ມາເລເຊຍປັບໄໝລັດຖະມົນຕີຕ່າງປະເທດ ຂໍ້ຫາສູບຢາໃນຮ້ານອາຫານ

ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍຕ້ອງຈ່າຍຄ່າປັບໄໝ ຂໍ້ຫາສູບຢາໃນຮ້ານອາຫານ ເຊິ່ງຜິດກົດໝາຍຂອງປະເທດ.
ກະຊວງສາທາລະນະສຸກມາເລເຊຍອອກຖະແຫລງການວ່າ: ມີການສົ່ງໜັງສືເຖິງກະຊວງການຕ່າງປະເທດວ່າທ່ານ ໂມຮາໝັດ ຮາຊັນ ລັດຖະມົນຕີກະຊວງການຕ່າງປະເທດ ຢາສູບຢູ່ຮ້ານອາຫານແຄມທາງແຫ່ງໜຶ່ງໃນລັດເນີເກີຣີເຊິມບີລັນ ທີ່ຢູ່ທາງຕາເວັນຕົກຂອງປະເທດ.
ຖະແຫລງການຂອງກະຊວງສາທາລະນະສຸກມາເລເຊຍລະບຸອີກວ່າ: ໃນໜັງສືທີ່ສົ່ງໄປກະຊວງການຕ່າງປະເທດໄດ້ແນບຫລັກຖານເປັນຮູບພາບ ເພື່ອຢືນຢັນນໍາອີກ ແລະ ລັດຖະມົນຕີກະຊວງການຕ່າງປະເທດຍອມຮັບວ່າກະທໍາຜິດກົດໝາຍແທ້ ເຊິ່ງກະຊວງສາທາລະນະສຸກຈະດໍາເນີນເລື່ອງຄ່າປັບໄໝຕໍ່ໄປ.
ຂະນະທີ່ທ່ານ ໂມຮາໝັດ ຖະແຫລງໃນເວລາຕໍ່ມາ ຂໍໂທດປະຊາຊົນ ແລະ ຢືນຢັນວ່າ: ຈະຈ່າຍຄ່າປັບໄໝຕາມກົດໝາຍ.
ທັງນີ້, ມາເລເຊຍບັນຍັດກົດໝາຍ ຫ້າມສູບຢາໃນຮ້ານອາຫານ ແລະ ສະຖານປະກອບການທີ່ເປີດເປັນສະຖານທີ່ຈໍາໜ່າຍອາຫານ ນັບແຕ່ປີ 2019 ບຸກຄົນໃດກໍຕາມທີ່ຝ່າຝືນອາດຖືກໂທດປັບໄໝສູງສຸດ 5,000 ຣິງກິດ.