ຮັກສາການຜູ້ນໍາ ສ.ເກົາຫລີ ໃຫ້ຄໍາໝັ້ນ ເດີນໜ້າບໍລິຫານປະເທດຢ່າງມີສະຖຽນລະພາບ

ຮັກສາການປະທານາທິບໍດີ ສ.ເກົາຫລີ ຢືນຢັນຈະພະຍາຍາມບໍລິຫານປະເທດໃຫ້ເປັນໄປດ້ວຍຄວາມສະຫງົບທີ່ສຸດ ພາຍຫລັງລັດຖະສະພາຜ່ານມະຕິຖອດຖອນ ແລະ ເຮັດໃຫ້ຜູ້ນໍາຄົນປັດຈຸບັນຕ້ອງຢຸດການປະຕິບັດໜ້າທີ່.
ທ່ານ ຮັນດ໊ອກຊູ ຮັກສາການປະທານາທິບໍດີ ສ.ເກົາຫລີ ຖະແຫລງວ່າ: ຈະພະຍາຍາມຢ່າງສຸດຄວາມສາມາດໃນການຮັກສາສະຖຽນລະພາບ ແລະ ການບໍລິຫານກິດຈະການແຜ່ນດິນໃຫ້ຂັບເຄື່ອນໄປທາງໜ້າໄດ້ຢ່າງລາບລື່ນທີ່ສຸດ ທ່າມກາງໄລຍະເວລາທີ່ຍາກລໍາບາກ.
ທັງນີ້, ທ່ານ ຮັນດ໊ອກຊູ ເນັ້ນໜັກໃຫ້ທຸກກະຊວງປະຕິບັດໜ້າທີ່ຢ່າງເຕັມກໍາລັງໃນການສ້າງຄວາມເຊື່ອໝັ້ນໃຫ້ປະຊາຊົນ ແລະ ບັນດາປະເທດ. ພ້ອມທັງຂໍໃຫ້ກອງທັບຍົກລະດັບມາດຕະການເຝົ້າລະວັງດ້ານຄວາມໝັ້ນຄົງ.
ຂະນະທີ່ທໍານຽບປະທານາທິບໍດີ ສ.ເກົາຫລີ ອອກຖະແຫລງການວ່າ: ທ່ານ ຮັນດ໊ອກຊູ ສົນທະນາທາງໂທລະສັບກັບປະທານາທິບໍດີ ໂຈ ໄບເດນ ຜູ້ນໍາອາເມລິກາ ໂດຍຜູ້ນໍາທັງສອງປະເທດຢືນຢັນມອບການສະໜັບສະໜູນໃຫ້ກັນ ແລະ ກັນໃນດ້ານການຕ່າງປະເທດ ແລະ ການທະຫານ ເປັນໄປຢ່າງແໜ້ນແຟ້ນ, ໝັ້ນຄົງ ແລະ ລາບລື່ນ.
ສະພານິຕິບັນຍັດແຫ່ງຊາດ ສ.ເກົາຫລີ ມີມະຕິໃນກອງປະຊຸມວາລະພິເສດໃນວັນທີ 14 ທັນວາຜ່ານມາ ດ້ວຍສຽງສ່ວນຫລາຍ 204 ສຽງ ສະໜັບສະໜູນຍັດຕິຖອດຖອນປະທານາທິບໍດີ ຢຸນຊອກຢໍ ຈາກການໃຊ້ກົດໄອຍະການເສິກ 6 ຊົ່ວໂມງ ລະຫວ່າງວັນທີ 3-4 ທັນວາຜ່ານມາ ເຊິ່ງຍັດຕິໄດ້ຮັບການສະໜັບສະໜູນຫລາຍກວ່າ 200 ສຽງ ຖືວ່າເກີນກວ່າ 2 ໃນ 3 ຂອງອົງປະຊຸມຄື 300 ສຽງ.
ທ່ານ ຢຸນຊອກຢໍ ຢືນຢັນການຍອມຮັບມະຕິຖອດຖອນຂອງສະພານິຕິບັດຍັດແຫ່ງຊາດ ແລະ ຈະຢຸດການປະຕິບັດໜ້າທີ່, ແຕ່ຈະເດີນໜ້າສູ້ຕໍ່ໄປຕາມຂະບວນການໃນຊັ້ນສານ ໂດຍກ່າວວ່າ: ການຢຸດປະຕິບັດໜ້າທີ່ເປັນພຽງຊົ່ວຄາວເທົ່ານັ້ນ.
ຕໍ່ຈາກນີ້, ຍັດຕິຖອດຖອນຈະເຂົ້າສູ່ການພິຈາລະນາໂດຍຕຸລາການສານລັດຖະທໍາມະນູນຂອງ ສ.ເກົາຫລີ ເຊິ່ງມີເວລາສູງສຸດ 180 ວັນ ໃນການພິຈາລະນາ, ຖ້າມີການຮັບຮອງ ໝາຍຄວາມວ່າ: ທ່ານ ຢຸນຊອກຢໍ ຕ້ອງພົ້ນຈາກຕໍາແໜ່ງຢ່າງເປັນທາງການ ໂດຍຈະເປັນຄົນທີສອງໃນປະຫວັດສາດການເມືອງຂອງປະເທດ ຕໍ່ຈາກປະທານາທິບໍດີ ນາງ ປາກກິນເຮ ແລະ ຝ່າຍທີ່ກ່ຽວຂ້ອງຕ້ອງຈັດການເລືອກຕັ້ງປະທານາທິບໍດີຄົນໃໝ່ພາຍໃນ 60 ວັນ.
ເຖິງຢ່າງໃດກໍຕາມ, ຖ້າສານລັດຖະທໍາມະນູນບໍ່ຮັບຮອງ ທ່ານ ຢຸນຊອກຢໍ ຈະກັບມາດໍາລົງຕໍາແໜ່ງຜູ້ນໍາ ສ.ເກົາຫລີ ຕໍ່ ຈົນຄົບວາລະໃນປີ 2027.