ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ

ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ - aaa12 - ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ
ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ - kitchen vibe - ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ

ແຂວງວຽງຈັນ ໃຫ້ຮູ້ວ່າ: ສະມາຊິກສະພາແຫ່ງຊາດ (ສສຊ) ນຳໂດຍ ທ່ານ ບຸນສອນ ເພັດລາວັນ ສະມາຊິກສະພາແຫ່ງຊາດ, ປະທານສະພາປະຊາຊົນແຂວງວຽງຈັນ, ທ່ານ ບົວຄຳ ຫລວງອາໄພ ສະມາຊິກສະພາແຫ່ງຊາດ, ຮອງປະທານຄະນະກຳມະການເສດຖະກິດແຜນການ ແລະ ການເງິນ ສະພາປະຊາຊົນ ແຂວງວຽງຈັນ ລົງພົບປະອົງການປົກຄອງ ເມືອງໝື່ນ ແຂວງວຽງຈັນ ໃນວັນທີ 17 ທັນວາ 2024 ທີ່ຫ້ອງວ່າການເມືອງໝື່ນ ໂດຍມີ ທ່ານ ສອນໄຊ ຫລວງອາໄພ ວ່າການເຈົ້າເມືອງໆໝື່ນ ພ້ອມດ້ວຍຜູ້ຕາງໜ້າຈາກຫ້ອງການອ້ອມຂ້າງເມືອງເຂົ້າຮ່ວມ.

ທ່ານ ບຸນສອນ ເພັດລາວັນ ໄດ້ກ່າວວ່າ: ການລົງພົບປະຄັ້ງນີ້ ກໍເພື່ອເປັນການພົບປະ, ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດລັດຖະທຳມະນູນ, ກົດໝາຍ ແລະ ມະຕິຂອງສະພາແຫ່ງຊາດ, ສະພາປະຊາຊົນແຂວງ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ແກ້ໄຂຫາງສຽງສັງຄົມ ຕາມໂທລະສັບສາຍດ່ວນ ຢູ່ 11 ເມືອງ ຂອງແຂວງວຽງຈັນ.

ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ - Visit Laos Visit SALANA BOUTIQUE HOTEL - ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ
ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ - Visit Laos Visit SALANA BOUTIQUE HOTEL - ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ

ໂອກາດນີ້, ບັນດາຫ້ອງການກ່ຽວຂ້ອງ ຂອງເມືອງເປັນຕົ້ນ ຂົງເສດຖະກິດການເງິນ, ຂົງເຂດຍຸຕິທຳ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າ ກໍໄດ້ລາຍງານຊີ້ແຈງຕໍ່ຄຳຖາມເຈະຈີ້ມຢ່າງກົງໄປກົງມາ ໂດຍສະເພາະ ການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງໝື່ນ, ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການຈັດຕັ້ງປະຕິບັດ ບັນດາຄາດໝາຍ-ຕົວຊີ້ວັດ ຂອງຂະແໜງການວັດທະນະທຳສັງຄົມ ທີ່ສະພາປະຊາຊົນແຂວງວຽງຈັນ ຮັບຮອງເອົາ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ແຂວງວຽງຈັນ ຊຸດທີ II ກໍຄືການປະຕິບັດຕາມ ມະຕິ ສະບັບເລກທີ118/ສພຂ, ລົງວັນທີ 29 ທັນວາ 2023 ວ່າດ້ວຍການຮັບຮອງເອົາບົດລາຍງານ ຂອງອົງການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024.

ທີ່ມາ: ປະເທດລາວ

ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ - 3 - ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ
ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ - 4 - ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ
ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ - 5 - ສສຊ ລົງພົບປະອົງການປົກຄອງ ເມືອງໝື່ນ