ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ

ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ - Attapue - ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ
ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ - kitchen vibe - ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ

ຂ່າວສານອອນລາຍ ແຂວງອັດຕະປື ລາຍງານວ່າ: ວັນທີ 17 ທັນວາ 2024 ນີ້ ແຂວງອັດຕະປື ໄດ້ຈັດງານເທສະການຮ່ອນຄໍາແບບປະເພນີ ຂຶ້ນທີ່ລໍານໍ້າເຊກະໝານ ບ້ານທາດພະໄຊ ເມືອງໄຊເສດຖາ ເພື່ອສະເຫຼີມສະຫຼອງປີທອງທ່ຽວລາວ 2024 ຂອງແຂວງ ຕິດພັນກັບງານບຸນລະນຶກບຸນຄຸນພຣະເຈົ້າໄຊຍະເຊດຖາທິຣາດ, ໂດຍການເຂົ້າຮ່ວມຂອງ ທ່ານ ພົນໂທ ວັນທອງ ກອງມະນີ ເຈົ້າແຂວງອັດຕະປື, ມີການນໍາຂອງແຂວງ, ເມືອງ ຕະຫຼອດຮອດບັນດາມວນຊົນ, ແຂກທີ່ເປັນນັກທ່ອງທ່ຽວເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.

ທ່ານ ບຸນປອນ ອ່ອນໄຊວຽງ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງອັດຕະປື ຮອງປະທານຈັດງານປີທ່ອງທ່ຽວ ຂອງແຂວງ ໄດ້ກ່າວເປີດງານເທດສະການຮ່ອນຄໍາແບບປະເພນີ ວ່າ: ເທສະການຮ່ອນຄໍາແບບປະເພນີ ທີ່ຈັດຂຶ້ນ ແມ່ນໜຶ່ງໃນບັນດາກິດຈະກຳທັງໝົດທີ່ປິ່ນອ້ອມປີທ່ອງທ່ຽວ 2024 ຢູ່ແຂວງອັດຕະປື, ເຊິ່ງເປັນມູນເຊື້ອຂອງປະຊາຊົນບັນດາເຜົ່າ ທີ່ມີປະຫວັດຄວາມເປັນມາແຕ່ບູຮານນະການ, ຕິດພັນກັບວີຖີຊີວິດການເປັນຢູ່ຂອງປະຊາຊົນ ມາແຕ່ດຶກດຳບັນ. ດັ່ງນັ້ນ: ຄະນະພັກອໍານາດການປົກຄອງແຂວງ, ເມືອງ, ຄະນະກອງເລຂາຈັດປີທ່ອງທ່ຽວລາວ ປີ 2024 ຈິ່ງເຫັນຄວາມສໍາຄັນຢາກສະທ້ອນໃຫ້ເຫັນເຖິງຄວາມອຸດົມສົມບູນ ຂອງຊັບໃນດິນສິນໃນນໍ້າ ອັນເປັນເຊື້ອ ແລະ ວິຖີຊີວິດ ທີ່ເປັນເອກະລັກສະເພາະຂອງ ປະຊາຊົນ, ງານເທສະການຮ່ອນຄໍາແບບປະເພນີນີ້ ຄັ້ງນີ້ ໂດຍມີມວນຊົນໃນທົ່ວປວງຊົນ ທີ່ເປັນຜູ້ທີ່ມີຄວາມຮູ້ ແລະ ປະສົບການກ່ຽວກັບການຮ່ອນຄໍາຕາມສາຍນໍ້າຕ່າງໆເປັນຢ່າງດີ.

ກິດຈະກຳການຮ່ອນແຮ່, ຮ່ອນຄໍາແມ່ນໜຶ່ງໃນກິດ ຈະກຳທີ່ເປັນວິຖີຊີວິດຂອງພໍ່ແມ່ປະຊາຊົນທີ່ເຄີຍສືບທອດກັນມາໄດ້ຫຼາຍເຊັ່ນຄົນ ເປັນຮູບແບບການດໍາລົງຊີວິດ ແລະ ວິທີການຫາລ້ຽງຊີບຂອງປະຊາຊົນ ບັນດາເຜົ່າເພື່ອຂຸດຄົ້ນ ຫຼື ຮ່ອນແຮ່ເອົາຄໍາມາເປັນວັດຖຸແລກປ່ຽນເອົາເຄື່ອງນຸ່ງຫົ່ມ, ອາຫານການກິນ ແລະ ສັດສາວາສິ່ງຕ່າງໆ ເພື່ອມາແກ້ໄຂຊີວິດການເປັນຢູ່ພາຍໃນຄອບຄົວ ແລະ ແກ້ໄຂຄວາມຈຳເປັນຂອງຄອບຄົວ.

ລະດູການລົງຮ່ອນຄໍາແບບປະເພນີ ແມ່ນລະດູການສໍາເລັດເສັດສິ້ນການເກັບກ່ຽວເຊິ່ງເປັນໄລຍະເດືອນ 12 ລາວ ເຊິ່ງກ່ອນຈະລົງຮ່ອນຄໍາ ມີພິທີກຳຕາມຮີດຄອງທີ່ເຄີຍປະຕິບັດເພິ່ນໄຫວ້ວານເຈົ້າຖິ່ນ ເຈົ້າຖານ ຫຼື ເປັນການຂໍອະນຸຍາດ, ຂໍໂຊກລາບ ດ້ວຍການເສັ້ນໄຫວ້ ເຫຼົ້າໄຫ, ໄກ່ໂຕ ແລະ ອື່ນໆ

ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ - 4 - ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ
ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ - 5 - ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ
ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ - 3 - ແຂວງອັດຕະປື ຈັດເທສະການຮ່ອນຄໍາແບບປະເພນີ ທີ່ຕິດພັນກັບການດຳລົງຊີວິດຂອງປະຊາຊົນ