ໄວລຸ້ນເພດຍິງ ອາເມລິກາ ອາຍຸ15 ປີ ກໍ່ເຫດກວາດຍິງໃນໂຮງຮຽນ ມີຄົນເສຍຊີວິດ 2 ຄົນ ບາດເຈັບສາຫັດອີກຫລາຍຄົນ
December 18, 2024 - 1:40 PM

ສໍານັກຂ່າວອາເມລິກາລາຍງານວ່າ: ເມື່ອວັນທີ 17 ທັນວາ 2024 ເກີດເຫດຍິງກັນໃນໂຮງຮຽນແຫ່ງໜຶ່ງ ໃນເມືອງແມດິສັນ ລັດວິສຄອນຊິນ ທາງຕອນເໜືອຂອງອາເມລິກາ ໂດຍຜູ້ກໍ່ເຫດເປັນເດັກຍິງອາຍຸ15 ປີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 2 ຄົນ ແລະ ມີຜູ້ໄດ້ຮັບບາດເຈັບອີກຫລາຍຄົນ.
ຕາມການລາຍງານຂອງເຈົ້າໜ້າທີ່ຕໍາຫລວດກ່າວວ່າ: ເວລາປະມານ 10:57 ໄດ້ຮັບແຈ້ງເຫດທາງສາຍດ່ວນ 911 ກ່ອນທີ່ຕໍາຫລວດຈະເຂົ້າຄວບຄຸມເຫດການໃນເວລາປະມານ 11:00 ໂມງ ເມື່ອເຂົ້າໄປຮອດຈຸດເກີດເຫດພົບຜູ້ຖືກຍິງຫລາຍຄົນ ໃນນັ້ນມີຜູ້ເສຍຊີວິດ 2 ຄົນ,ໃນນີ້ຄາດວ່າເປັນຜູ້ກໍ່ເຫດຮວມຢູ່ນຳ ແລະ ອີກ 7 ຄົນທີ່ຖືກນໍາສົ່ງໄປໂຮງໝໍ.
ຕໍ່ມາເຈົ້າໜ້າທີ່ຕໍາຫລວດສາມາດຢືນຢັນຜູ້ຕ້ອງສົງໄສທີ່ກໍ່ເຫດໄດ້ວ່າ ເປັນນັກຮຽນ ໄວລຸ້ນເພດຍິງ ອາຍຸ 15 ປີ, ສ່ວນແຮງຈູງໃຈໃນການລົງມືກໍ່ເຫດຄັ້ງນີ້ຍັງບໍ່ສາມາດຮູ້ລາຍລະອຽດທີ່ຊັດເຈນ ເຊິ່ງເຈົ້າໜ້າທີ່ຕໍາຫລວດຍັງສືບຫາສາເຫດຢູ່.