາທິປະໄຕຂະໜາດໃຫຍ່ອັນດັບສາມ ໃນທາງຈໍານວນປະຊາກອນ ມີການເລືອກຕັ້ງລະດັບປະເທດ 2 ຄັ້ງ ຄືການເລືອກຕັ້ງທົ່ວໄປ ຄືການເລືອກຕັ້ງປະທານາທິບໍດີ ເຊິ່ງຈະລົງຄະແນນພ້ອມກັບການເລືອກຕັ້ງສະມາຊິກສະພາຜູ້ແທນລາຊະດອນ ແລະ ສະພາຜູ້ແທນລະດັບແຂວງ ແລະ ການເລືອກຕັ້ງລະດັບທ້ອງຖິ່ນ.
ເຖິງຢ່າງໃດກໍຕາມ, ບັນດາຜູ້ຊ່ຽວຊານທາງການເມືອງອິນໂດເນເຊຍຍັງເບິ່ງວ່າ: ການເລືອກຕັ້ງທ້ອງຖິ່ນ ຍັງເປັນຂະບວນການທາງການເມືອງທີ່ເໝາະສົມທີ່ສຸດວ່າ: ປະຊາຊົນຈະໄດ້ຜູ້ນໍາທ້ອງຖິ່ນທີ່ເໝາະສົມກັບສະພາບສັງຄົມໃນພື້ນທີ່ຢ່າງແທ້ຈິງ ແລະ ເຕືອນວ່າ: ແນວຄິດຂອງຜູ້ນໍາອິນໂດເນເຊຍອາດກາຍເປັນການເຮັດໃຫ້ບ້ານເມືອງຖອຍຫລັງທາງປະຊາທິປະໄຕ.