6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ

6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ - Bolikhamxay - 6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ
6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ - kitchen vibe - 6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ

ທ່ານ ພົນຈັດຕະວາ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ບໍລິຄຳໄຊ ໄດ້ລາຍງານ ການປະຕິບັດວຽກງານດ້ານປາກົດການຫຍໍ້ທໍ້ຕໍ່ກອງປະຊຸມອົງການປົກຄອງແຂວງເປີດກວ້າງ 6 ເດືອນທ້າຍປີ 2024 ວັນທີ 17 ທັນວາ 2024 ວ່າ: ທົ່ວແຂວງ ໄດ້ດຳເນີນ ແລະ ແກ້ໄຂຄະດີ 309 ເລື່ອງ, ກັກຜູ້ຖືກຫາ 593 ຄົນ, ຍິງ 57 ຄົນ, ຄະດີຢາເສບຕິດ ມີ 176 ເລື່ອງ, ກັກຜູ້ຖືກຫາໄດ້ 458 ຄົນ, ຍິງ 50 ຄົນ, ຢຶດຂອງກາງ ປະເພດຢາບ້າຫຼາຍກວ່າ 19,800 ເມັດ, ຢາອີ 61 ກິໂລກຣາມ, ຢາໄອສ໌ ຫຼາຍກວ່າ 1 ກິໂລກຣາມເຄິ່ງ, ເຮໂລອິນ 37ກິໂລກຣາມເຄິ່ງ, ກັນຊາແຫ້ງ 320 ກິໂລກຣາມ, ໃບກະທ່ອມ 15 ກິໂລກຣາມ, ຢາສູບໄຟຟ້າ 531 ອັນ, ຢາດີໄອ 765 ແກ້ວ.

ປັດຈຸບັນບັນຫາປະກົດການຫຍໍ້ທໍ້ໃນສັງຄົມຍັງເກີດຂຶ້ນຢ່າງຕໍ່ເນື່ອງ ເປັນຕົ້ນ: ການລັກ-ຊີງຊັບ, ປຸ້ນຈີ້, ຄາດຕະກຳ, ບັນຫາອາວຸດເຖື່ອນ, ຄ້າຂາຍເຖື່ອນ, ອາລາວາດຕີກັນ, ສໍ້ໂກງ, ໜີ້ສິນ, ອາຊະຍາກຳທາງເອເລັກໂຕນິກ ຄອມພີວເຕີ, ຫຼິ້ນກິນຟູມເຟືອຍ, ບັນຫາອຸປະຕິເຫດຕາມທ້ອງຖະໜົນ ແລະ ອື່ນໆ ຕົ້ນຕໍ ຍັງແມ່ນບັນຫາຢາເສບຕິດ ທີ່ມີລັກສະນະເພີ່ມຂຶ້ນ ແລະ ແຜ່ລະບາດໄປທົ່ວທຸກບ່ອນທຸກຂົງເຂດ ໂດຍສະເພາະແມ່ນຢາເສບຕິດຊະນິດໃໝ່ ເຊັ່ນ ກາເຟປະສົມສານເສບຕິດ, ຄໍລາເຈນ, ນໍ້າກະທ້ອມ, ຢາສູບໄຟຟ້າ, ສານໃນຕັດອ໋ອກຊາຍ ທີ່ກໍາລັງແຜ່ລະບາດຢ່າງຮ້າຍແຮງຢູ່ໃນກຸ່ມນັກຮຽນ, ນັກສຶກສາ ພວກເຂົານໍາໃຊ້ສະຖານທີ່ງານດອງ, ບຸນປະເພນີ, ຮ້ານກິນດື່ມ, ເທັກ, ບາ, ຮ້ານຄາລາໂອເກາະ ແລະ ສະຖານທີ່ສ່ວນຕົວ ເປັນບ່ອນມົ້ວສຸມ ທີ່ມີຫຼາຍຮູບແບບ, ບັນຫາດັ່ງກ່າວເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດມີປາກົດການຫຍໍ້ທໍ້ຕ່າງໆ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງສັງຄົມ ຊຶ່ງຄະນະຮັບຜິດຊອບໄດ້ມີມາດຕະການແກ້ໄຂບັນຫາປາກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະບັນຫາຢາເສບຕິດ ເປັນການຮີບດ່ວນ ແລະ ເຄັ່ງຮ້ອນ ເພື່ອໃຫ້ມີຄົມສະຫງົບໃນສັງຄົມ.

ທີ່ມາ: ໜັງສືພິມບໍລິຄໍາໄຊ

6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ - 5 - 6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ
6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ - 4 - 6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ
6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ - 3 - 6 ເດືອນທ້າຍປີ 2024 ບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດ ເກືອບ 200 ຄະດີ ຢຶດຢາບ້າໄດ້ເກືອບ 20 ພັນເມັດ