ຈະເກີດຫຍັງຂຶ້ນຕໍ່ຈາກນີ້ ເມື່ອນາຍົກລັດຖະມົນຕີເຢຍລະມັນຖືກໂຫວດບໍ່ໄວ້ວາງໃຈ

ປະເທດເຢຍລະມັນມີຂະໜາດເສດຖະກິດໃຫຍ່ທີ່ສຸດຂອງເອີຣົບ ແລະ ເປັນສາເຫດຕົ້ນຕໍຄວາມໝັ້ນຄົງສໍາຄັນຂອງພາກພື້ນ ຈະຕ້ອງຈັດການເລືອກຕັ້ງກ່ອນກໍານົດໃນປີໜ້າ ຫລັງລັດຖະສະພາເຢຍລະມັນມີມະຕິບໍ່ໄວ້ວາງໃຈນາຍົກລັດຖະມົນຕີ ໂອລາບ ຊໍ ດ້ວຍຄະແນນສຽງ 394 ສຽງ ໂດຍໄວ້ວາງໃຈ 207 ສຽງ ແລະ ງົດອອກສຽງອີກ 116 ສຽງ.
ຈະເກີດຫຍັງຂຶ້ນຕໍ່ຈາກນີ້
ຕໍ່ຈາກນີ້ປະທານາທິບໍດີ ຟຣັງ-ວັລເທີ ຊາໄຕໄມເອີ ຈະຕ້ອງປະກາດຍຸບສະພາພາຍໃນ 21 ວັນ ແລະ ຈັດການເລືອກຕັ້ງໃໝ່ພາຍໃນ 60 ວັນ ຫລັງການຍຸບສະພາ ເຊິ່ງຈະເຮັດໃຫ້ກໍານົດການເລືອກຕັ້ງຄັ້ງຕໍ່ໄປອາດມີຂຶ້ນໃນວັນທີ 23 ກຸມພາ 2025.
ໃຜຄືເປົ້າໝາຍທີ່ໜ້າຕິດຕາມ
ເຢຍລະມັນມີພັກການເມືອງຕົ້ນຕໍທັງໝົດ 7 ພັກ ໂດຍປັດຈຸບັນມີ 4 ພັກທີ່ປະກາດລາຍຊື່ອອກມາແລ້ວວ່າໃຜຈະເປັນເປົ້າໝາຍຊິງຕໍາແໜ່ງນາຍົກລັດຖະມົນຕີ.
ສໍາລັບ 2 ພັກທີ່ຄອງອໍານາດໃນເກມການເມືອງຂອງເຢຍລະມັນມາຍາວນານ ໄດ້ແກ່ ພັກຝ່າຍອະນຸລັກນິຍົມ ຄືພັກຄຣິສຕຽນເດໂມແຄຣດ ແລະ ພັກຄຣິສຕຽນໂຊຊຽວຢູນຽນ (CDU/CSU) ແລະ ພັກໂຊຊຽວເດໂມແຄຣດ (SPD) ເຊິ່ງປັດຈຸບັນມີນະໂຍບາຍເນັ້ນຄວາມເທົ່າທຽມໃນສັງຄົມ.
ເມື່ອພິຈາລະນາຈາກລະບົບການເລືອກຕັ້ງຂອງເຢຍລະມັນ ການຈັດຕັ້ງລັດຖະບານມັກຈະເກີດຂຶ້ນໃນຮູບແບບລັດຖະບານປະສົມ ເຊິ່ງໂດຍປົກກະຕິແລ້ວຈະມີພັກ CDU/CSU ຫລື SPD ເປັນແກນນໍາ ໂດຍພັກທີ່ຊະນະຈະຊອກຫາພັນທະມິດເພື່ອຈັດຕັ້ງລັດຖະບານສຽງສ່ວນຫລາຍ ແລະ ນັບແຕ່ປີ 2021 ພັກ SPD ຂອງທ່ານ ຊໍ ຈັດຕັ້ງລັດຖະບານຮ່ວມກັບພັກຟຣີເດໂມແຄຣດ (FDP) ແລະ ພັກກຣີນ.
ມາຄັ້ງນີ້, ພັກ CDU/CSU ຈະນໍາໂດຍທ່ານ ຟຣີດຣິ ເມິດ ຜູ້ນໍາຝ່າຍຄ້ານສາຍອະນຸລັກນິຍົມ, ສ່ວນພັກ SPD ຈະນໍາໂດຍທ່ານ ຊໍ ເຊິ່ງສູນເສຍຄະແນນນິຍົມໄປຢ່າງໜັກ. ສໍາລັບພັກກຣີນສົ່ງທ່ານ ໂຣເບິດ ຮາເບັກ ເຊິ່ງປັດຈຸບັນດໍາລົງຕໍາແໜ່ງລັດຖະມົນຕີເສດຖະກິດຂອງປະເທດມາຮ່ວມຊີງໄຊ. ຂະນະທີ່ເປົ້າໝາຍຈາກພັກຂວາຈັດ ອັລເທີເນທີບຟູດອຍແລນ (AfD) ຄືທ່ານ ອາລິດ ໄວເດວ.
ທັງນີ້, ຖ້າເບິ່ງຈາກຜົນສໍາຫລວດຄວາມຄິດເຫັນຈາກຫລາຍສໍານັກຈະເຫັນວ່າທ່ານ ເມິດ ຈາກພັກ CDU/CSU ຖືເປັນຕົວເຕັງໄດ້ຄະແນນນິຍົມມາເປັນອັນດັບ 1 ຫລື ທ່ານອາດເປັນນາຍົກລັດຖະມົນຕີຄົນໃໝ່ຂອງເຢຍລະມັນ ໂດຍຜົນສໍາຫລວດຄວາມຄິດເຫັນທົ່ວປະເທດລະບຸວ່າ: ພັກ CDU/CSU ມີຄະແນນສະໜັບສະໜູນສູງກວ່າພັກອື່ນໆ 32%. ຂະນະທີ່ພັກ AfD ຢູ່ອັນດັບ 2 ດ້ວຍຄະແນນ 18% ແລະ ພັກ SPD ຢູ່ອັນດັບ 3 ດ້ວຍຄະແນນ 16% ແລະ ພັກກຣີນໄດ້ຄະແນນ 14% ຕາມລໍາດັບ.
ປະຊາຊົນຢາກໃຫ້ລັດຖະບານແກ້ໄຂບັນຫາຫຍັງແດ່
ບັນຫາທີ່ປະຊາຊົນໃຫ້ຄວາມສໍາຄັນຫລາຍທີ່ສຸດໜີບໍ່ພົ້ນເລື່ອງຂອງເສດຖະກິດ ໂດຍສະເພາະເມື່ອເສດຖະກິດເຢຍລະມັນຂະຫຍາຍຕົວຊ້າລົງໃນຍຸກຂອງທ່ານ ຊໍ.
ເມື່ອມໍ່ໆມານີ້, ທະນາຄານກາງເຢຍລະມັນປັບຫລຸດຄາດຄະເນການເຕີບໃຫຍ່ທາງເສດຖະກິດລົງ 0.2% ໂດຍລະບຸວ່າ: ເສດຖະກິດຂອງເຢຍລະມັນມີທ່າອ່ຽງຈະຊ້າລົງໃນຊ່ວງລະດູໜາວປີ 2024-2025 ແລະ ຈະເລີ່ມຟື້ນຕົວແບບຊ້າໆໃນປີ 2025.
ອ້າງອີງ: